ຕະຫຼາດ crypto ຄຶກຄັກ! ບໍລິສັດຊັ້ນນໍາເປີດຮັບສະໝັກພະນັກງານໃໝ່ ຫຼັງຈາກທີ່ຕະຫຼາດເລີ່ມຟື້ນຕົວຂຶ້ນ


Olga Kharif ໄດ້ກ່າວໃນບົດຄວາມຫຼ້າສຸດຈາກ Bloomberg News ວ່າການຈ້າງງານໃນອຸດສາຫະກໍາ crypto ແມ່ນເລີ່ມທີ່ຈະຟື້ນຕົວຂຶ້ນ. ໂດຍຊີ້ໃຫ້ເຫັນເຖິງບໍລິສັດທີ່ມີຊື່ສຽງຕ່າງໆເຊັ່ນ Coinbase, Kraken, Binance ລວມທັງຍັກໃຫຍ່ທາງດ້ານການເງິນແບບດັ້ງເດີມເຊັ່ນ Fidelity ຕ່າງກໍເປີດຮັບພະນັກງາຍຫຼາຍຕຳແໜ່ງ. ໂດຍໃຫ້ເຫດຜົນວ່າການຈ້າງງານທີ່ເພີ່ມຂຶ້ນແມ່ນມີຄວາມກ່ຽວຂ້ອງກັບລາຄາ Bitcoin ທີ່ເພີ່ມສູງຂຶ້ນ, ສົ່ງຜົນໃຫ້ນັກລົງທຶນມີຄວາມສົນໃຈໃນອຸດສາຫະກໍານີ້ຫຼາຍຂຶ້ນ.

ນອກຈາກນີ້, HR ຂອງ Kraken ຍັງໄດ້ກ່າວເພີ່ມອີກວ່າ:

“ບໍລິສັດ Kraken ໄດ້ສຳຫຼວດຂໍ້ມູນຕ່າງໆໃນໄລຍະຕະຫຼາດ bull ແລະ ຕະຫຼາດ bearຫຼາຍຄັ້ງທີ່ຜ່ານມາ. ໃນປັດຈຸບັນກໍກໍາລັງກະກຽມສໍາລັບໄລຍະເວລາຂອງການຂະຫຍາຍຕົວຂອງຕະຫຼາດຢ່າງໄວວາ. ການຟື້ນຕົວຂອງຕະຫຼາດ crypto ເມື່ອບໍ່ດົນມານີ້ໄດ້ຕອກຢ້ຳວ່າໃນປີ 2024 ເປັນປີທີ່ເໝາະສົມສໍາລັບການເຕີບໂຕ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ຈະ​ເພີ່ມ​ຂຶ້ນ​ໃນ​ອະນາຄົດ”

ອີງຕາມບົດຄວາມລາຍງານຫຼ້າສຸດຈາກ Bloomberg ທີ່ໄດ້ອ້າງອີງຂໍ້ມູນຈາກ CryptocurrencyJobs.co ລາຍງານວ່າ ໄດ້ມີການຈ້າງງານຢູ່ໃນບໍລິສັດ crypto ເພີ່ມຂຶ້ນເກືອບສອງເທົ່າເມື່ອທຽບກັບປີທີ່ຜ່ານມາ. ໂດຍຕຳແໜ່ງທີ່ກ່ຽວຂ້ອງກັບ Blockchain ຫຼາຍກວ່າ 1,700 ຕໍາແໜ່ງໄດ້ເປີດຮັບສະໝັກຢູ່ໃນຂະນະນີ້. ເຊິ່ງນີ້ສະແດງໃຫ້ເຫັນຄວາມຕ້ອງການທີ່ເພີ່ມຂຶ້ນໃນອຸດສາຫະກໍາ crypto.

Bloomberg ສັງເກດວ່າໃນຂະນະທີ່ການຈ້າງງານຍັງບໍ່ທັນຮອດຈຸດສູງສຸດຂອງປີ 2021, ແຕ່ຍັງມີແນວໂນ້ມທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ທ້າຍປີ 2023 ເປັນຕົ້ນມາ. ບໍລິສັດຕ່າງໆທີ່ຄຳນຶງເຖິງການຂະຫຍາຍທຸລະກິດທີ່ຫຼາຍເກິນໄປໃນອະດີດ ເຊິ່ງເຫັນໄດ້ຊັດເຈນວ່າພວກເຂົາໃຊ້ແນວທາງທີ່ມີການວາງແຜນເພື່ອຜົນທີ່ໄດ້ຮັບຫຼາຍຂຶ້ນ ຕົ່ວຢ່າງ: Coinbase ວາງແຜນການເຕີບໂຕແບບ “ເລັກນ້ອຍ” ຫຼັງຈາກການປົດພະນັກງານໃນຄັ້ງກ່ອນ.

Bloomberg ຍັງເນັ້ນໜັກວ່າການຂະຫຍາຍຕົວໃນປັດຈຸບັນແມ່ນສາມາແນມເຫັນໄດ້ຊັດເຈນຫຼາຍທີ່ສຸດໃນພາລະບົດບາດການພັດທະນາທາງດ້ານທຸລະກິດ ເຊິ່ງເປັນສັນຍານທີ່ດີຂອງການຂະຫຍາຍການດໍາເນີນງານ. ຜູ້ຊ່ຽວຊານດ້ານອຸດສາຫະກໍາເຊັ່ນ Dan Spuller ຈາກ Blockchain ໄດ້ຄາດການວ່າການຈ້າງງານຈະຍັງສືບຕໍ່ໄປຕະຫຼອດປີ 2024 ແລະ ສືບຕໍ່ໆໄປ, ເຊິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງຕະຫຼາດທີ່ມີທ່າແຮງ.

ເຖິງແມ່ນວ່າການຟື້ນຕົວເປັນກໍາລັງໃຈ, ແຕ່ກໍຕ້ອງຍອມຮັບວ່າລາຍຊື່ crypto ໂດຍລວມໃນແພລັດຟອມເຊັ່ນ Indeed ແລະ LinkedIn ແມ່ນຍັງຕໍ່າກວ່າລະດັບກ່ອນເກີດການຖົດຖອຍໃນຄັ້ງກ່ອນ.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 66,805 ໂດລາ, ເຊິ່ງເພີ່ມຂຶ້ນ 4.08% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.

ທີ່ມາ:

cryptoglobe

tradingview

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/