Harry Maguire ກອງຫຼັງແມນຢູ ພາຄອບຄົວໄປລີ້ໄພ ຫຼັງຈາກຖືກແຟນບານຂູ່ເອົາຊີວິດ ຖ້າບໍ່ອອກຈາກແມນຢູພາຍໃນ 72 ຊົ່ວໂມງ


ໃນລະດູການ 2021-22 ນີ້ ສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ແມ່ນຖືວ່າມີຜົນງານບໍ່ຄ່ອຍດີປານໃດ ແລະ ມີຄົນໜຶ່ງທີ່ມັກຕົກເປັນເປົ້າການວິພາກວິຈານຂອງແຟນບານ ນັ້ນກໍຄື ແຮຣີ່ ແມັກໄກວ່ (Harry Maguire) ກອງຫຼັງກັບຕັນທີມ.

ຫຼ້າສຸດຈາກຜົນງານໃນສະໜາມທີ່ບໍ່ດີ ມັນເຮັດໃຫ້ແຟນບານຫຼາຍຄົນບໍ່ພໍໃຈ ຈົນລາມໄປຮອດການຂູ່ຂ້າເອົາຊີວິດຂອງ ແມັກໄກວ່. ໂດຍຜູ້ຈັດການສ່ວນຕົວຂອງ ແມັກໄກວ່ ໄດ້ຮັບ Email ຈາກແຟນບານຄົນໜຶ່ງທີ່ມີເນື້ອຫາອັນຕະລາຍ ຂູ່ເອົາຊີວິດຂອງ ແມັກໄກວ່ ໂດຍບອກວ່າ ແມັກໄກວ່ ມີເວລາ 72 ຊົ່ວໂມງ ທີ່ຈະຍ້າຍອອກຈາກແມນຢູ ຖ້າບໍ່ອອກຈະໄດ້ມີການຈູດ ລະເບີດ 3 ລູກ ທີ່ວາງໄວ້ໃນເຮືອນທີ່ມີເມຍ ແລະ ລູກໆຂອງລາວຢູ່ໃນເຮືອນ.

ດັ່ງນັ້ນຈຶ່ງເຮັດໃຫ້ກັບຕັນທີມ ແມນຢູ ໄດ້ແຈ້ງຕຳຫຼວດໃຫ້ມາຮັກສາຄວາມປອດໄພຂອງຕົນເອງ ແລະ ຄອບຄົວ ພ້ອມກັບໄດ້ພາຄອບຄົວຍ້າຍອອກຈາກເຮືອນທີ່ຢູ່ປັດຈຸບັນໃນເຂດ Cheshire ໄປຢູ່ບ່ອນປອດໄພກ່ອນໄລຍະໜຶ່ງ.

ສ່ວນເຮືອນສຸດຫຼູທີ່ເຈົ້າຕົວ ແລະ ຄອບຄົວເຄີຍຢູ່ ຕອນນີ້ແມ່ນເຕັມໄປດ້ວຍ ເຈົ້າໜ້າທີ່ຕຳຫຼວດ ແລະ ໝາຕຳຫຼວດທີ່ດົມກິ່ນຊອກຫາວັດຖຸຕ້ອງສົງໄສ. ເຖິງແມ່ນວ່າໃນຕອນນີ້ຍັງບໍ່ພົບວັດຖຸຕ້ອງສົງໄສຫຍັງ ແຕ່ຍັງຕ້ອງກວດສອບ ແລະ ດູແລພື້ນທີ່ນັ້ນຕໍ່ໄປເພື່ອຄວາມປອດໄພຂອງ ກອງຫຼັງແມນຢູ ແລະ ຄອບຄົວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/