ເຂດເສດຖະກິດ ບຶງທາດຫຼວງ ນຳໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນການພັດທະນາໂຄງການ


ໂຄງການອ້ອມອາຊີສາກົນ, ໂຄງການວຽງຈັນ ນະຄອນສີຂຽວ ແລະ ໂຄງການຈົງເທິງສາກົນ ທີ່ກຳລັງພັດທະນາເປັນ ຄອນໂດ, ຕຶກສໍານັກງານ ແລະ ຕຶກອາພາດເມັ້ນ ໃນເຂດເສດຖະກິດສະເພາະ ບຶງທາດຫຼວງ ນະຄອນຫຼວງວຽງຈັນ ແມ່ນໄດ້ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າມາພັດທະນາໂຄງການ ປະກອບເຄື່ອງຮັບໃຊ້ພາຍໃນທຸກອາຄານເປັນຍີ່ຫໍ້ດັງຂອງໂລກ, ຮັບປະກັນມີຄວາມປອດໄພສູງ.

ທ່ານ ຢາງ ຢົງ ສຽນ ຮອງປະທານບໍລິສັດ ອ້ອມອາຊີ ພັດທະນາອະສັງຫາລິມະຊັບ ຈຳກັດ ໄດ້ໃຫ້ສຳພາດຕໍ່ໜັງສືພິມປະຊາຊົນ ເມື່ອວັນທີ 27 ທັນວາ ນີ້ ວ່າ: ໃນປີ 2011 ບໍລິສັັດ ບຶງທາດຫຼວງ ພັດທະນາໄດ້ມາສຳປະທານດິນເຂດບຶງທາດຫຼວງ ແລະ ໄດ້ເລີ່ມພັດທະນາບຸກເບີກເຂດດັ່ງກ່າວ ໃນເນື້ອທີ່ 200 ກວ່າເຮັກຕາ. ໃນປີ 2019 ທາງບໍລິສັດ ພວກເຮົາໄດ້ເລີ່ມເຂົ້າມາພັດທະນາ 3 ໂຄງການ ໃນເນື້ອທີ່ 8 ແສນຕາແມັດ ແລະ ໄດ້ສ້າງຕັ້ງ 3 ບໍລິສັດຂຶ້ນມາຄື: ບໍລິສັດ ອ້ອມອາຊີສາກົນ, ບໍລິສັດວຽງຈັນ ນະຄອນສີຂຽວ ແລະ ບໍລິສັດ ຈົງເທິງສາກົນ, ໃນສາມໂຄງການນີ້, ໄດ້ພັດທະນາກໍ່ສ້າງຕຶກຄອນໂດ, ຕຶກອາພາດເມັ້ນ 3 ຕຶກໃນເນື້ອທີ່ 2 ແສນກວ່າຕາແມັດ ແລະ ກໍາລັງຈະສ້າງຕຶກສໍານັກງານໃຫຍ່ຂອງໂຄງການ.

ການພັດທະນາໂຄງການດັ່ງກ່າວຖືວ່າເປັນໂຄງການທີ່ທັນສະໄໝອັນດັບໜຶ່ງໃນ ສປປ ລາວ ທີ່ໄດ້ນຳໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າມາພັດທະນາໂຄງການ, ໃນນັ້ນການປະກອບເຄື່ອງໃຊ້ ໃນແຕ່ລະຫ້ອງ ແມ່ນມີຄວາມປອດໄພສູງ, ບໍ່ວ່າຈະເປັນການນຳໃຊ້ແກັສໃນຫ້ອງຄົວ ກໍໄດ້ນຳໃຊ້ແກັສຈາກສະຖານນີແກັສ ໂດຍກົງ ແລ້ວສົ່ງຜ່ານທໍ່ແກັສເຂົ້າແຕ່ລະຫ້ອງຄົວ ໂດຍຫຼີກເວັ້ນການນຳໃຊ້ແກັສເປັນຖັງເພື່ອຮັບປະກັນຄວາມປອດໄພ, ສໍາລັບລະບົບນໍ້າປະປາກໍນໍາໃຊ້ລະບົບກັ່ນກອງນໍ້າທີ່ສະອາດສາມາດດື່ມໄດ້ເລີຍ, ນັບວ່າເປັນໂຄງການທຳອິດໃນນະຄອນຫຼວງວຽງຈັນທີ່ນຳໃຊ້ລະບົບນີ້.

