ມາຮູ້ຈັກ ສາເຫດຂອງອາການໜ້າບວມ ຫຼັງຕື່ນນອນຕອນເຊົ້າ


ທຸກທ່ານເຄີຍມີອາການນີ້ບໍ? ຕື່ນນອນໃນຕອນເຊົ້າມາແລ້ວໃບໜ້າບວມຜິດປົກກະຕິໂດຍບໍ່ຮູ້ສາເຫດວ່າເປັນຍ້ອນຫຍັງ? ເຊິ່ງວ່າໃບໜ້າທີ່ບວມນີ້ ມັນສົ່ງຜົນໃຫ້ການໃຊ້ຊີວິດໃນມື້ນັ້ນໆບໍ່ມີຄວາມໝັ້ນໃຈຕົນເອງເລີຍ ເພື່ອແກ້ໄຂອາການດັ່ງກ່າວ ເຮົາມາເບິ່ງນຳກັນວ່າມັນມີສາເຫດມາຈາກປັດໄຈໃດ ແລະ ຈະມີວິທີແກ້ໄຂແນວໃດ.

ສາເຫດທີ່ພາໃຫ້ເກີດອາການໜ້າບວມໃນຕອນເຊົ້າ

1). ຮ່າງກາຍຂາດນໍ້າ

ນ້ຳຖືວ່າເປັນອົງປະກອບສໍາຄັນຂອງຮ່າງກາຍ. ແຕ່ເມື່ອໃດທີ່ຮ່າງກາຍຂາດນໍ້າ ໂດຍສະເພາະແມ່ນຜິວໜັງ ຮ່າງກາຍຈໍາເປັນຕ້ອງດຶງເອົານໍ້າຈາກພາກສ່ວນຕ່າງໆໃນຮ່າງກາຍ ມາກັກເກັບໄວ້ໃນບໍລິເວນຂາດແຄນນ້ຳ. ເຊິ່ງສົ່ງຜົນໃຫ້ເກີດມີອາການບວມບໍລິເວນດັ່ງກ່າວ(ລວມໄປເຖິງໃບໜ້າ). ສະນັ້ນ, ທ່ານຄວນດື່ມນ້ຳສະອາດໃຫ້ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ເພື່ອຊ່ວຍໃຫ້ຫຼຸດອາການບວມໄດ້.

2. ກິນອາຫານເຄັມຫຼາຍເກີນໄປ

ການກິນອາຫານເຄັມ ຫຼື ມີໂຊດຽມຫຼາຍເກີນໄປ ເປັນສາເຫດເຮັດໃຫ້ໃບຫນ້າມີອາການບວມ. ເນື່ອງຈາກວ່າ, ລົດຊາດເຄັມສົ່ງຜົນໃຫ້ຮ່າງກາຍຕ້ອງການນ້ຳ ແລະ ຈຳຕ້ອງຮັກສານ້ຳເອົາໄວ້ ເພື່ອປັບສົມດຸນກ່ອນທີ່ຈະຂັບໄລ່ໂຊດຽມອອກໃນພາຍຫຼັງ.

3. ການນອນຜິດປົກກະຕິ

ອີກໜຶ່ງສາເຫດຂອງອາການບວມ ແມ່ນເກີດຈາກການກັກເກັບຂອງແຫຼວຂ້າມຄືນຜິດປົກກະຕິ ແຕ່ສິ່ງທີ່ເຫັນໄດ້ຊັດເຈນນັ້ນຈະຂຶ້ນກັບຄົນທີ່ນອນພັກຜ່ອນໜ້ອຍ ຫຼື ນອນຫຼາຍເກີນໄປ. ນອກນີ້, ໜຸນຫົວດ້ວຍໝອນຕໍ່າຈະເຮັດໃຫ້ນໍ້າ, ຂອງແຫຼວ, ເລືອດ ໄປກັກເກັບຢູ່ບໍລິເວນໃບໜ້າ ກໍ່ໃຫ້ເກີດອາການໜ້າບວມຫຼັງຕື່ນນອນ.

