Twitter ກຽມໃຫ້ບໍການການສົນທະນາແບບສຽງ ແລະ ວິດີໂອ


ວັນທີ 10 ພຶດສະພາ 2023 ສຳນັກງານຂ່າວຕ່າງປະເທດໄດ້ລາຍງານຈາກເມືອງ ຊານຟຣານຊິສໂກ ປະເທດ ອາເມຣິກາ ວ່າ Elon Musk ປະທານຄະນະເຈົ້າໜ້າທີບໍລິຫານຂອງ Twitter ໄດ້ກ່າວວ່າ “ພາຍໃນອະນາຄົດອັນໃກ້ນີ້ ທາງ Twitter ຈະເລີ່ມໃຫ້ບໍການການສົນທະນາແບບສຽງ ແລະ ການສົນທະນາແບບວິດີໂອ.

ໂດຍເມື່ອປີກ່ອນ Elon Musk ໄດ້ປະກາດຄວາມຕັ້ງໃຈທີ່ຈະເປີດຕົວ Twitter 2.0 The Everything App ທີ່ຈະຊີ້ໃຫ້ເຫັນວ່າ Twitter ຈະມີຟີເຈີໃໝ່ໆເຊັ່ນການສົ່ງຂໍ້ຄວາມຫາກັນໂດຍກົງແບບເຂົ້າລະຫັດ ທະວິດແບບຍາວ ແລະ ຈະມີລະບົບການຊຳລະເງິນອີກດ້ວຍ.

ການອອກຟີເຈີໃໝ່ໃນເທື່ອນີ້ຖືເປັນການທີ່ທາງ Twitter ໄດ້ຍົກລະດັບການເຂົ້າລະຫັດຂໍ້ຄວາມສົນທະນາ ຫຼື ການ DM ເພື່ອເປັນການເພີ່ມການປົກປ້ອງຄວາມເປັນສ່ວນຕົວຂອງບັນຊີຜູ້ໃຊ້ງານທາງ Twitter ຄວາມເຄື່ອນໄຫວໃນການອອກຟີເຈີໃໝ່ ເກີດຂຶ້ນພຽງມື້ດຽວຫຼັງຈາກທີ່ທາງ Twitter ປະກາດຈະ ປິດບັນຊີຜູ້ໃຊ້ Twitter ທີ່ບໍມີການເຄື່ອນໄຫວ ຫຼື ບໍ່ໄດ້ໃຊ້ງານມາຫຼາຍປີແລ້ວນັ້ນເອງ. ພ້ອມກັບໄດ້ກ່າວໃນການເປີດຟີເຈີໃໝ່ນີ້ວ່າ “ສິ່ງທີ່ຈະມາໃນອີກບໍ່ດົນ ຈະະເປັນການຕອບແຊັດດ້ວຍສຽງ ແລະ ການໂທດ້ວຍວິດີໂອຄໍຈາກໂທລະສັບຂອງທຸກຄົນຢູ່ເຖິງແພລັດຟອມນີ້ ດັ່ງນັ້ນ ຕໍ່ໄປນີ້ ພວກເຈົ້າສາມາດໂອ້ລົມກັບທຸກຄົນ ຢູ່ທຸກທີ່ໃນໂລກ ແບບບໍ່ຕ້ອງມີໝາຍເລກໂທລະສັບ”

ທາງ Twitter ຈະມີການປັບປຸງລະບົບການແຊັດໃໝ່ ໂດຍສາມາດເລືຶອກຕອບກັບຄວາມຂໍ້ທີ່ເຮົາຕ້ອງການໄດ້ ຕາມທີ່ຫຼາຍໆຄົນຄຸ້ນເຄີຍກັບແອບພິເຄຊັນອື່ນ. ນອກຈາກນີ້ ຍັງເພີ່ມຕົວໂລກເລືອກອິໂມຈິໃຫ້ຫຼາຍຂຶ້ນ ຈາກເກົ່າທີ່ມີແຕ່ 7​ ຕົວພຽງເທົ່ານັ້ນ ແຕ່ສິ່ງທີ່ສຳຄັນທີ່ສຸດຄືການເຂົ້າລະຫັດຂໍ້ຄວາມ ແບບການໂທ ແລະ ວິດີໂອຄໍ ເຊິ່ງຈະອັບເດດໃນໄວໆນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/