Greenroom ແອັບພິເຄຊັ່ນ Social Media ທີ່ສົນທະນາດ້ວຍສຽງ ຈາກ Spotify


ການມາຂອງແອັບພິເຄຊັນ Clubhouse ໄດ້ເຮັດໃຫ້ຫຼາຍໆ platform social media ໄດ້ຫັນມາໃຫ້ຄວາມສົນໃຈຕໍ່ກັບ ລະບົບ Voice Chat, Spotify ກໍເປັນໜຶ່ງໃນນັ້ນທີ່ໄດ້ພັດທະນາລະບົບ Voice Chat ເປັນຂອງຕົນເອງ ໂດຍໃຊ້ຊື່ວ່າ: Greenroom.

ແອັບ Greenroom ຕອນທຳອິດໄດ້ໃສ່ຊື່ວ່າ Locker Room ເຊິ່ງພັດທະນາໂດຍ Betty Labs ໂດຍຕັ້ງໃຈໃຫ້ເປັນຊ່ອງທາງສຳລັບໂອ້ລົມແລກປ່ຽນຄວາມຄິດເຫັນໃນເລື່ອງກິລາໂດຍສະເພາະ ແຕ່ Betty Labs ໄດ້ຖືກທາງ Spotify ເຂົ້າຊື້ກິດຈະການ ແລະ ແອັບ Locker Room ຈຶ່ງໄດ້ຖືກພັດທະນາໃຫ້ເປັນ Green Room.

Greenroom ເປັນແອັບພິເຄຊັນແຍກທີ່ຕ້ອງດາວໂຫຼດມາຕິດຕັ້ງຕ່າງຫາກ ແຕ່ສາມາດນຳໃຊ້ບັນຊີຂອງ Spotify ເຂົ້າໃຊ້ໄດ້ເລີຍ ແຕ່ຫາກບໍ່ມີກໍສາມາດສະໝັກບັນຊີໃໝ່ສຳລັບ Greenroom ໄດ້, ໂດຍຕົວແອັບເອງກໍມີຫົວຂໍ້ໃຫ້ສົນທະນາຫຼາກຫຼາຍ ແລະ ຍັງມີຟີເຈີການບັນທຶກສຽງເພື່ອສາມາດນຳໄປຟັງເປັນ Podcast ໄດ້ຕາມຫຼັງ.

ອີກຟີເຈີໜຶ່ງທີ່ໜ້າສົນໃຈກໍຄືການມອບ Gem ໃຫ້ກັບຜູ້ເວົ້າ ໂດຍການໃຫ້ Gem ກໍຄືກັບການກົດ Like ແລະ ຈຳນວນຂອງ Gem ກໍຈະສະແດງຢູ່ໜ້າ Profile ຂອງຜູ້ເວົ້າໃຫ້ຄົນໄດ້ເຫັນ.

Spotify GreenRoom ໄດ້ປ່ອຍອອກມາໃຫ້ດາວໂຫຼດກັນແລ້ວທັງລະບົບ Android ແລະ iOS.

ຂໍ້ມູນຈາກ :

https://www.spotify.com/us/greenroom/

https://bit.ly/2SPbRXl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/