ປະກາລັງທົ່ວໂລກກຳລັງຕາຍ ບົ່ງບອກເຖິງໂລກກຳລັງເຂົ້າຂັ້ນວິກິດ


ນັກວິທະຍາສາດກັງວົນວ່າແນວປະກາລັງ Great Barrier Reef ຈະເກີດການຟອກຂາວກິນຄວາມຍາວ 1,000 ກິໂລແມັດ ການຟອກຂາວຄັ້ງໃຫຍ່ຈະເຮັດໃຫ້ເກີດການຕາຍໄປທົ່ວມະຫາສະໝຸດ.

ຜູ້ຊ່ຽວຊານຈາກສະຖາບັນທາງທະເລແຫ່ງອອສເຕຣເລຍ (AIMS), ສູນວິໄຈເຂດຮ້ອນ ແລະ ເຈົ້າໜ້າທີ່ໜ່ວຍງານອຸທິຍານທາງທະເລ ລາຍງານວ່າ ແນວປະກາລັງມີການຟອກຂາວເກີດຂຶ້ນຢ່າງກວ້າງຂວາງ ແລະ ສະໝ່ຳສະເໝີ ສິ່ງນີ້ສອດຄ່ອງກັບອຸນຫະພູມຂອງມະຫາສະໝຸດທີ່ສູງຂຶ້ນ.

Great Barrier Reef ເປັນແນວປະກາລັງທີ່ໃຫຍ່ທີ່ສຸດໃນໂລກ ຄອບຄຸມພື້ນທີ່ 348,000 ກິໂລຕາແມັດ ມີຢູ່ເກືອບ 3,000 ແນວປະກາລັງ ມີຄວາມຫຼາກຫຼາຍຂອງຊີວະພາບ ເປັນທີ່ຢູ່ອາໄສຂອງປາປະມານ 1,500 ຊະນິດ ຫອຍ 4,000 ຊະນິດ ນົກອີກ 240 ສາຍພັນ ຕະຫຼອດຈົນຮອດຟອງນ້ຳ ດອກໄມ້ທະເລ ໜອນທະເລ ສັດນ້ຳເປືອກແຂງ ສັດລ້ຽງລູກດ້ວຍນ້ຳນົມທາງທະເລອື່ນໆອີກຫຼາຍ. ນອກຈາກນັ້ນມັນຍັງເປັນແຫຼ່ງສຳຄັນໃນການກັກເກັບຄາບອນຂອງໂລກ.

Great Barrier Reef ຟອກຂາວໄປແລ້ວ 6 ຄັ້ງ ຫຼ້າສຸດແມ່ນປີ 2022 ແລະ ນີ້ອາດຈະເປັນຄັ້ງທີ 7
ໂລກມີຫຼາຍເດືອນທີ່ອຸນຫະພູມສູງເກີນ 1.5 ອົງສາ ເມື່ອທຽບກັບຍຸກກ່ອນອຸດສາຫະກຳ, ນັກວິທະຍາສາດເຊື່ອວ່າ ຖ້າອຸນຫະພູມຂຶ້ນໄປສູງກວ່ານີ້ເປັນການຖາວອນ 90% ຂອງປະກາລັງທົ່ວໂລກຈະສູນຫາຍໄປ ແລະ ສົ່ງຜົນຕໍ່ທຸກຊີວິດໃນມະຫາສະໝຸດ ລວມເຖິງມະນຸດເຮົາດ້ວຍ.

ທີ່ມາ: https://www.weforum.org/agenda/2024/03/coral-reefs-bleaching-nature-climate-news-03182024/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/