Gen Z ທົ່ວໂລກ  ທໍ້ແທ້ກັບຊີວິດເພາະເງິນບໍ່ພໍໃຊ້!


Gen Z ທົ່ວໂລກພາກັນທໍ້ແທ້ເນື່ອງຈາກເງິນບໍ່ພໍໃຊ້! ໃນຍຸກເສດຖະກິດແບບນີ້ໄວໜຸ່ມລາວຫຼາຍຄົນໜ້າຈະຮູ້ກັນດີໃນເລື່ອງເງິນເດືອນທີ່ບໍ່ຄ່ອຍຈະສົມດຸນກັບຄ່າຄອງຊີບເຮັດໃຫ້ເຮົາຕ້ອງໃຊ້ເງິນແບບເດືອນຕໍ່ເດືອນຢູ່ສະເໝີຈົນບໍ່ມີເງິນເກັບເງິນທ້ອນຄືຍຸກພໍ່ແມ່ເຮົາ ຈົນຫຼາຍຄົນຕັ້ງຄຳຖາມວ່າເຮົາເຮັດຜິດພາດບ່ອນໃດຈຶ່ງເປັນແບບນີ້? ແຕ່ຮູ້ບໍ່ວ່າບັນຫານີ້ໄວໜຸ່ມທົ່ວໂລກກໍປະສົບຄືກັນບໍ່ແມ່ນມີແຕ່ປະເທດເຮົາເດີ້!

ນັບຕັ້ງແຕ່ການລະບາດຂອງພະຍາດຄັ້ງໃຫຍ່ເມື່ອ 4-5 ປີກ່ອນ ໂລກເຮົາກໍພົບກັບການປ່ຽນແປງຫຼາຍຢ່າງທັງວ່ອງໄວ ບັນດາຄົນທີ່ສາມາດປັບຕົວໄດ້ໄວກໍອາດຈະດີໄປແຕ່ຄົນສ່ວນຫຼາຍກັບບໍ່ເປັນແບບນັ້ນ ໂດຍສະເພາະໄວໜຸ່ມ Gen Z ອາຍຸ 12-25 ປີທີ່ກໍາລັງກ້າວເຂົ້າສູ່ຕະຫຼາດແຮງງານເງິນເດືອນເລີ່ມຕົ້ນຍັງບໍ່ທັນສູງຫຼາຍ ແຕ່ພວກເຂົາກັບຕ້ອງພົບກັບການປ່ຽນແປງຄັ້ງໃຫຍ່ໂດຍທີ່ບໍ່ມີສັນຍານເຕືອນໃດໆໃຫ້ພວກເຂົາຮູ້ຕົວກ່ອນເລີຍ.

ຫຼັງການລະບາດຂອງພະຍາດຈົບໄປ ອັດຕາເງິນເຟີ້ກໍສືບຕໍ່ພຸ່ງສູງຂຶ້ນເລື້ອຍໆຂະນະທີ່ເງິນເດືອນຍັງເທົ່າເດີມ ເຊິ່ງເຫດການນີ້ໄດ້ເກີດຂຶ້ນທົ່ວໂລກ ແລະ ກະທົບກັບຮູບແບບການໃຊ້ຊີວິດຂອງຄົນທຸກ Gen  ແຕ່ສຳລັບ Gen Z ແລ້ວພວກເຂົາຮູ້ສຶກວ່າຕົນເອງໄດ້ຮັບຜົນກະທົບຫຼາຍກວ່າກຸ່ມອື່ນໆ ແລະ ຫຼາຍຄົນກໍແນມວ່າຍ້ອນບັນຫາເງິນເຟີ້ທີ່ສູງຂຶ້ນນີ້້ເປັນສາເຫດທີ່ເຮັດໃຫ້ພວກເຂົາບໍ່ປະສົບຜົນສຳເລັດທາງການເງິນຄືກັບຄົນຮຸ່ນກ່ອນໆ.