ສໍາລັບຕຶກຄອນໂດ, ອາພາດເມັ້ນ ແມ່ນມີຫຼາຍຂະໜາດ ນັບແຕ່ຫ້ອງຂະໜາດນ້ອຍຫ້ອງດ່ຽວ ເຖິງ 4 ຫ້ອງນອນ ເພື່ອໃຫ້ຄົນລາວໄດ້ມີທາງເລືອກໃນການຊົມໃຊ້, ສຳລັບຄອນໂດ ແມ່ນມີ ຄວາມສູງ 31 ຊັ້ນ (ມີ 288 ຫ້ອງ), ຕຶກສໍານັກງານໃຫຍ່ມີຄວາມສູງ 25 ຊັ້ນ (ມີ 184 ຫ້ອງ) ແລະ ຕຶກອາພາດເມັ້ນສູງ 14 ຊັ້ນ (ຫ້ອງດຽວມີ 222 ຫ້ອງ) ຈຸດເດັ່ນຂອງໂຄງການ ທຸກຫ້ອງ ແມ່ນຈະມີສະລອຍນໍ້າ ຖືເປັນໂຄງການພິເສດທີ່ສຸດໃນໂລກກໍວ່າໄດ້ ເພາະບໍ່ໄດ້ມີຫຼາຍໂຄງການມີແບບນີ້ ແມ່ນແຕ່ ຢູ່ ສປ ຈີນກໍຍັງບໍ່ມີ.

ສໍາລັບອຸປະກອນທີ່ມານໍາໃຊ້ເຂົ້າໃນໂຄງການກໍ່ສ້າງຕ່າງໆ ແມ່ນໄດ້ມີການປະເມີນເຖິງສິ່ງແວດລ້ອມໃຫ້ເປັນຕົວເມືອງທີ່ບໍ່ມີມົນລະພິດ ໂດຍອຸປະກອນນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ອຸປະກອນອຳນວຍຄວາມສະດວກກໍໄດ້ນຳໃຊ້ສິນຄ້າທີ່ມີຍີ່ຫໍ້ອັນດັບໜຶ່ງ ຂອງ ສປ ຈີນ ແລະ ປະເທດອື່ນໆທີ່ໄດ້ມາດຕະຖານສາກົນ.

ປັດຈຸປັນ, ມີລູກຄ້າຫຼາຍປະເທດເຂົ້າມາຈັບຈອງຫ້ອງແລ້ວ ສ່ວນຫຼາຍ ຈະເປັນຄົນຈີນ, ສ ເກົາຫຼີ ແລະ ຄົນລາວ, ຄາດວ່າຕຶກອາພາດເມັ້ນທີ່ກໍາລັງກໍ່ສ້າງຈະມີການມອບ-ຮັບໃຫ້ລູກຄ້າໃນປີ 2024 ທີ່ຈະມາເຖິງນີ້.

