ກ້ອງໂທລະທັດອະວະກາດ James Webb ຄົ້ນພົບນ້ຳກ້ອນທີ່ເປັນຜະຫຼຶກໃນວົງແຫວນດາວເຄາະນ້ອຍ Chariklo

James Webb

ນັບຕັ້ງແຕ່ກ້ອງໂທລະທັດອະວະກາດ ເຈມສ໌ ເວັບ (James Webb) ໄດ້ປ່ອຍຮູບພາບຂອງຫ້ວງອະວະກາດທີ່ຢູ່ຫ່າງໄກຫຼາຍປີແສງມາໃຫ້ຊາວໂລກໄດ້ເຫັນ ພ້ອມກັບສ້າງຄວາມຕື່ນເຕັ້ນໃຫ້ກັບຄົນທົ່ວໂລກໄດ້ຢ່າງຫຼວງຫຼາຍ ແລະ ຫຼ້າສຸດນີ້ທາງ NASA ກໍໄດ້ອອກມາເຜີຍແຜ່ຂໍ້ມູນສຳຄັນໂດຍລະບຸວ່າ ກ້ອງ James Webb ໄດ້ຄົ້ນພົບນ້ຳກ້ອນໃນວົງແຫວນດາວເຄາະນ້ອຍ Chariklo (ຊາຣິກໂລ) ຫຼັງຈາກຈາກຈັບຕາເບິ່ງມາຕັ້ງແຕ່ເດືອນຕຸລາ 2022 ເນື່ອງຈາກວ່າດາວເຄາະນ້ອຍດວງນີ້ມີລັກສະນະພິເສດໂດຍມີວົງແຫວນ 2 ວົງອ້ອມຮອບດວງດາວ ເຊິ່ງການຄົ້ນພົບດັ່ງກ່າວນີ້ແມ່ນເປີດທາງໃຫ້ນັກວິທະຍາສາດເຂົ້າໃຈກ່ຽວກັບວັດຖຸອະວະກາດໄດ້ຫຼາຍຂຶ້ນ.

James Webb

ທັງນີ້ການຖ່າຍຮູບດາວເຄາະນ້ອຍ Chariklo ແມ່ນເຮັດໄດ້ຍາກເນື່ອງຈາກມັນມີຂະໜາດທີ່ນ້ອຍ ດ້ວຍເຫດນັ້ນນັກວິທະຍາສາດຈຶ່ງໃຊ້ການຄຳນວນວິຖີໂຄຈອນເພື່ອຖ້າຈັງຫວະໃຫ້ດາວເຄາະນ້ອຍ Chariklo ໂຄຈອນຕັດຜ່ານໜ້າດາວລືກທີ່ຢູ່ດ້ານຫຼັງ ແລະ ໃຊ້ກ້ອງໂທລະທັດອະວະກາດ James Webb ເກັບເຄາະມູນຂອງດາວເຄາະ Chariklo ເຖິງວ່າວິທີການດັ່ງກ່າວຈະມີໂອກາດສຳເລັດພຽງ 50% ແຕ່ທີມງານນັກວິທະຍາສາດກໍປະສົບຄວາມສຳເລັດ ເພາະດາວເຄາະນ້ອຍ Chariklo ໄດ້ໂຄຈອນຜ່ານດາວລືກດ້ານຫຼັງຢ່າງພໍດີ.

James Webb

ໂດຍໃນຂະນະທີ່ດາວເຄາະນ້ອຍ Chariklo ໂຄຈອນຕັດຜ່ານດາວລືກດ້ານຫຼັງ ທາງນັກວິທະຍາສາດໄດ້ໃຊ້ກ້ອງ James Webb ເກັບຂໍ້ມູນຜ່ານວົງແຫວນຮອບນອກຂອງດາວເຄາະນ້ອຍໄດ້ຊັດເຈນຫຼາຍຂຶ້ນ ໂດຍໃຊ້ອຸປະກອນ Near Infrared Spectrograph (NIRSpec)ກວດຈັບການປ່ຽນແປງຂອງແສງພຽງເລັກນ້ອຍທີ່ເກີດຂຶ້ນເມື່ອວົງແຫວນດາວເຄາະນ້ອຍບັງດາວລືກດ້ານຫຼັງ ອຸປະກອນ Near-infrared Spectrograph (NIRSpec) ສະແດງຜົນສະເປັກຕຣຳທີ່ບົ່ງຊີ້ວ່າວົງແຫວນ 2 ວົງ ຮອບດາວເຄາະນ້ອຍ Chariklo ມີອົງປະກອບຂອງນ້ຳກ້ອນທີ່ເປັນຜະຫຼຶກຢູ່.

James Webb

ສຳລັບດາວເຄາະນ້ອຍ Chariklo ຫຼື 10199 Chariklo ມີວົງໂຄຈອນຮອບດວງຕາເວັນທີ່ບໍ່ແນ່ນອນຕໍາແໜ່ງລະຫວ່າງດາວພະຫັດ ແລະ ດາວເນບຈູນ ມີຂະໜາດເສັ້ນຜ່າສູນກາງປະມານ 250 ແມັດ ຢູ່ຫ່າງຈາກໂລກປະມານ 3,2 ພັນລ້ານກິໂລແມັດ ແລະ ຖືກຄົ້ນພົບເປັນຄັ້ງທຳອິດໃນປີ 1997 ໂດຍ James V. Scotti ນັກດາຣາສາດຊາວອາເມຣິກາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/