Jennie Blackpink x Calvin Klein ປ່ອຍພາບສຸດ Sexy ແຟນໆແຫ່ເຂົ້າໄປເບິ່ງ ຈົນເຮັດໃຫ້ເວັບໄຊຫຼົ້ມໄປໄລຍະໜຶ່ງ

Jennie Blackpink

Jennie ສາວໜ້າໝວຍຈາກ BLACKPINK ໄດ້ຮ່ວມມືກັບ Calvin Klein ແບຣນເສື້ອຜ້າ ຊື່ດັງລະດັບໂລກ ເພື່ອອອກຊຸດຮູບຖ່າຍໃໝ່ທີ່ຈັບໃຈແຟນໆ ໂດຍໄດ້ຮັບແຮງບັນດານໃຈຈາກການໂຄສະນາໃນຍຸກ 90. ເຊິ່ງ ຄໍເລັກຊັນດັ່ງກ່າວມີແຟນໆ ແຫ່ເຂົ້າໄປເບິ່ງຢ່າງຫຼວງຫຼາຍຈົນເຮັດໃຫ້ ເວັບໄຊຂອງທາງ Calvin Klein ຫຼົ້ມໄປໄລຍະໜຶ່ງກັນເລີຍ.

Calvin Klein ເປີດເຜີຍຄໍເລັກຊັ່ນຮູບແຟຊັນແນວກິລາທີ່ເປັນແຮງບັນດານໃຈຈາກຍຸກ 90 ຂອງ Jennie ໃນໂລກອອນລາຍ ໂດນທາງ Calvin Klein ເປີດເຜີຍວ່າ: “Jennie ໃນພາບຊຸດໃໝ່ນີ້ ມີແຮງດຶງດູດ ແລະ ມີສະເໜ່ຢ່າງໜ້າເຫຼືອເຊື່ອ”.

ເຊິ່ງພາຍຫຼັງ ຮູບພາບໄດ້ຖືກເຜີຍແຜ່ ອອກມາບໍ່ດົນ ກໍໄດ້ຮັບຄວາມສົນໃຈຈາກແຟນໆຢ່າງຫຼວງຫຼາຍ ຈົນເຮັດໃຫ້ ເວັບໄຊຂອງທາງ CK ຫຼົ້ມ ແລະ ກາຍເປັນທີ່ເວົ້າເຖິງໃນໂລກອອນລາຍ ວ່າ ອິດທິພົນຂອງ Jennie ນັ້ນໄດ້ທຳລາຍ ເວັບໄຊຂອງ CK ໄປແລ້ວ.

Jennie Blackpink

ໂດຍ Jennie ເປັນ ໜື່ງໃນສະມາຊິກ​ 4 ສາວວົງ K-pop ວົງ BLACKPINK ທີ່ກໍາລັງໄດ້ຮັບຄວາມນິຍົມໄປທົ່ວໂລກ ແລະ ມີຜົນງານເພງຮິດຕິດຫູອອກມາຢູ່ເລື້ອຍໆ ຢ່າງເຊັ່ນ: DDU-DU DDU-DU ໃນປີ 2018 ມີຍອດວິວໃນ YouTube ຫຼາຍກວ່າ 2 ພັນລ້ານວິວ, How You Like That ນປີ 2020 ກວາດຍອດວິວໄປຫຼາຍກວ່າ 1,1 ພັນລ້ານວິວ, Kill This Love ໃນປີ 2019 ກວາດຍອດວິວໄປຫຼາຍກວ່າ 1,7 ພັນລ້ານ ແລະ ອີກຫຼາກຫຼາຍຜົນງານ.

Jennie Blackpink

ປັດຈຸບັນ, ທັງ 4 ສາວ BLACKPINK ກຳລັງເດີນທາງໄປທົ່ວໂລກເພື່ອສະແດງຄອນເສີດ “BORN PINK WORLD TOUR” ສະຖານທີ່ຕໍ່ໄປຂອງທັງ 4 ສາວຈະໄປສະແດງທີ່ Kuala Lumpur ປະເທດມາ​ເລ​ເຊຍ​ໃນ​ວັນ​ທີ 4 ມີນາ​ທີ່​ຈະ​ມາ​ຮອດນີ້.

Jennie Blackpink

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/