ແນ່ນອນວ່າພວກເຂົາບໍ່ໄດ້ຮູ້ສຶກໄປເອງ ໂດຍອີງຕາມຜົນສຳຫຼວດຈາກ Bank America ພົບວ່າ Gen Z ຫຼາຍກວ່າເຄິ່ງ (53%) ແນມວ່າຄ່າຄອງຊີບສູງເປັນອຸປະສັກຕໍ່ຄວາມສຳເລັດທາງການເງິນຂອງພວກເຂົາ ແລະ 1 ໃນ 3 ຂອງ Gen Z ປະສົບຄວາມລົ້ມເຫຼວທາງດ້ານການເງິນໃນປີທີ່ຜ່ານມາເຮັດໃຫ້ພວກເຂົາຕ້ອງຢຸດທ້ອນເງິນຂະນະດຽວກັນຈຳນວນໜີ້ກໍເພີ່ມສູງຂຶ້ນເລື້ອຍໆ.

ຫາກເບິ່ງເລື່ອງສະຖານະທາງການເງິນຕອນນີ້ທີ່ພວກເຂົາຫາກໍຈົບມະຫາວິທະຍາໄລທຽບກັບລາຍໄດ້ທີ່ພໍ່ແມ່ສະໄໝທີ່ອາຍຸເທົ່າກັນຈົບມະຫາວິທະຍາໄລຄືກັນ ສະໄໝພໍ່ແມ່ແມ່ນມີລາຍໄດ້ຫຼາຍກວ່າສະໄໝນີ້ສູງເຖິງ 10% ນອກຈາກລາຍໄດ້ຈະຕ່ຳລົງແລ້ວຍັງຕ້ອງມາປະເຊີນກັບເງິນເຟີ້ຕໍ່ເນື່ອງ ເຄື່ອງອຸປະໂພກບໍລິໂພກທຸກຢ່າງແພງຂຶ້ນກໍເລີຍເຮັດໃຫ້ Gen Z ເກີດຄວາມກັງວົນຫຼາຍວ່າຈະໝຸນເງິນບໍ່ທັນນັ້ນເອງ

ຜົນສຳຫຼວດຈາກ Deloitte ພົບວ່າ Gen Z ປະມານ 14,500 ຄົນໃນ 44 ປະເທດເກີນເຄິ່ງຂອງ Gen Z (51%) ແມ່ນໃຊ້ເງິນເດືອນຕໍ່ເດືອນ, 46% ກັງວົນວ່າຕ້ອງຫາວຽກເສີມ ແລະ 35% ກັງວົນເລື່ອງຄ່າຄອງຊີບ.

ຢ່າງໃດກໍຕາມ Gen Z ໃນອາເມຣິກາກໍຍັງຖືວ່າດີກວ່າຫຼາຍໆປະເທດເພາະສ່ວນໃຫຍ່ຍັງຮູ້ສຶກໝັ້ນໃຈວ່າຕົນເອງສາມາດຈັດການກັບຄ່າໃຊ້ຈ່າຍວັນຕໍ່ວັນໄດ້ ແຕ່ຂະນະດຽວກັນກໍບໍ່ມີຄວາມໝັ້ນໃຈຫາກຕ້ອງອອມເງິນເພື່ອກະສຽນອາຍຸ ຫຼື ລົງທຶນໃນຕະຫຼາດຮຸ້ນ ແລະ ກວ່າ 56% ບໍ່ມີເງິນອອມສຸກເສີນພຽງພໍທີ່ຈະຄວບຄຸມຄ່າໃຊ້ຈ່າຍໃນໄລຍະ 3 ເດືອນ.

ເມື່ອຮູ້ວ່າເປັນແບບນີ້ແລ້ວ ພວກເຮົາຈະສາມາດແກ້ໄຂຫຍັງໄດ້ແດ່?

ສ້າງນິດໄສການເກັບອອມ: ການມີເງິນສຳຮອງ, ການໃຊ້ຈ່າຍຢ່າງປະຢັດສະໝ່ຳສະເໝີຈະມີໂອກາດເຮັດໃຫ້ເຮົາສາມາດບັນລຸເປົ້າໝາຍທາງການເງິນໄດ້ ລວມໄປເຖິງເລື່ອງຂອງການຮຽນຮູ້ທີ່ຈະລົງທຶນເພາະຍິ່ງລົງທຶນໄວເທົ່າໃດເວລາຍິ່ງຈະເປັນຕົວຄູນທີ່ເຮັດໃຫ້ເຮົາມີໂອກາດທີ່ຈະປະສົບຜົນສຳເລັດໃນບັ້ນປາຍຊີວິດຫຼາຍຂຶ້ນເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

https://www.youtube.com/watch?v=_G_Ylm3_muY

positioningmag

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/