ມາຮູ້ຈັກກັບ Sarah Gilbert ຫົວໜ້າຜູ້ພັດທະນາວັກຊີນ Astrazeneca


ດຣ.ຊາຣາ ແຄັດເທິລີນ ກິວເບີດ (Sarah Catherine Gilbert) ເກີດໃນເດືອນ ເມສາ ປີ 1962 ທີ່ເມືອງ Kettering, Northamptonshire ພໍ່ຂອງເພິ່ນເຮັດວຽກທຸລະກິດເກີບ ສ່ວນແມ່ເປັນຄູສອນພາສາອັງກິດ.

ຫຼັງຈາກຈົບປະລິນຍາເອກ ເພິ່ນກໍໄດ້ເຮັດວຽກທີ່ສູນວິໄຈຂອງໂຮງງານຜະລິດເບຍ ກ່ອນຈະຍ້າຍໄປເຮັດວຽກໃນຂະແໜງ ສາທາລະນະສຸກ ແລະ ກາງປີ 1990 ເພິ່ນກໍໄດ້ມາເປັນນັກວິຊາການທີ່ມະຫາວິທະຍາໄລອັອກຟອດ (Oxford) ເຊິ່ງເຮັດກ່ຽວກັບການວິໄຈເລື່ອງພັນທຸກຳຂອງເຊື້ອມາເລເລຍ ກ່ອນຈະມາວິໄຈ ວັກຊີນເຊື້ອມາເລເລຍ.

ຈາກນັ້ນມາ, ດຣ.ກິວເບິດ ກໍມີຕຳແໜ່ງສູງຂຶ້ນເລື້ອຍໆ ຈົນໄດ້ມາເປັນສາດສະດາຈານປະຈຳສະຖາບັນ ເຈນເນີ ເຊິ່ງເປັນສູນວິໄຈດ້ານວັກຊີນໂດຍສະເພາະ. ເພິ່ນໄດ້ກໍຕັ້ງກຸ່ມວິໄຈຂອງຕົນເອງຂຶ້ນມາເພື່ອພະຍາຍາມສ້າງວັກຊີນໄຂ້ວັດໃຫຍ່ ເຊິ່ງສາມາດປ້ອງກັນໄຂ້ຫວັດໃຫຍ່ໄດ້ທຸກສາຍພັນ.

ໃນປີ 2014 ເພິ່ນໄດ້ນຳທີມວິໄຈທົດລອງວັກຊີນປ້ອງກັນເຊື້ອໄວຣັສອີໂບລາເປັນຄັ້ງທຳອິດ ແລະ ເມື່ອເກີດການລະບາດເຊື້ອໄວຣັສ ເມີສ (MERS) ເພິ່ນກໍເດີນທາງໄປ ປະເທດ ຊາອຸດິອາລະເບຍ ເພື່ອພະຍາຍາມຄິດຄົ້ນໄວຣັສສາຍພັນນີ້.

ໃນໄລຍະການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ມີທີມງານວິໄຈລາຍງານຕໍ່ສຳນັກຂ່າວຕ່າງປະເທດວ່າ “ເຮົາເຫັນໄດ້ຈາກນິດໄສການເຮັດວຽກຂອງ ດຣ. ກິວເບີດ ວ່າພະຍາຍາມຫຼາຍເທົ່າໃດເພື່ອທີ່ຈະພັດທະນາວັກຊີນ ເພື່ອຊ່ວຍຄົນທັງໂລກໃຫ້ໄດ້ໄວທີ່ສຸດ ໂດຍທີ່ ດຣ ເຮັດວຽກຕັ້ງແຕ່ເຊົ້າຈົນບາງມື້ເດິກດື່ນຈົນຮອດ 4 ໂມງກາງຄືນ ກໍຍັງອ່ານອີເມວຢູ່”

Oxford's vaccine research and development boosted by donation from Wafic  Saïd

ຕາມການຖະແຫຼງຂ່າວຂອງ ມະຫາວິທະຍາໄລ ອັອກຟອດ ວ່າ ດຣ.ກິວເບີດ ບອກວ່າຮູ້ສຶກເປັນກຽດຢ່າງຍິ່ງ “ຂ້ອຍເຮັດວຽກມາຫຼາຍປີເພື່ອການພັດທະນາວັກຊີນສຳລັບໂຣກລະບາດມາຫຼາຍປີ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້ ແມ່ນຂ້ອຍສາມາດດຶງຄວາມຮູ້ທັງໝົດເພື່ອຮັບມືກັບການລະບາດຄັ້ງໃຫຍ່ນີ້ ຂ້ອຍໂຊກດີຫຼາຍທີ່ໄດ້ມາເຮັດວຽກກັບທີມງານທີ່ເກັ່ງ ແລະ ທຸ່ມເທ ທີ່ຈະພັດທະນາວັກຊີນຂຶ້ນມາໄດ້ໄວກວ່າໃຜ ເທົ່າທີ່ຈະເປັນໄປໄດ້ ”

ທີ່ມາ: https://www.bbc.com/thai/international-57453998

ພາບ : bbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/