Clubhouse ປ່ຽນຮູບປົກໃໝ່ ເປັນຮູບແມ່ຍິງ ຊາວບຣາຊິວ


ເມື່ອບໍ່ດົນມານີ້ ແອັບພິເຄຊັນ Clubhouse ໄດ້ປ່ຽນຮູບປົກຂອງແອັບໃໝ່ ເປັນໃບໜ້າອັນສົດໃສຂອງ Dandara Pagu ສິລະປິນສາວ ຊາວບຣາຊິວ ເພື່ອສະທ້ອນຕົວຕົນຂອງ Clubhouse.

Dandara Pagu ເປັນຕົວແທນຂອງຄວາມຕັ້ງໃຈ ແລະ ຄວາມເອົາໃຈໃສ່ໃນການເຂົ້າຮ່ວມສົນທະນາໃນ Clubhouse ແບບບໍ່ເຂີນອາຍ ໃນເວລາສົນທະນາ ເຖິງວ່າຜູ້ຟັງຈະບໍ່ສາມາດເຂົ້າໃຈພາສາ ປອກຕຸຍການ ແຕ່ເມື່ອໄດ້ຮ່ວມສົນທະນາກັບລາວ ກໍຈະຮັບຮູ້ໄດ້ເຖິງພະລັງຂອງລາວທີ່ສົ່ງຜ່ານສຽງໃນ Clubhouse.

ນອກຈາກນີ້, ການປ່ຽນຮູບປົກນີ້ຍັງສະແດງເຖິງສິດພື້ນຖານຂອງແມ່ຍິງຜິວດຳ ທີ່ສາມາດໂອ້ລົມສົນທະນາກັບຄົນທີ່ບໍ່ຮູ້ຈັກກັນມາກ່ອນໄດ້ຢ່າງສະໜິດສະໜົມ. ສະທ້ອນເຖິງ ການບໍ່ແບ່ງແຍກເຊື້ອຊາດ, ສີຜິວ ແລະ ເພດ ພ້ອມກັບເປັນແອັບພິເຄຊັນທີ່ສະແດງຕົວຕົນໄດ້ຢ່າງເຕັມທີ່ ໂດຍບໍ່ມີອຸປະສັກໃດໆມາກີດຂວາງ.

ທີ່ມາ: https://bit.ly/3iYgeda

ພາບ: iaumreview

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/