ຮູ້ແລ້ວຫຼືບໍ່? ເພງ ຮັກເຈົ້າ 8 ນາທີ ທີ່ກຳລັງເປັນກະແສໃນຕອນນີ້ ມີນັກຮ້ອງທັງໝົດ 11 ຄົນ!


ເພງ ຮັກເຈົ້າ 8 ນາທີ ກໍເປັນອີກເພງໜຶ່ງທີ່ກຳລັງເປັນທີ່ນິຍົມໃຫ້ແກ່ໄວໜຸ່ມລາວເຮົາຫຼາຍພໍສົມຄວນ ບົດເພງທີ່ຟັງແລ້ວຫຼາຍຄົນກໍຮັກໄປຕາມໆກັນ ເນື້ອເພງເຂົ້າໃຈງ່າຍສະບາຍຫູ ມີທັງທ່ອນແຮັບທ່ອນຮຸກທີ່ຈື່ຈຳແບບຕິດຫູ ປະກອບກັບເອັມວີທີ່ເລົ່າເຖິງເລື່ອງຕ່າງໆຂອງໃຜຫຼາຍຄົນ ສ່ວນຫຼາຍແມ່ນສື່ຜ່ານ story ໃນເຟສບຸກ ຫຼື ໄອຈີ, ໃນເອັມວີກໍມີຄົນດັງໃນ TikTok ຮ່ວມນຳ ບາງຄັ້ງເບິ່ງໄປມາກໍຈະອອກແນວຕະຫຼົກ, ລວມໆແລ້ວເປັນອີກເພງທີ່ອອກແນວໜ້າຮັກໆ ທັງເພງ ແລະ ເອັມວີ ໃນເວລາດຽວກັນ.

ພິເສດໄປກວ່ານັ້ນໃນເພງນີ້ເພງດຽວ ມີນັກຮ້ອງຮ່ວມກັນເຖິງ 11 ຄົນ, ເປັນອີກເພງທີ່ສ້າງປາກົດການໃໝ່ໆໃຫ້ຜູ້ຟັງ ແລະ ທີ່ສຳຄັນທຸກຄົນກໍຍັງເປັນນັກຮຽນທີ່ອາຍຸຍັງໜຸ່ມນ້ອຍປະມານ 15-16 ປີ ແຕ່ກໍມີຄວາມສາມາດຫຼາຍເຫຼືອລົ້ນ, ບົດເພງກໍແຕ່ງເອງ ພ້ອມນຳມາຮ້ອງເອງອີກດ້ວຍ.

ຍອດວິວການເຂົ້າເບິ່ງໃນເພງນີ້ ນັບມື້ກໍເພີ່ມຂຶ້ນສູງຢູ່ສະເໝີ ພ້ອມກັບການສະແດງຄຳຄິດເຫັນຂອງໃຜຫຼາຍຄົນກໍຫຼາຍເຊັ່ນດຽວກັນ ທີ່ສຳຄັນຄຳຄິດເຫັນຈະໄປໃນດ້ານດີ.

ປັດຈຸບັນ ເວົ້າໄດ້ເລີຍວ່າຄວາມສາມາດຂອງໄວໜຸ່ມເຮົາຫຼາຍຄົນຫຼາຍກຸ່ມ ນັບມື້ນັບສູງຂຶ້ນເລື້ອຍໆ ສ້າງຊື່ສຽງວົງການເພງລາວໄດ້ຫຼາຍຮູບແບບ ແລະ ຫຼາຍປະເພດ ທັງລູກທົ່ງ, ສະຕຣິງ, ແຣັບ ແລະ ອື່ນໆ.

ສາມາດຕິດຕາມຜົນງານພວກເຂົາໄດ້ທີ່: Youtube: HUEN CREW
https://cutt.ly/En86M78

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/