ອິນໂດເນເຊຍ-ມາເລເຊຍ ປະກາດນຳໃຊ້ລະບົບ QRIS ຢ່າງເປັນທາງການ


ເມື່ອອາທິດທີ່ຜ່ານມາ ທະນາຄານກາງອິນໂດເນເຊຍ ແລະ ທະນາຄານກາງມາເລເຊຍ ໄດ້ປະກາດເປີດນຳໃຊ້ການສະແກນຈ່າຍ QR ຂ້າມແດນຮ່ວມກັນ ຜ່ານລະບົບ QRIS (Quick Response Code Indonesian Standard) ຂຶ້ນຢ່າງເປັນທາງການ. ການ​ເປີດ​ນໍາໃຊ້ຢ່າງເປັນທາງການໃນຄັ້ງນີ້ ແມ່ນເປັນ​ຜົນມາຈາກ​ຜົນ​ສໍາ​ເລັດ​ຂອງ​ໄລ​ຍະ​ທົດ​ລອງນໍາໃຊ້​ ທີ່ໄດ້​ປະ​ກາດ​ໃນ​ວັນ​ທີ 27 ມັງ​ກອນ 2022 ທີ່ຜ່ານມາ.

ລະບົບ QRIS (Quick Response Code Indonesian Standard) ແມ່ນລະບົບສະແກນຈ່າຍເງິນຜ່ານ QR ຮູບແບບໜຶ່ງ ເຊິ່ງໄດ້ຖືກພັດທະນາລະບົບໂດຍທະນາຄານກາງອິນໂດເນເຊຍ ແລະ ພາຍໃຕ້ການຮ່ວມມືຂອງບັນດາພາກສ່ວນກ່ຽວຂ້ອງຂອງທັງສອງປະເທດ ໂດຍມີຈຸດປະສົງໃນການນຳໃຊ້ເພື່ອຊຳລະສະສາງຂ້າມແດນຮ່ວມກັນລະຫວ່າງປະເທດອິນໂດເນເຊຍ ແລະ ມາເລເຊຍ, ຊ່ວຍລົດຜ່ອນຄວາມຕ້ອງການໃນການແລກປ່ຽນເງິນຕາຕ່າງປະເທດ ຫຼື ພົກພາບັດສາກົນຕ່າງໆລົງ. ບໍ່ພຽງແຕ່ເທົ່ານັ້ນ, ການເຊື່ອມໂຍງລະບົບການຊໍາລະສະສາງຜ່ານລະບົບ QRIS ຈະຊ່ວຍຮັດແໜ້ນຄວາມສຳພັນທາງເສດຖະກິດລະຫວ່າງສອງປະເທດ, ສະໜັບສະໜູນການຟື້ນຕົວຂອງເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຊ່ວຍໃຫ້ການເດີນທາງໄປມາຫາສູ່ກັນລະຫວ່າງສອງປະເທດໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນ ພ້ອມຍັງສົ່ງຜົນດີຕໍ່ພາກການທ່ອງທ່ຽວ ແລະ ການຄ້າລະຫວ່າງສອງປະເທດອີກດ້ວຍ.

ໂດຍລວມເຫັນໄດ້ວ່າ ຫຼາຍປະເທດສະມາຊິກອາຊຽນ ຕ່າງກໍມີການພັດທະນາລະບົບການຊໍາລະສະສາງຢູ່ປະເທດຂອງຕົນ ເພື່ອໃຫ້ສາມາດນຳໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊໍາລະຄ່າສິນຄ້າ ແລະ ບໍລິການລະຫວ່າງປະເທດໃນພາກພື້ນໄດ້ຢ່າງກວ້າງຂວາງ ລົດຜ່ອນການນຳໃຊ້ສະກຸນເງິນໂດລາສະຫະລັດລົງ ແລະ ສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນໃຫ້ມີບົດບາດຫຼາຍຂຶ້ນ.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/