ໂຈນລັກຕູ້ເທັນເນີລົດຖີບໄຟຟ້າໄດ້ພຽງ 7 ນາທີ! ມູນຄ່າຫຼາຍເຖິງ 1,000,000 ໂດລາ


Biktrix ຜູ້ຜະລິດ e-bike ຂອງປະເທດແຄນາດາ ໄດ້ແຊຣ໌ເລື່ອງລາວທີ່ບໍ່ມີວັນລືມວ່າ ມີຄົນຮ້າຍໄດ້ລັກຕູ້ຄອນເທັນເນີ ເຊິ່ງພາຍໃນບັນຈຸລົດຖີບໄຟຟ້າຮຸ່ນໃໝ່ຢ່າງ Juggernaut FS ST ອອກຈາກຄັງສິນຄ້າຂອງບໍລີສັດໃນ DELTA, British Columbia.

ນອກຈາກນີ້ຍັງມີລົດຖີບຕົ້ນແບບທີ່ບໍລິສັດກຳລັງພັດທະນາສຳລັບການເປີດຕົວໃນປີນີ້ອີກຫຼາຍຮຸ່ນຢູ່ໃນຕູ້ຄອນເທັນເນີດັ່ງກ່າວ ເຊິ່ງຫາກລວມມູນຄ່າທີ່ເສຍໄປລວມທັງໝົດເປັນເງິນ 1,000,000 ໂດລາ ໂດຍໂຈນໄດ້ໃຊ້ເວລາລັກຕູ້ຄອນເທັນເນີພຽງ 7 ນາທີ.

ໃນວິດີໂອທີ່ເກັບພາບໄວ້ໄດ້ພົບວ່າ ໂຈນໄດ້ຂັບລົດ Trailer Ryder ເຂົ້າມາໃນໂກດັງ ຈາກນັ້ນດຶງຕູ້ຄອນເທັນເນີທີ່ຕິດຕັ້ງຢູ່ເທິງໂຄງຕູ້ທີ່ໜ້າຈະມາຈາກການສົ່ງມອບຫຼ້າສຸດ ເຊິ່ງໂຈນໄດ້ທຳລາຍຕົວລັອກທີ່ຢຶດເອົາໄວ້ກັບຕູ້ຄອນເທັນເນີ ຈາກນັ້ນນຳເອົາລົດ Trailer ມາເຊື່ອມຕໍ່ກັບຕູ້ຄອນເທັນເນີແລ້ວຂັບອອກໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/