ເປີດໃຈໄປທ່ຽວແບບບໍ່ມີແຜນ


ປົກກະຕິທຸກຄັ້ງທີ່ເຮົາເດີນທາງໄປທ່ອງທ່ຽວບໍ່ວ່າຈະໃກ້ ຫຼື ໄກເຮົາກໍມັກຈະມີແຜນກຽມພ້ອມໄວ້ຮຽບຮ້ອຍໄວ້ໝົດແລ້ວ ພໍໄປຮອດແທ້ກໍມີພຽງຕາມແຜນທີ່ເຮົາວາງໄວ້ ແຕ່ລອງເປີດໃຈປ່ຽນຮູບແບບການໄປທ່ຽວໂດຍບໍ່ຕ້ອງມີແຜນລອງເບິ່ງ ເຮົາອາດຈະເຈິປະສົບການໃໝ່ໆທີ່ບໍ່ຄາດຄິດ ແລະ ເປັນການເດີນທາງທີ່ໜ້າຈົດຈຳໄປເລີຍກໍເປັນໄດ້.

ຊີວິດໃນຕົວເມືອງຜູ້ຄົນທີ່ຟ້າວຟັ່ງເຮັດໜ້າທີ່ຂອງຕົນເອງ ເຊື່ອວ່າເຮົາກໍຄົງມີຄວາມຮູ້ສຶກວ່າຢາກໃຫ້ເວລາຕົນເອງໄດ້ພັກຜ່ອນ ແຕ່ການຈະໄປທ່ຽວຄັ້ງໜຶ່ງກໍຕ້ອງໄດ້ຈັດກຽມສິ່ງນັ້ນສິ່ງນີ້, ຫາສະຖານທີ່ດີໆ, ຮ້ານອາຫານດັງໆ ແລະ ອີກຫຼາຍໆຢ່າງ ແນ່ນອນວ່າທຸກຄົນກໍຕ້ອງຄາດຫວັງໃຫ້ທຣິບນີ້ອອກມາດີຈົນເກີດຄວາມກັງວົນ, ຢ້ານວ່າບໍ່ກຸ້ມບໍ່ມ່ວນ ແຕ່ຢາກໃຫ້ທຸກຄົນລອງລະຖິ້ມຄວາມຄາດຫວັງເຫຼົ່ານີ້ແລ້ວເຕັມທີ່ກັບການມາທ່ຽວຄັ້ງນີ້ຈະດີກວ່າ.

1. ຄວາມສ່ຽງເປັນເລື່ອງປົກກະຕິ

ແນ່ນອນວ່າການເດີນທາງແບບບໍ່ມີແຜນ ບໍ່ມີທາງລາບລື່ນສະເໝີ ທຸກຄົນຄົງຈະກັງວົນວ່າບໍ່ມີແຜນແລ້ວຖ້າຈອງໂຮງແຮມບໍ່ໄດ້ ບໍ່ມີທີ່ພັກບ່ອນນອນຊິເຮັດແນວໃດ? ເຊື່ອເທາະວ່າທຸກຄົນມີຄວາມສາມາດພໍທີ່ຈະແກ້ໄຂບັນຫານີ້ໄດ້ ເຊື່ອໝັ້ນໃນຕົນເອງ ເຖິງຊິວ່າບໍ່ເຂົ້າໃຈພາສາກັນແຕ່ເຮົາກໍຍັງມີພາສາມື ມີເຄື່ອງຊ່ວຍແປພາສາໃຫ້ຊ່ວຍສື່ສານໃນຕ່າງຖິ່ນໄດ້ ພຽງແຕ່ໃຊ້ຄວາມສາມາດຂອງຕົນເອງອອກມາແກ້ໄຂບັນຫາຕ່າງໆ.

2. ເຮົາສາມາດປັບປ່ຽນສະຖານທີ່ໄດ້

ຖ້າເຮົາວາງແຜນໄວ້ແລ້ວ ແຕ່ເຮົາກໍບໍ່ອາດຮູ້ໄດ້ວ່າຮອດມື້ນັ້ນແລ້ວຊິເກີດແນວໃດຂຶ້ນ ເຮົາອາດຈະຂຶ້ນລົດບໍ່ທັນຕັ້ງແຕ່ມື້ໄປ ຫຼື ລົດເພລະຫວ່າງທາງຈົນເຮັດໃຫ້ເສຍເວລາ ຫຼື ຫຼົງທາງ ຫຼືວ່າ ໄປຮອດສະຖານທີ່ນັ້ນແລ້ວແຕ່ຊ້ຳພັດປິດ ຜູ້ຂຽນເຂົ້າໃຈຄວາມຮູ້ສຶກເຫຼົ່ານັ້ນດີ ເມື່ອເຮົາຄາດຫວັງຕັ້ງແຕ່ທຳອິດກໍບໍ່ແປກເລີຍທີ່ເຮົາຈະຮູ້ສຶກຜິດຫວັງ ການທ່ຽວແບບບໍ່ມີແຜນຈະເຮັດໃຫ້ເຮົາກ້າທີ່ປັບປ່ຽນໄປສະຖານທີ່ທ່ຽວບ່ອນອື່ນ ແລະ ການທີ່ກ້າທີ່ຈະໄປເສັ້ນທາງອື່ນນັ້ນແຫລະທີ່ເຮັດໃຫ້ເຮົາໄດ້ເຈິປະສົບການໃໝ່ໆ ອາດຈະໄດ້ເຈິສະຖານທີ່ທ່ອງທ່ຽວທີ່ສວຍງາມແຕ່ຄົນບໍ່ຮູ້ຈັກຫຼາຍ ໄດ້ເຈິຮ້ານອາຫານແຊບໆວິວດີໆ.

