FRED ໄຟສັນຍານຈະລາຈອນກວດຈັບຄວາມໄວຂອງລົດ ເພື່ອຊ່ວຍລົດຜ່ອນອຸບັດຕິເຫດໃນເຂດໂຮງຮຽນ


ໄອເດຍໄຟສັນຍານຈະລາຈອນອັດສະລິຍະນີ້ຖືກຕິດຕັ້ງໃນເຂດໂຮງຮຽນຂອງເມືອງ Brossard ລັດ Québec ປະເທດເເຄນາດາ. Québécois ຜູ້ຜະລິດໄຟສັນຍານຈະລາຈອນ “feu de ralentissement éducatif” ຫຼື FRED ກ່າວວ່າ: ໄຟຈະລາຈອນດັ່ງກ່າວຈະໃຫ້ສັນຍານສີຂຽວເມື່ອຄົນຂັບລົດມີຄວາມໄວບໍ່ເກິນ 30 ກິໂລແມັດຕໍ່ຊົ່ວໂມງ ເເລະ ສັນຍານສີເເດງເມື່ອກ້ອງກວດຈັບພົບວ່າມີລົດມີຄວາມໄວກາຍ 30 ກິໂລແມັດຕໍ່ຊົ່ວໂມງ ເເລະ ຖືກບັງຄັບໃຫ້ຢຸດກ່ອນຈະປ່ຽນເປັນໄຟສີຂຽວ, ການຕິດຕັ້ງໄຟສັນຍານຈະລາຈອນດັ່ງກ່າວກໍເພື່ອລົດຜ່ອນການເກີດອຸບັດຕິເຫດໃນເຂດສະຖານທີ່ສຶກສາໃຫ້ມີປະສິດທິພາບຍິ່ງຂຶ້ນ.

Doreen Assaad ນາຍົກລັດຖະມົນຕີຂອງເມືອງ Brossard ກ່າວວ່າ ໄຟສັນຍານຈະລາຈອນ FRED ສາມາດໃຊ້ໄດ້ໃນສະຖານະການສະເພາະເທົ່ານັ້ນ, ບໍ່ສາມາດຄວບຄຸມ ເເລະ ໃຊ້ໄດ້ຢູ່ທາງແຍກ. ໝາຍຄວາມວ່າໄຟຈະລາຈອນນີ້ສາມາດໃຊ້ໄດ້ພຽງເເຕ່ຖະໜົນຫົນທາງຂະໜາດນ້ອຍ ເເລະ ມີພຽງແຕ່ໜຶ່ງເລນເທົ່ານັ້ນ.

ມັນຈະດີພຽງໃດຖ້າຫາກເຮົາສາມາດພັດທະນາໄຟສັນຍານອັດສະລິຍະນີ້ໃຫ້ສາມາດຄວບຄຸມການສັນຈອນໃນທາງເເຍກໄດ້ ເເລະ ສາມາດຕິດຕັ້ງໃນເຂດຊຸມຊົນ, ເຂດສະຖານທີ່ຢູ່ອາໄສ ເເລະ ເຂດສະຖານທີ່ສຶກສາເພື່ອລົດຄວາມໄວຂອງຍານພາຫະນະ ເເນ່ນອນວ່າອຸບັດຕິເຫດກໍຈະລົດລົງໄປຕາມໆກັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/