ອິນເດຍ ຮັບມື ອິນໂດເນເຊຍທີ່ຄວບຄຸມການສົ່ງອອກນ້ຳມັນປາມ

ອິນເດຍ

ປັດຈຸບັນ ປະເທດອິນເດຍ ແລະ ອິນໂດເນເຊຍ ຈະແຕກຕ່າງຈາກຫຼາຍປີກ່ອນ ເພາະອິນໂດເນເຊຍໄດ້ປັບປ່ຽນນະໂຍບາຍ ການສົ່ງອອກແບບກະທັນຫັນ ເຮັດໃຫ້ອິຍເດຍຕ້ອງເພີ່ມການສັ່ງຊື້ຈາກມາເລເຊຍ ທີ່ກຳລັງຂາຍນ້ຳມັນປາມ ໃນລາຄາສູງສຸດເປັນປະຫວັດສາດ.

ໃນຕົ້ນເດືອນກຸມພາທີ່ຜ່ານມາ ອິນໂດເນເຊຍເປີດເຜີຍວ່າຈະລະງັບໃບອະນຸຍາດສົ່ງອອກນ້ຳມັນປາມບາງສ່ວນ ເພື່ອຕອບສະໜອງໃຫ້ຄົນໃນປະເທດ ເນື່ອງຈາກລາຄານ້ຳມັນເຮັດໃຫ້ລາຄາອາຫານສູງຂຶ້ນກ່ອນເທສະການສຳຄັນຂອງປະເທດທີ່ກຳລັງຈະມາຮອດນີ້.

ອິນເດຍ

ໃນຂະນະທີ່ການນຳເຂົ້ານ້ຳມັນ ເພື່ອການບໍລິໂພກຂອງອິນເດຍໃນໄຕມາດທຳອິດ ຂອງປີການຕະຫຼາດ 2021-2023 ກໍຄືຕັ້ງແຕ່ວັນທີ 1 ພະຈິກ ເພີ່ມຂຶ້ນ 25% ຈາກປີທີ່ຜ່ານມາ ຫຼື ປະມານ 4,5 ລ້ານໂຕນ ເຊິ່ງການນຳເຂົ້າ ໄດ້ຍົກລະດັບຄັງນ້ຳມັນເພີ່ມຂຶ້ນ ເປັນປະຫວັດສາດ 3,6 ລ້ານໂຕນ ໃນວັນທີ 1 ກຸມພາທີ່ຜ່ານມາ.

ອິນເດຍ

ນາຍົກສະມາຄົມໂຮງງານກັ່ນນ້ຳມັນປາມຂອງອິຍເດຍກ່າວວ່າ ວັດຖຸດິບໃນການຜະລິດນ້ຳມັນ ເຊັ່ນຜັກກາດກ້ານຂາວມີທ່າອ່ຽງວ່າຈະເຕີບໂຕຂຶ້ນໃນເດືອນໜ້າ ແລະ ຈະຊ່ວຍເພີ່ມປະລິມານນ້ຳມັນ ເພື່ອການບໍລິໂພກໄດ້ ໂດຍຄາດວ່າຈະເກັບກ່ຽວໄດ້ຫຼາຍກວ່າປີທີ່ຜ່ານມາ.

ອິນເດຍ

ເຖິງຢ່າງໃດກໍຕາມ ຜູ້ຊື້ນ້ຳມັນປາມຈະເພີ່ມການສັ່ງຊື້ຈາກມາເລເຊຍອີກຄັ້ງ ເຊິ່ງເປັນຜູ້ສົ່ງອອກລາຍໃຫຍ່ອັນດັບ 2 ຂອງໂລກ ແຕ່ກໍຈະບໍ່ທຽບເທົ່າກັບປີທີ່ຜ່ານມາ ໂດຍຄັງນ້ຳມັນຂອງມາເລເຊຍ ກໍອາດເພີ່ມຂຶ້ນໃນບາງເດືອນ ເພີ່ມຢູ່ປະມານ 3,26% ຈາກເດືອນກ່ອນໜ້າເປັນ 2,27%.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/