3. ໄດ້ໃຊ້ເວລາກັບສະຖານທີ່ນັ້ນ

ຖ້າຫາກໃນລະຫວ່າງທາງເຮົາມົວແຕ່ຊອກຫາວ່າຮ້ານນັ້ນຢູ່ໃສຮ້ານນີ້ຢູ່ບ່ອນໃດ ແຕ່ເຮົາເລືອກທີ່ຈະຍ່າງສະບາຍໆຜ່ອນຄາຍຄ່ອຍໆເລາະຊົມແຕ່ລະສະຖານທີ່ຢ່າງໃຈເຢັນ ເຖິງເຮົາເກັບບໍ່ຄົບທຸກສະຖານທີ່ທີ່ຄວນທ່ຽວ ແຕ່ເຮົາຈະໄດ້ໃຊ້ເວລາກັບສະຖານທີ່ນັ້ນຫຼາຍຂຶ້ນ ໄດ້ຊຶມຊັບຄວາມຮູ້ສຶກ ແລະ ຊື່ນຊົມຢ່າງຜ່ອນຄາຍ.

4. ໄດ້ເພື່ອນໃໝ່ລະຫວ່າງທາງ

ໃນລະຫວ່າງທາງແນ່ນອນວ່າເຮົາຈະໄດ້ເຈິຜູ້ຄົນທີ່ເຮົາບໍ່ຮູ້ຈັກຫຼາຍຄົນ ແຕ່ການທີ່ເຮົາໃຊ້ເວລາຢູ່ສະຖານທີ່ນັ້ນ ເຮົາອາດໄດ້ໂອ້ລົມແລກປ່ຽນປະສົບການກັບເພື່ອນໃໝ່ໃນລະຫວ່າງທາງ ບາງເທື່ອອາດລົມກັນຖືກຄໍຈົນກາຍເປັນມິດສະຫາຍຄົນໃໝ່ຂອງເຮົາໄປເລີຍ

5. ຍິ້ມຫົວໃຫ້ກັບສິ່ງທີ່ເກີດຂຶ້ນ

ວ່າກັນວ່າເມື່ອເຮົາອອກເດີນທາງເຮົາຈະເປັນຜູ້ເລົ່າຫຼາຍກວ່າຜູ້ຟັງ ແມ່ນແລ້ວເມື່ອຈົບທຣິບການເດີນທາງຄັ້ງນີ້ໄປ ຄວາມທຸກລັກທຸກເລ ຄວາມບາກບັ່ນ ຫຼື ຄວາມຜິດພາດໃນການເດີນທາງຈະການເປັນເລື່ອງເລົ່າ (ຫຼື ບາດກັບມາເລົ່າຄືນຈະກັບການເປັນເລື່ອງຕະຫຼົກໄປເລີຍ) ແຕ່ກໍສະແດງເຖິງຄວາມສາມາດຂອງເຮົາທີ່ສາມາດຜ່ານຜ່າມາໄດ້ ເຮັດໃຫ້ເຮົາໄດ້ຍິ້ມໄດ້ຫົວກັບເລື່ອງລາວເຫຼົ່ານັ້ນ.

6. ຢ່າຄິດວ່າບໍ່ກຸ້ມ

ບໍ່ຕ້ອງຢ້ານວ່າການເດີນທາງແບບນີ້ແລ້ວມັນຈະບໍ່ກຸ້ມ ໃນບາງເທື່ອແມ່ນຢູ່ວ່າອາດຈະເສຍເງິນຫຼາຍ ແຕ່ຖ້າທຽບກັບຄວາມຮູ້ສຶກມ່ວນ ການແກ້ໄຂບັນຫາໃນລະຫວ່າງທາງ ຄວາມຮູ້ສຶກທີ່ຊ່ວຍຢຽວຢາຈິດໃຈ ແລະ ເພື່ອນມິດສະຫາຍຄົນໃໝ່ ເປັນປະສົບການຊີວິດທີ່ເຮົາພົບເຈິໃນຊີວິດຈິງ ເຊິ່ງຫາບໍ່ໄດ້ຕາມຫ້ອງຮຽນ ຫຼື ໃນບ່ອນເຮັດວຽກຢູ່ໃສແນ່ນນອນ

ລອງເບິ່ງຈັກຄັ້ງໃນຊີວິດ ລືມເລື່ອງອື່ນໆໄປກ່ອນ ເຮັດໃນສິ່ງທີ່ເຮົາຢາກເຮັດອີຫຼີ ແລະ ປ່ອຍໃຫ້ຄວາມບັງເອີນເຕີມເຕັມສ່ວນທີ່ເຫຼືອ ແລ້ວທ່ານອາດຈະຫຼົງຮັກການເດີນທາງໃນຮູບແບບທີ່ທ່ານບໍ່ຄາດຄິດມາກ່ອນ

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/iw1U671C

https://cutt.ly/Pw1IqdKf

https://cutt.ly/9w1IqFjl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/