4. ອາການແພ້ຄຣີມຕ່າງໆ

ສຳລັບໃຜທີ່ມັກທາຄຣີມກ່ອນນອນ ແລະ ຕື່ນເຊົ້າມາພົບວ່າຜິວໜ້າບວມນັ້ນ ອາດມີອາການແພ້ຄຣີມ ຫຼື ສານຕ່າງໆພາຍໃນຄຣີມ; ນອກຈາກຈະມີອາການບວມແລ້ວ ອາດເກີດຜື່ນແດງຂຶ້ນຕາມຜິວໜ້າອີກດ້ວຍ ເຊິ່ງຖືວ່າເປັນຜົນຂ້າງຄຽງທີ່ເປັນອັນຕະລາຍຫຼາຍຕໍ່ຜິວໜ້າ.

5. ສາເຫດມາຈາກພະຍາດອື່ນໆ

ສາເຫດຂອງການບວມຂອງໃບໜ້າ ມັນບໍ່ໄດ້ເກີດມາຈາກພຶດຕິກໍາຂອງທ່ານພຽງຢ່າງດຽວ, ແຕ່ອາການເຫຼົ່ານີ້ຍັງເປັນສັນຍານເຕືອນຂອງພະຍາດຮ້າຍແຮງຕ່າງໆເຊັ່ນ: ສຸຂະພາບຊ່ອງປາກ, ຕາ ຫຼື ອາການແພ້ຕາມຜິວໜັງ.

ວິທີແກ້ອາການໜ້າບວມຫຼັງຕື່ນນອນໃນຕອນເຊົ້າ

  • ດື່ມນ້ຳໃຫ້ພຽງພໍ: ການດື່ມນ້ຳຈະຊ່ວຍໃຫ້ຮ່າງກາຍຂັບໄລ່ໂຊດຽມສ່ວນເກີນອອກໄປ ແລະ ປ້ອງກັນການຂາດນ້ຳ
  • ຫຼີກເວັ້ນອາຫານ ແລະ ເຄື່ອງດື່ມທີ່ມີໂຊດຽມສູງໃນຕອນແລງ: ພະຍາຍາມກິນອາຫານທີ່ຍ່ອຍສະຫຼາຍງ່າຍ, ຫຼີກເວັ້ນອາຫານປຸງແຕ່ງດ້ວຍໂຊດຽມສູງ ແລະ ງົດດື່ມສິ່ງມຶນເມົາ
  • ນອນພັກຜ່ອນໃຫ້ພຽງພໍ: ພະຍາຍາມນອນໃຫ້ພຽງພໍ 7-8 ຊົ່ວໂມງຕໍ່ຄືນ.
  • ນອນຫງາຍໜ້າ: ການນອນຫງາຍຈະຊ່ວຍປ້ອງກັນບໍ່ໃຫ້ນໍ້າໄຫຼ ຫຼື ອຽງລົງໄປບໍລິເວນຂ້າງໃດໜຶ່ງຂອງໃບໜ້າ.
  • ປະຄົບຜ້າເຢັນເທິງໃບໜ້າ: ປະຄົບໄວ້ປະມານ 10-15 ນາທີ ໃນຕອນເຊົ້າ ອາດຈະຊ່ວຍຫຼຸດອາການບວມໄດ້.
  • ດື່ມຊາຂຽວ: ຊາຂຽວມີສານຕ້ານອະນຸມູນອິດສະຫຼະ ຊ່ວຍຫຼຸດອາການບວມໄດ້ດີ.
  • ນອນເທິງໝອນສູງພໍເໝາະສົມ: ເພື່ອຊ່ວຍປ້ອງກັນບໍ່ໃຫ້ນໍ້າໃນຮ່າງກາຍໄຫຼສູ່ໃບຫນ້າຂອງທ່ານ.

ແຫຼ່ງທີ່ມາ:

https://m.facebook.com/256097964403278/posts/

https://salehere.co.th/articles/face-swelling-in-the-morning

https://www.sanook.com/women/244409/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/