G-Dragon ກໍ່ຕັ້ງມູນນິທິຕໍ່ຕ້ານຢາເສບຕິດ JUSPEACE Foundation 


ເມື່ອວັນທີ 21 ​ທັນວາ 2023 ທີ່ຜ່ານມາທາງ G-Dragon ໄດ້ອອກມາຂຽນຈົດໝາຍປະກາດເຖິງການເປີດຕົວມູນນິທິ JUSPEACE Foundation ທີ່ຕັ້ງໃຈກໍ່ຕັ້ງຂຶ້ນມາເພື່ອກຳຈັດ ແລະ ຕໍ່ຕ້ານຢາເສບຕິດ ພ້ອມຍັງຕັ້ງເປົ້າໝາຍໃນການສະໜັບສະໜູນຜູ້ທີ່ບໍ່ໄດ້ຮັບຄວາມຍຸຕິທຳ ແລະ ມີຄວາມທຸກທໍລະມານຈາກອະຄະຕິຂອງຜູ້ອື່ນ.

ໂດຍຕົ້ນສັງກັດຂອງ G-Dragon ຢ່າງ Galaxy Corporation ໄດ້ອອກມາເປີດເຜີຍວ່າຊື່ຂອງມູນນິທິ JUSPEACE Foundation ເກີດຂຶ້ນຈາກການປະສົມຄຳລະຫວ່າງ  Justice ແລະ Peace ໂດຍມີສະໂລແກນທີ່ສະທ້ອນເຖິງນະໂຍບາຍຂອງອົງກອນນັ້ນຄືປົກປ້ອງສັນຕິ ແລະ ຮັກໃນຄວາມຍຸຕິທຳ.

G-Dragon ໄດ້ບໍລິຈາກເງິນສ່ວນຕົວຈຳນວນ 300 ລ້ານວອນໂດຍບໍລິຈາກໃນນາມຂອງ VIP ເຊິ່ງເປັນຊື່ແຟນຄລັບຂອງ BIGBANG ໂດຍທາງມູນນິທິເອງກໍໄດ້ມີຜູ້ຊ່ຽວຊານຂະແໜງຕ່າງໆເຂົ້າຮ່ວມດ້ວຍ ບໍ່ວ່າຈະເປັນຂະແໜງການສະຫວັດດີການ, ທາງດ້ານການແພດ, ນະໂຍບາຍດ້ານສາທາລະນະ ແລະ ດ້ານອື່ນໆອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/