ເອີ້ນໄດ້ວ່າຮ້ອນແຮງແບບຢຸດບໍ່ຢູ່ກັບການທ່ອງທ່ຽວ ໃນປະເທດລາວ ເພາະຫຼ້າສຸດ Forbes ວາລະສານຊື່ດັງຂອງໂລກ ຈາກສະຫະລັດ ອາເມຣິກາ ໄດ້ປ່ອຍບົດຄວາມອອກມາເຊີນຊວນນັກທ່ອງທ່ຽວ ແລະ ແນະນຳການທ່ອງທ່ຽວ ໃນ ສປປ ລາວ 1 ອາທິດ ໃນຖານະ ເປັນໜຶ່ງປະເທດທີ່ມີສະເໜ່ຫຼາຍທີ່ສຸດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ (Southeast Asia’s Most Charming Country).
ໂດຍທາງວາລະສານໄດ້ອະທິບາຍເຖິງປະເທດລາວໄວ້ວ່າ ເປັນປະເທດທີ່ປາສະຈາກທາງອອກສູ່ທະເລ ແຕ່ອ້ອມຮອບໄປດ້ວຍ ສາຍພູ, ພູຜາ ແລະ ແມ່ນໍ້າທີ່ຄົດລ້ຽວ ອັນສວຍສົດງົດງາມ. ມີທຳມະຊາດທີ່ອຸດົມສົມບູນ ແລະ ຍັງບໍ່ເຄີຍຖືກສຳຜັດມາກ່ອນ ເຕັມໄປດວຍມົນສະເໜ່ ທາງວັດທະນະທຳ, ແຫຼ່ງທ່ອງທ່ຽວ ແລະ ຜູ້ຄົນ.
![](https://laox.la/wp-content/uploads/2023/04/image-76.png)
Forbes ໄດ້ຍົກໃຫ້ນະຄອນຫຼວງພະບາງ ເປັນອີກໜຶ່ງສະຖານທີ່ ທີ່ບໍ່ຄວນພາດຖ້າໄດ້ມາທ່ອງທ່ຽວລາວ ໂດຍ Forbes ໄດ້ລະບຸວ່າ ຫຼວງພະບາງນັ້ນເຕັມໄປດ້ວຍສະຖາປັດຕະຍະກໍາທີ່ປະສົມປະສານກັນຕັ້ງແຕ່ສະໄໝອານານິຄົມຝຣັ່ງ ແລະ ສັບຊ້ອນໄປດ້ວຍຄວາມເກົ່າແກ່ຂອງວັດຕັ້ງແຕ່ສະໄໝບູຮານ ແລະ ດຶງດູດດ້ວຍວັດທະນະທຳ ແລະ ວິຖີຊີວິດທີ່ລຽບງ່າຍຂອງຄົນໃນພື້ນທີ່. ນອກນີ້ Forbes ຍັງໄດ້ຍົກໃຫ້ຫຼວງພະບາງນັ້ນ ເປັນເພັດເມັດງາມ ທີ່ຖືກເບິ່ງຂ້າມ ໃນພາກພື້ນອາຊີຕາເວັນອອກສຽງໃຕ້.
ນອກນີ້ ວາລະສານ Forbes ຍັງໄດ້ແນະນໍາສະຖານທີ່ທ່ອງທ່ຽວອື່ນໆອີກເຊັ່ນ: ວັງວຽງ ແລະ ນະຄອນຫຼວງວຽງຈັນ ໂດຍບອກວ່າ ວັງວຽງນັ້ນເໝາະສຳລັບຜູ້ທີ່ມັກຜະຈົນໄພ ຫຼືນັກທ່ອງທ່ຽວແບບ ແບັກແພັກເກີ້ ທີ່ມັກເຮັດກິດຈະກຳກາງແຈ້ງ ສ່ວນ ນະຄອນຫຼວງວຽງຈັນນັ້ນກໍແນ່ນອນ ເປັນເມືອງຫຼວງ ແລະ ໂດດເດັ່ນທີ່ວັດວາອາຮາມ ເຊັ່ນ: ວັດຊຽງຄວນ, ປະຕູໄຊ, ວັດພະທາດຫຼວງ ແລະ ຫໍພະແກ້ວ.
![](https://laox.la/wp-content/uploads/2023/04/image-77.png)
ພ້ອມນີ້ ທາງວາລະສານ ຍັງໄດ້ຍົກໃຫ້ ລົດໄຟລາວ-ຈີນເປັນໜຶ່ງໃນການທ່າແຮງສຳຄັນໃນການທ່ອງທ່ຽວລາວໃນພາກເໜືອ ເນື່ອງຈາກໃນເມື່ອກ່ອນຕ້ອງໃຊ້ເວລາຫຼາຍຊົ່ວໂມງໃນການເດີນທາງໄປຕາມສະຖານທີ່ເຫຼົ່ານີ້. ແຕ່ປັດຈຸບັນດ້ວຍການໂດຍສານລົດໄຟລາວຈີນ ແມ່ນໃຊ້ເວລາພຽງບໍ່ເທົ່າໃດຊົ່ວໂມງກໍສາມາດໄປຮອດຈຸດໝາຍເຫຼົ່ານີ້ໄດ້ທັງໝົດແລ້ວ.
ຖືໄດ້ວ່າເປັນອີກໜຶ່ງວາລະສານລະດັບໂລກ ລາຍຫຼ້າສຸດທີ່ຍົກໃຫ້ ສປປ ລາວ ເປັນອີກໜຶ່ງສະຖານທີ່ ທີ່ໜ້າທ່ອງທ່ຽວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ພາຍຫຼັງຫຼາຍວາລະສານ ແລະ ຫຼາຍໜັງສືພິມໄດ້ມີການຈັດອັນດັບໃຫ້ ສປປ ລາວ ຕິດອັນດັບຕ່າງໆ ໃນການທ່ອງທ່ຽວໄປກ່ອນໜ້ານີ້.
![](https://laox.la/wp-content/uploads/2023/04/image-78.png)
ໃນຂະນະທີ່ໃນປີ 2023 ນີ້ ລັດຖະບານລາວແມ່ນໄດ້ມີການຊຸກຍູ້ ແລະ ສະໜັບສະໜູນເຕັມທີ່ໃນອຸດສາຫະກຳການທ່ອງທ່ຽວ ພາຍໃຕ້ຄວາມຫວັງທີ່ວ່າ ການທ່ອງທ່ຽວ ຈະເປັນທ່າແຮງສຳຄັນໃນການຂັບເຄື່ອນເສດຖະກິດຂອງປະເທດ. ໂດຍໃນປີ 2023 ນີ້ ລັດຖະບານລາວ ໄດ້ຕັ້ງເປົ້າດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນ ໃຫ້ໄດ້ 1,4 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ 340 ລ້ານໂດລາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/