Jellyfish-Bot ຫຸ່ນຍົນແມງກະພຸນ ທີ່ຈະຊ່ວຍກຳຈັດຂີ້ເຫຍື້ອພລາສຕິກທີ່ເປັນມົນລະພິດໃນທ້ອງທະເລ


ຫຼາຍກວ່າ 70% ຂອງພື້ນຜິວຂອງໂລກຖືກປົກຄຸມດ້ວຍມະຫາສະໝຸດ ແຕ່ໜ້າເສຍດາຍທີ່ໃນມະຫາສະໝຸດນັ້ນກັບເຕັມໄປດ້ວຍຂີ້ເຫຍື້ອພລາສຕິກທີ່ເປັນມົນລະພິດ ແລະ ທຳລາຍສິ່ງແວດລ້ອມ. ການທີ່ຈະກຳຈັດ ຫຼື ທຳຄວາມສະອາດຂີ້ເຫຍື້ອເຫຼົ່ານັ້ນທັງໝົດກໍເປັນໄປໄດ້ຍາກ, ໂດຍແນວຄິດເລື່ອງການດູດຝຸ່ນໃຕ້ນ້ຳ (underwater vacuuming) ໃນການກຳຈັດຂີ້ເຫຍື້ອໃຕ້ທະເລນັ້ນເປັນທີ່ເວົ້າເຖິງກັນຢ່າງແຜ່ຫຼາຍ ແຕ່ກໍຍັງມີການຖົກຖຽງກັນວ່າອາດຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ລະບົບນິເວດທາງທະເລ ແລະ ສັດໃນທະເລໄດ້.

ນັກຄົ້ນຄວ້າຢູ່ສະຖາບັນ Max Planck Institute for Intelligent System (MPI – IS) ໃນເມືອງ Stuttgart ປະເທດເຢຍລະມັນ, ໄດ້ສ້າງຫຸ່ນຍົນເກັບຂີ້ເຫຍື້ອຂຶ້ນ ຊື່ວ່າ “Jellyfish-Bot” ໂດຍໄດ້ຮັບແຮງບັນດານໃຈຈາກແມງກະພຸນ ເຊິ່ງເປັນສັດທີ່ອາໄສຢູ່ໃນທະເລເປັນເວລາດົນນານ ແລະ ມີຄວາມຫົດຢືດຫຼາຍທີ່ສຸດ.

Jellyfish-Bot ມີຂະໜາດນ້ອຍເທົ່າຝາມືຄົນເຮົາ, ເຊິ່ງປະກອບດ້ວຍ Electrohydraulic Actuators 6 ທີ່ເຮັດໜ້າທີ່ເປັນກ້າມຊີ້ນທຽມເພື່ອໃຫ້ພະລັງງານແກ່ຫຸ່ນຍົນ. ໂດຍກ້າມຊີ້ນທຽມເຫຼົ່ານີ້ແມ່ນຂັບເຄື່ອນດ້ວຍໄຟຟ້າທີ່ເອີ້ນວ່າ HASEL, ຖົງທີ່ເຕັມໄປດ້ວຍ Electrodes ທີ່ເຕັມໄປດ້ວຍນໍ້າມັນ ເຊິ່ງການໃຊ້ໄຟຟ້າແຮງສູງຂ້າມ Electrode induces ຈະເຮັດໃຫ້ເກີດປະຈຸບວກໃນຂະນະທີ່ນໍ້າອ້ອມຮອບແມ່ນປະຈຸລົບ ແລະ ເກີດການດັນນ້ຳມັນໃນຖົງໄປມາ ເຮັດໃຫ້ເກີດການກະພືປີກນັ້ນເອງ.

Jellyfish-Bot ສາມາດດັກຈັບວັດຖຸຕ່າງໆ ທີ່ຢູ່ລຸ່ມໂຕຕາມເສັ້ນທາງທີ່ເຄື່ອນຜ່ານໂດຍບໍ່ຕ້ອງສຳຜັດທາງກາຍະພາບ ຈຶ່ງຊ່ວຍໃຫ້ສາມາດດັກຈັບຂີ້ເຫຍື້ອຕ່າງໆໄດ້ຢ່າງເປັນມິດກັບສະພາບແວດລ້ອມທີ່ລະອຽດອ່ອນເຊັ່ນ: ແນວປະກາລັງ. ພ້ອມນັ້ນ ຫຸ່ນຍົນເອງຍັງບໍ່ມີສຽງລົບກວນ ແລະ ປະຢັດພະລັງງານອີກດ້ວຍ.

ນອກຈາກນີ້ ຫຼັງຈາກທີ່ Jellyfish-Bot ດັກຈັບຂີ້ເຫຍື້ອໄດ້ແລ້ວ ມັນກໍຈະສົ່ງຕໍ່ຂຶ້ນໄປຊາຍຝັ່ງເພື່ອນຳໄປຣີໄຊເຄິນໃນພາຍຫຼັງ. Jellyfish-Bot ຍັງສາມາດເກັບຕົວຢ່າງຊີວະພາບທີ່ບອບບາງເຊັ່ນ: ໄຂ່ປາໄດ້ອີກດ້ວຍ.

ໃນປັດຈຸບັນ, ຫຸ່ນຍົນ jellyfish ຍັງຈໍາເປັນຕ້ອງໃຊ້ງານແບບມີສາຍ. ແຕ່ທີມງານຄົ້ນຄວ້າໄດ້ຄິດອອກແລ້ວກ່ຽວກັບໂມດູນສໍາລັບແບັດເຕີຣີ ແລະ ການສື່ສານໄຮ້ສາຍເພື່ອໃຫ້ມັນສາມາດຄວບຄຸມແບບໄຮ້ສາຍໄດ້ໃນອະນາຄົດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/