ສ່ວນຕຶກຫ້ອງການຂອງໂຄງການແມ່ນໄດ້ສ້າງສຳເລັດ 1 ຕຶກ ແລະ ກຳລັງດຳເນີນການກໍ່ສ້າງຕື່ມອີກ 2 ຕຶກ, ສຳລັບໂຄງການອ້ອມອາຊີສາກົນ ລວມມີ 9 ຕຶກ ປັດຈຸບັນ ສ້າງສຳເລັດແລ້ວ 4 ຕຶກ, ຍັງເຫຼືອ 5 ຕຶກ, ໃນສາມໂຄງການໄດ້ສ້າງວຽກເຮັດງານທຳໃຫ້ແກ່ຄົນລາວເປັນຈຳນວນຫຼາຍ ໃນນັ້ນເປັນພະນັກງານທີ່ຢູ່ຫ້ອງຂາຍປະມານ 100 ກວ່າຄົນ, ກໍາມະກອນປະມານ 100 ກວ່າຄົນ ແລະ ທາງບໍລິສັດຍັງໄດ້ເອົາໃຈໃສເບິ່ງແຍງດ້ານສະຫວັດດີການສັງຄົມຂອງພະນັກງານ-ກຳມະກອນຕາມກົດໝາຍຂອງ ສປປ ລາວ, ໃນຂະນະດຽວກັນຍັງໃຫ້ຄ່າຈ້າງແຮງງານສູງ ແລະ ໃນກໍລະນີເຮັດວຽກເກີນໂມງ ທາງບໍລິສັດກໍມີເງິນເພີ່ມໃຫ້ຕື່ມອີກ, ມີມື້ພັກໃຫ້, ສ່ວນອາກອນລາຍໄດ້ຂອງພະນັກງານ ແລະ ກຳມະກອນທາງບໍລິສັດກໍຮັບຜິດຊອບຈ່າຍໃຫ້ທັງໝົດ.

ທ່ານກ່າວຕື່ມວ່າ: ເຖິງວ່າການພັດທະນາ ຢູ່ ສປປ ລາວ ຍັງຊັກຊ້າແຕ່ໃນນາມທີ່ເປັນບໍລິສັດອະສັງຫາລິມະຊັບ ເຊື່ອວ່າຢູ່ລາວຈະສາມາດພັດທະນາໄປໄດ້ໄກກວ່ານີ້ ໃນຂະນະທີ່ທາງບໍລິສັດເຂົ້າມາພັດທະນາໃນຮູບແບບນີ້ ແມ່ນຈະເຮັດໃຫ້ກົດໝາຍກ່ຽວກັບອະສັງຫາລິມະຊັບຢູ່ລາວສາມາດປັບປຸງໄດ້ໄວຂຶ້ນ ແລະ ພວກເຮົາກໍພະຍາຍາມເລັ່ງສ້າງເຂດເສດຖະກິດສະເພາະແຫ່ງນີ້ ໃຫ້ມີຄວາມສົມບູນແບບໂດຍໄວ ເຊິ່ງໃນປັດຈຸບັນແມ່ນຢູ່ໃນຂັ້ນຕອນການອອກແບບ ໂດຍໄດ້ຈ້າງບໍລິສັດ ທີ່ໃຫຍ່ ຈາກ ຊຽງໄຮ້ ສປ ຈີນ ເຂົ້າມາອອກແບບກ່ຽວກັບເຂດອ້ອມບຶງ ທີ່ຈະເຮັດເປັນແຫຼ່ງທ່ອງທ່ຽວ ແລະ ເຊື່ອວ່າຖ້າຕຶກຫ້ອງການສໍານັກງານໃຫຍ່ສໍາເລັດຄາດວ່າຈະມີບໍລິສັດ ເຂົ້າມາລົງທຶນຫຼາຍຂຶ້ນ ແລະ ຈະເຮັດໃຫ້ລັດຖະບານມີລາຍຮັບເລື່ອງພາສີ-ອາກອນຫຼາຍຂຶ້ນເຊັ່ນດຽວກັນ.

ສັງລວມແລ້ວ 3 ໂຄງການທີ່ກຳລັງພັດທະນາຢູ່ໃນເຂດເສດຖະກິດສະເພາະບຶງທາດຫຼວງແມ່ນສະແດງເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ 3 ບໍລິສັດ ເພື່ອປະກອບສ່ວນເຮັດໃຫ້ ສປປ ລາວ ມີການພັດທະນາ ທາງດ້ານພື້ືນຖານໂຄງລ່າງທີ່ຫຼາກຫຼາຍ ແລະ ສ້າງໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ທັງເປັນຈຸດດຶງດູດເອົານັກລົງທຶນຕ່າງປະເທດເຂົ້າມາລົງທຶນໃນ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອສ້າງຖານລາຍຮັບໃຫ້ ສປປ ລາວ ນັບມື້ເຂັ້ມແຂງຂຶ້ນເລື້ອຍໆ.

ຂໍ້ມູນຈາກ: ປະເທດລາວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/