IOC ອະນຸຍາດໃຫ້ ນັກກິລາຈາກ ຣັດເຊຍ ແລະ ເບລາຣຸສ ສາມາດເຂົ້າຮ່ວມແຂ່ງຂັນ Olympics 2024 ໄດ້ ແຕ່ຢູເຄຣນ ຍັງຢືນຢັນຄັດຄ້ານເຕັມທີ່

ຣັດເຊຍ

ຄະນະກຳມະການ ໂອລິມປິກ ສາກົນ ຫຼື IOC ປະກາດໄຟຂຽວໃຫ້ນັກກິລາທີ່ມາຈາກ ຣັດເຊຍ ແລະ ເບລາຣຸສ ສາມາດເຂົ້າຮ່ວມການແຂ່ງຂັນ Olympics 2024 ໄດ້ແຕ່ຕ້ອງເຂົ້າຮ່ວມພາຍໃຕ້ຊື່ ແລະ ທຸງຊາດທີ່ເປັນກາງເທົ່ານັ້ນ ທ່າມກາງສຽງຄັດຄ້ານຂອງຫຼາຍຝ່າຍ ລວມທັງ ຢູເຄຣນ ທີ່ເບິ່ງວ່າ ສິ່ງນີ້ປຽບເໝືອນການສະໜັບສະໜູນສົງຄາມ.

ໂທມັສ ບັກ (Thomas Bach) ປະທານຄະນະກໍາມະການ IOC ໄດ້ອອກຖະແຫຼງການກ່ຽວກັບສະຖານະການຂອງນັກກິລາຈາກ ຣັດເຊຍ ແລະ ເບລາຣຸສວ່າ: “ບໍ່ຄວນມີນັກກິລາຄົນໃດຖືກສັ່ງຫ້າມບໍ່ໃຫ້ເຂົ້າຮ່ວມການແຂ່ງຂັນ ພຽງເພາະໜັງສືເດີນທາງຂອງພວກເຂົາ”. ພ້ອມລະບຸຕື່ມວ່າ ນັກກິລາຈາກທັງ ຣັດເຊຍ ແລະ ເບລາຣຸສ ຈະຕ້ອງລົງເຮັດການແຂ່ງຂັນໃນນາມທີ່ເປັນກາງເທົ່ານັ້ນ ແລະ ຕ້ອງບໍ່ສະແດງສັນຍະລັກທີ່ກ່ຽວຂ້ອງກັບປະເທດຂອງຕົນ ນັກກິລາຕ້ອງບໍ່ເຮັດການຕໍ່ຕ້ານກິດຈະກຳສັນຕິພາບຂອງທາງ IOC ໂດຍການສະໜັບສະໜູນສົງຄາມ ໃນຢູເຄຣນ.

ຣັດເຊຍ

ໂດຍການເຄື່ອນໄຫວຄັ້ງນີ້ຂອງ IOC ໄດ້ຖືກວິພາກວິຈານຢ່າງໜັກຈາກຫຼາຍຝ່າຍ ວ່າ IOC ກໍາລັງສະໜັບສະໜູນການກໍ່ສົງຄາມຂອງຣັດເຊຍ ແລະ ສະໜັບສະໜູນການໃຊ້ຄວາມຮຸນແຮງ.

ຣັດເຊຍ

ພາຍຫຼັງການເຄື່ອນໄຫວດັ່ງກ່າວ ທາງດ້ານຂອງ ຜູ້ນຳສູງສຸດຂອງ ຢູເຄຣນ ໂວໂລດິເມຍ ເຊເລັນສະກີ້ ກໍອອກມາບອກວ່າ ການໃຫ້ນັກກິລາທັງຈາກ ຣັດເຊຍ ແລະ ເບລາຣຸສ ເຂົ້າຮ່ວມການແຂ່ງຂັນລະດັບສາກົນ ຢ່າງ Olympics ນັ້ນຈະເປັນການສະແດງການສະໜັບສະໜູນສົງຄາມ.

ຂະນະດຽວກັນ ວາດິມ ກຸດເຊັດ ລັດຖະມົນຕີກະຊວງກິລາຂອງ ຢູເຄຣນ ກໍອອກມາຂູ່ວ່າ ຖ້າຍັງອະນຸຍາດໃຫ້ນັກກິລາຈາກ ຣັດເຊຍ ແລະ ເບລາຣຸສ ເຂົ້າຮ່ວມ ຝ່າຍຢູເຄຣນ ອາດຈະຂໍຖອນຕົວຈາກການແຂ່ງຂັນ Olympics ຄັ້ງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