ຫວຽດນາມ ສາມາດສົ່ງອອກເຂົ້າໄດ້ 8,29 ລ້ານ​ໂຕນສູງສຸດເປັນປະຫວັດການ ພາຍຫຼັງອິນເດຍ ຈຳກັດການສົ່ງອອກເຂົ້າສານ


ປີທີ່ຜ່ານມາ ເປັນອີກໜຶ່ງປີທີ່ດີໃນການສົ່ງອອກເຂົ້າຂອງ ຫວຽດນາມ ໂດຍຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ປີ 2023, ຫວຽດນາມ ສົ່ງ​ອອກ​ເຂົ້າສານ​ໄດ້ 8,29 ລ້ານ​ໂຕນ, ບັນລຸ​ມູນ​ຄ່າ 4,78 ຕື້ໂດລາ, ​ເພີ່ມ​ຂຶ້ນ 16,7% ໃນປີ 2022.

ທ່ານ Lê Thanh Tùng, ຮອງ​ຫົວໜ້າ​ກົມ​ຜະລິດ​ພືດ​ຂອງ​ກະຊວງ, ​ໃຫ້​ຮູ້​ວ່າ: ​ໃນ​ປີ 2023 ສະພາບ​ຂາດ​ແຄນ​ສະບຽງ​ອາຫານ​ເຮັດ​ໃຫ້​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ທົ່ວ​ໂລກ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ທ່ານ​ກ່າວຕື່ມ​ວ່າ: ຕະຫຼາດ​ເຂົ້າ​ແມ່ນ​ເຄັ່ງ​ຕຶງ, ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ອິນ​ເດຍ​ຫ້າມ​ສົ່ງ​ອອກ​ເຂົ້າ​ຄືກັບດັ່ງທີ່ຜ່ານມາ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມໄດ້ສວຍໃຊ້ໂອກາດດັ່ງກ່າວ ອອກມາດ​ຕະການ​ແກ້​ໄຂ​ທີ່​ເໝາະ​ສົມ​ ​ເພື່ອ​ຍາດ​ແຍ່ງ​ໂອກາດໃນ​ຕະຫຼາດ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ພາຍ​ໃນ​ປະ​ເທດ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ຊາວ​ກະສິກອນ.

ທ່ານ Phạm Thái Bình, ປະທານ​ບໍລິສັດ​ຮຸ້ນ​ສ່ວນ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ Trung An ​ໃຫ້​ຮູ້​ວ່າ: ການ​ສົ່ງ​ອອກ​ເຂົ້າສານ​ຂອງ ຫວຽດນາມ ​ໃນ​ປີ​ກາຍ​ນີ້ ມີ​ເງື່ອນ​ໄຂ​ຕະຫຼາດ​ທີ່​ສະດວກ​ສະບາຍ ຍ້ອນ​ຄວາມ​ຕ້ອງການ​ສະບຽງ​ອາຫານ​ຂອງ​ໂລກ​ເພີ່ມ​ຂຶ້ນ ​ແລະ ການ​ສະໜອງ​ທີ່​ຈຳກັດ. ຂໍ້​ຫ້າມ​ຂອງ​ອິນ​ເດຍ​ໄດ້​ຊຸກ​ຍູ້​ລາ​ຄາ​ເຂົ້າ​ໃນ​ຕະ​ຫຼາດ​ໂລກ​ຂຶ້ນ​ສູ່​ລະ​ດັບ​ສູງ​ເປັນ​ປະຫວັດ​ການ.

ທ່ານ​ກ່າວ​ຕື່ມວ່າ: ​ໃນ​ສະພາບ​ການ​ດັ່ງກ່າວ, ຫວຽດນາມ ມີ​ທ່າ​ໄດ້​ປຽບ​ໃນ​ການ​ຊຸກຍູ້​ການ​ສົ່ງ​ອອກ​ເຂົ້າ​ສານ ​ເນື່ອງ​ຈາກ​ການ​ຜະລິດ​ເຂົ້າ​ພາຍ​ໃນ​ປະ​ເທດ​ທີ່ໄດ້​ສຸມ​ໃສ່ການ​ຍົກ​ສູງ​ຄຸ​ນະພາ​ບ ​ແລະ ຜົນ​ຜະລິດ ​ເຖິງ​ວ່າ​ເນື້ອ​ທີ່​ປູກ​ຝັງ​ຈະ​ຫຼຸດ​ລົງ​ກໍຕາມ.

ໂດຍ​ສະ​ເລ່ຍ​ແລ້ວ, ຫວຽດນາມ​ສາມາດ​ຜະລິດ​ເຂົ້າ​ໄດ້ 43-35 ລ້ານ​ໂຕນ, ​ເທົ່າ​ກັບ 26-28 ລ້ານ​ໂຕນ​ຕໍ່​ປີ, ​ໃນ​ນັ້ນ​ມີ​ປະມານ 20 ລ້ານ​ໂຕນ​ເພື່ອ​ຊົມ​ໃຊ້​ພາຍ​ໃນ.

ນອກຈາກນີ້ ທ່ານ Phạm Thái Bình ຍັງໄດ້ເປີດເຜີຍເຖິງເຫດຜົນ ຫຼື ທ່າແຮງທີ່ເຮັດໃຫ້ການສົ່ງອອກເຂົ້າຂອງຫວຽດນາມ ເຕີບໂຕແບບນີ້ ວ່າແມ່ນຍ້ອນການເຊື່ອມຈອດລະຫວ່າງ ຊາວກະສິກອນ ແລະ ຜູ້ສົ່ງອອກ.

https://vietnamnews.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/