ຜູ້ບ່າວເອກົວດໍຄອງແຊັ້ມເປັນປະເທດທີ່ມີ “ອະໄວຍະວະເພດ” ຍາວທີ່ສຸດໃນໂລກ ສ່ວນປະເທດລາວເຮົາບໍ່ຕິດອັນດັບ


ເມື່ອບໍ່ດົນມານີ້ຮ້ານຂາຍຢາອອນລາຍທີ່ມີຊື່ວ່າ ‘From Mars’ ຈາກປະເທດອັງກິດ ເຊິ່ງເປັນຮ້ານທີ່ເນັ້ນຂາຍສິນຄ້າແລະບໍລິການກ່ຽວກັບສຸຂະພາບຂອງຜູ້ຊາຍໄດ້ເຮັດການສໍາຫຼວດແລະຈັດອັນດັບກ່ຽວກັບຂະໜາດອະໄວຍະເພດຊາຍໂດຍໄດ້ຮວບຮວມຂໍ້ມູນຈາກລະບົບຂອງ Google ຈາກ 86 ປະເທດແລ້ວນໍາມາສະເລ່ຍ ຈາກນັ້ນຈຶ່ງໄດ້ຈັດລຽງອັນດັບຈາກຂະໜາດທີ່ຍາວທີ່ສຸດໄປຈົນຮອດຂະໜາດທີ່ສັ້ນທີ່ສຸດໂດຍມີຈຳນວນ 86 ອັນດັບນຳກັນ.

ຈາກຜົນສໍາຫຼວດແລະການຄຳນວນຄ່າສະເລ່ຍ ປາກົດວ່າຜູ້ຊາຍທີ່ມີຄ່າສະເລ່ຍຄວາມຍາວຂອງ “ອົງຄະຊາດ” ໃນຂະນະທີ່ມັນແຂງຕົວເຕັມທີ່ຍາວທີ່ສຸດ 5 ອັນດັບທໍາອິດໄດ້ແກ່: ຜູ້ຊາຍຈາກປະເທດເອກົວດໍ  (6.93ນິ້ວ), ແຄເມີຣູນ (6.56ນິ້ວ), ໂບລິເວຍ (6.5ນິ້ວ), ຊູດານ (6.48ນິ້ວ) ແລະ ເຮຕິ (6.3ນິ້ວ) ທັງນີ້ຈະເຫັນໄດ້ວ່າໃນ 5 ອັນດັບທຳອິດສ່ວນໃຫຍ່ແມ່ນຈະຢູ່ໃນທະວີບອາເມຣິກາໃຕ້ແລະອາຟຣິກາ ມີພຽງເຮຕິເທົ່ານັ້ນທີ່ຢູ່ໃນທະວີບອາເມຣິກາເໜືອ.

ຖັດມາອັນດັບທີ 6-10 ເຊິ່ງປາກົດວ່າໃນອັນດັບທີ 7 ແມ່ນມີ 3 ປະເທດທີ່ມີຄວາມຍາວສະເລ່ຍເທົ່າກັນ ດັ່ງນັ້ນການຈັດອັນດັບຈຶ່ງໄດ້ຂ້າມຈາກອັນດັບທີ 7 ໄປເປັນອັນດັບທີ 10 ຕາມນີ້: ອັນດັບທີ 6 ໄດ້ແກ່ ເຊເນກັລ (6.26ນິ້ວ), ອັນດັບທີ 7 ມີ 3 ປະເທດຮ່ວມກັນຄື ແກມເບຍ, ຄິວບາ, ເນເທີແລນ (6.25ນິ້ວ) ແລະ ອັນດັບທີ 10 ໄດ້ແກ່ແຊມເບຍ (6.21ນິ້ວ).

ນອກຈາກນີ້ ບັນດາປະເທດທີ່ກ່າວມາຂ້າງເທິງກໍຍັງມີບາງປະເທດໃນອາເມຣິກາເໜືອແລະຢູໂຣບທີ່ມີອັນດັບຕາມນີ້: ຝຣັ່ງທີ່ຢູ່ໃນອັນດັບທີ 11 (6.2ນິ້ວ), ແຄນາດາອັນດັບທີ 12 (6.19ນິ້ວ), ອີຕາລີອັນທີ 19 (6.04ນິ້ວ), ເຢຍລະມັນອັນດັບທີ 39 (5.72ນິ້ວ), ສະຫະລັດອາເມຣິກາອັນດັບທີ 59 (5.35ນິ້ວ) ແລະ ອັງກິດ ໃນອັນດັບທີ 66 (5.17).

ສໍາລັບການຈັດອັນດັບຂອງກຸ່ມປະເທດໃນທະວີບເອເຊຍແມ່ນມີດັ່ງຕໍ່ໄປນີ້: ອັນດັບທີ 56 ຕົກເປັນຂອງອິນເດຍ (5.4ນິ້ວ), ຍີ່ປຸ່ນອັນດັບທີ 61 (5.34ນິ້ວ), ເກົາຫຼີໃຕ້ຢູ່ອັນດັບທີ 65 (5.18ນິ້ວ), ຈີນຢູ່ໃນອັນດັບທີ 68 (5.15) ສ່ວນປະເທດເພື່ອນບ້ານຂອງເຮົາເຊັ່ນ: ຫວຽດນາມ ຕົກຢູ່ທີ່ອັນດັບທີ 78 (4.52ນິ້ວ), ໄທອັນດັບທີ 80 (4.51ນິ້ວ) ແລະ ອັນດັບສຸດທ້າຍແມ່ນກຳປູເຈຍທີ່ມີຄວາມຍາວສະເລ່ຍພຽງ 3.95. ທັງນີ້ ສໍາລັບປະເທດລາວເຮົາແມ່ນບໍ່ຕິດອັນດັບໃດເລີຍ ເພາະບໍ່ມີລາຍຊື່ໃນການເຮັດສໍາຫຼວດຄັ້ງນີ້ເທື່ອ.

ທາງດ້ານ Navin Khosla ແພດການຢາ ເຊິ່ງເປັນຜູ້ພິຈາລະນາກໍລະນີການສຶກສາຄັ້ງນີ້ໄດ້ອະທິບາຍວ່າອະໄວຍະເພດຂອງຂອງຜູ້ຊາຍນັ້ນມັນຈະມີຜົນກະທົບຢ່າງຫຼວງຫຼາຍຕໍ່ຄວາມໝັ້ນໃຈໃນພາບລັກຂອງຕົວເອງ ແລະ ບໍ່ວ່າໃຜຈະມີຂະໜາດຂອງ “ອະໄວຍະວະເພດ” ໃຫຍ່ ຫຼື ນ້ອຍກໍມັກຈະເກີດຄວາມກັງວົນໄດ້ສະເໝີວ່າອະໄວຍະວະເພດຂອງຕົນເອງນັ້ນມີຂະໜາດໃຫຍ່ພຽງພໍແລ້ວຫຼືບໍ່?

ຢ່າງໃດກໍຕາມ ຂໍ້ມູນໃນການສຶກສາ ແລະ ຈັດອັນດັບເຫຼົ່ານີ້ເປັນພຽງຂໍ້ມູນທີ່ໄດ້ຈາກຜູ້ທີ່ລາຍງານເຂົ້າມາໂດຍສະໝັກໃຈ, ສະນັ້ນຈຶ່ງບໍ່ເໝາະທີ່ຈະນໍາໄປເປັນຂໍ້ມູນອ້າງອີງກັບຂະໜາດອະໄວຍະວະເພດຂອງຜູ້ຊາຍໃນແຕ່ລະປະເທດຢ່າງເປັນທາງການ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/