ອາເມຣິກາກຽມສະຫຼອງວັນຊາດຢ່າງຍິ່ງໃຫຍ່ໃນຫົວຂໍ້ “ເປັນອິດສະຫຼະຈາກໂຄວິດ-19” ໃນວັນທີ 4 ກໍລະກົດທີ່ຈະມາເຖິງນີ້


ໃນວັນທີ 4 ກໍລະກົດ ຂອງທຸກໆປີ ຈະກົງກັບວັນຊາດຂອງສະຫະລັດອາເມຣິກາ ເຊິ່ງແຕ່ລະປີກໍມີການສະເຫຼີມສະຫຼອງກັນ ແຕ່ປີນີ້ຈະຍິ່ງໃຫຍ່ ແລະ ພິເສດ ຍ້ອນວ່າມີການສະເຫຼີມສະຫຼອງພາຍໃຕ້ຫົວຂໍ້ “ເປັນອິດສະຫຼະຈາກໂຄວິດ-19” ເພື່ອສະຫຼອງໃຫ້ກັບການກັບຄືນສູ່ວິຖີປົກກະຕິ ຫຼັງຈາກທີ່ຕ້ອງໃຊ້ຊີວິດພາຍໃຕ້ສະຖານະການໂຄວິດ-19 ມາຕະຫຼອດ.

ປະທານາທິບໍດີແຫ່ງສະຫະລັດອາເມຣິກາ ໂຈ ໄບເດັນ ໄດ້ກ່າວວ່າ ການສະເຫຼີມສະຫຼອງໃນຄັ້ງນີ້ເປັນຄັ້ງທີ 245 ເປັນການສະແດງຄວາມຍິນດີຕໍ່ “ລະດູຮ້ອນແຫ່ງອິດສະຫຼະພາບ” ແລະ ທາງທຳນຽບຂາວຈະເປີດງານລ້ຽງຕ້ອນຮັບຜູ້ທີ່ເຮັດວຽກໃນການຕໍ່ຕ້ານການລະບາດໂຄວິດ-19 ໃນຄັ້ງນີ້ ແລະ ຈະມີການຈູດພຸສະຫຼອງຢ່່າງຍິ່ງໃຫຍ່ທີ່ອະນຸສາວະລີໃນນະຄອນວໍຊິງຕັນ.

ການຈູດພຸ ຈະກວມເວລາປະມານເກືອບ 20 ນາທີ ເຊິ່ງເລີ່ມຕັ້ງແຕ່ເວລາ 21:10 ຂອງວັນທີ 4 ກໍລະກົດ ທີ່ສະນ້ຳທັງສອງດ້ານໜ້າອະນຸສອນສະຖານປະທານາທິບໍດີອັບບຣາຮຳ ລິນຄອນ. ໃນຂະນະດຽວກັນທາງລັດຖະບານກໍບໍ່ໄດ້ປ່ອຍປະລະເລີຍ ຍັງຢ້ຳເຕືອນໃຫ້ປະຊາຊົນໃສ່ຜ້າປິດປາກໃນລະບົບຂົນສົ່ງສາທາລະນະ ແລະ ບ່ອນທີ່ມີຜູ້ຄົນຢູ່ໜາແໜ້ນ.

ຂອບໃຈທີ່ມາ: https://cutt.ly/Rn8MAKW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/