Ryu Jun-yeol ນັກສະແດງໄວໜຸ່ມ ທີ່ບໍ່ເຄີຍຢຸດພັກປົກປັກຮັກສາສິ່ງແວດລ້ອມ


Ryu Jun-yeol ນັກສະແດງໄວໜຸ່ມເກົາຫຼີອາຍຸ 34 ປີ ທີ່ເປັນກະບອກສຽງໃຫ້ແກ່ການອະນຸລັກຮັກສາສິ່ງແວດລ້ອມ,​ ເຊິ່ງບໍ່ເຄີຍທີ່ຈະຢຸດພັກຈາກການຮ່ວມປົກປ້ອງສິ່ງແວດລ້ອມຕະຫຼອດໄລຍະຫຼາຍປີທີ່ຜ່ານມາ ຍັງຕັ້ງໃຈໃນວຽກງານດ້ານນີ້ຢ່າງສະໝ່ຳສະເໝີ.

ການມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດມີຫຼາຍໂຄງການທີ່ໄດ້ເຂົ້າຮ່ວມ ບໍ່ວ່າຈະເປັນໂຄງການເພື່ອສິ່ງແວດລ້ອມ, ມີສ່ວນຮ່ວມງານ Greenpeace ມາເປັນເວລາຕໍ່ເນື່ອງກັນ ແລະ ຫຼາຍປີແລ້ວ. ນອກຈາກນີ້ ຍັງໄດ້ກະຈາຍກະບອກສຽງກ່ຽວກັບການຮັກສາສິ່ງແວດລ້ອມຜ່ານ Instagram ອີກດ້ວຍ.

ສິ່ງທີ່ກະຕຸ້ນຈິດໃຈໃນການຮ່ວມຮັກສາສິ່ງແວດລ້ອມແມ່ນ ເມື່ອ 2-3 ປີກ່ອນ ໄດ້ມີໂອກາດໄປຖ່າຍລາຍການໂທລະພາບທີ່ແອຟຣິກາ ເຊິ່ງໄດ້ສຳຜັດ ແລະ ສັງເກດສະພາບບ້ານເມືອງ ຫຼື ສະພາບແວດລ້ອມຂອງພວກເຂົາ ເຊິ່ງແນ່ນອນວ່າເທົ່າທີ່ຫຼາຍຄົນຮູ້ວ່າສະພາບແວດລ້ອມພວກເຂົາມັນດີ ແລະ ແຕກຕ່າງຈາກປະເທດອື່ນໆ.

Jun-yeol ເຫັນເຖິງຄວາມສຳຄັນ ແລະ ຫຼົງໄຫຼໄປກັບທຳມະຊາດທີ່ແສນຈະງົດງາມ ພ້ອມຄິດຢາກຈະປົກປ້ອງຮັກສາສິ່ງແວດລ້ອມບ້ານເມືອງຂອງຕົນ. ໃນໂຄງການກໍມີແຜນພັດທະນາຂຶ້ນເທື່ອລະກ້າວ ລະດົມທຶນໃຫ້ທຸກຄົນຮັກສາສິ່ງແວດລ້ອມຊ່ວຍກັນ ພ້ອມກະຈາຍສຽງໃຫ້ຜູ້ຄົນໄດ້ຮັບຮູ້ຄວາມສຳຄັນຂອງສະພາບແວດລ້ອມຢ່າງບໍ່ຢຸດຢັ້ງ.

ພ້ອມກັນນີ້ Jun-yeol ຍັງໄດ້ຕັ້ງໃຈກັບໂຄງການຮັກສາສິ່ງແວດລ້ອມ ແລະ ໄດ້ເຫັນຄຸນຄ່າຂອງທຳມະຊາດຢ່າງຊັດເຈນ ປະຕິບັດເອົາໃຈໃສ່ຢູ່ສະເໝີ ພ້ອມວາງເປົ້າໝາຍ ແລະ ຈະເຮັດໃຫ້ມັນສຳເລັດໃນແຕ່ລະມື້.

ຖືວ່າເປັນອີກນັກສະແດງທີ່ຫຼາຍຄົນຍ້ອງຍໍຊົມເຊີຍ ແລະ ເປັນບຸກຄົນໜຶ່ງທີ່ຄວນເອົາເປັນແບບຢ່າງທີ່ດີ.

ຂອບໃຈຂໍ້ມູນຈາກ: https://www.ellethailand.com/content/ryu-jun-yeol-actor-activist-for-greenpeace

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/