IMF ເຕືອນວິກິດທະນາຄານລົ້ມຍັງບໍ່ຈົບ ທະນາຄານກາງທົ່ວໂລກຄວນສະໜັບສະໜູນທະນາຄານພາຍໃນປະເທດ ແລະ ຕິດຕາມຢ່າງໃກ້ຊິດ


ກອງທຶນລະຫວ່າງປະເທດ ຫຼື IMF ​ໄດ້​ອອກມາ​ເຕືອນ​ວ່າ ຄວາມວຸ້ນວາຍທາງທະນາຄານໃນສະຫະລັດ ແລະ ຢູໂຣບທີ່ຫາກໍຜ່ານມານີ້ສາມາດແຜ່ລາມໄປສູ່ສະຖາບັນທີ່ບໍ່ແມ່ນທະນາຄານທີ່ສໍາຄັນເຊັ່ນກອງທຶນບໍານານ ເຮັດໃຫ້ເກີດຄວາມສັບສົນຕື່ມອີກກັບການທີ່ທະນາຄານກາງຂອງແຕ່ລະປະເທດຕໍ່ກັບອັດຕາເງິນເຟີ້ສູງ.

ທີມງານເສດຖະສາດຂອງ IMF ໄດ້ອອກມາບອກວ່າຄວາມສ່ຽງດ້ານທະນາຄານ ‘ອາດຈະຮຸນແຮງຂຶ້ນໃນບໍ່ເທົ່າໃດເດືອນທາງໜ້າ ທ່າມກາງການສືບຕໍ່ເພີ່ມຄວາມເຄັ່ງຄັດຂອງນະໂຍບາຍການເງິນທົ່ວໂລກ’ ເຖິງຂັ້ນວ່າມີສິດທີ່ຈະແຜ່ຂະຫຍາຍໄປສູ່ຂະແໜງການທີ່ບໍ່ແມ່ນທະນາຄານ. ເນື່ອງຈາກວ່າມີການເຊື່ອມໂຍງກັນ ຍົກ​ຕົວ​ຢ່າງ: ປັດຈຸບັນ, ຂະແໜງການທີ່ບໍ່ແມ່ນທະນາຄານຖືຄອງເກືອບເຄິ່ງໜຶ່ງຂອງຊັບສິນທາງດ້ານການເງິນທັງໝົດໃນທົ່ວໂລກ.

ໃນປັດຈຸບັນ, IMF ເຫັນວ່າທັງສອງທະນາຄານກາງ ກໍຄືຂອງສະຫະລັດ ແລະ ຢູໂຣບກໍາລັງຍ່າງຢູ່ໃນເສັ້ນທາງທີ່ດີ. ທະນາຄານເຫຼົ່ານີ້ພະຍາຍາມຮັບມືກັບອັດຕາເງິນເຟີ້ສູງໂດຍການເພີ່ມອັດຕາດອກເບ້ຍໂດຍບໍ່ມີການເພີ່ມຄວາມວຸ້ນວາຍໃນພາກການທະນາຄານ ເຊິ່ງໄດ້ກາຍເປັນຕົວກະຕຸ້ນສຳຄັນຕໍ່ການລົ້ມລົງຂອງທະນາຄານ Silicon Valley.

​ຂະ​ນະ​ດຽວ​ກັນ, IMF ໃຫ້​ຂໍ້​ສັງ​ເກດ​ວ່າ, ຕົວ​ກາງ​ການ​ເງິນ​ທີ່​ບໍ່​ແມ່ນ​ທະ​ນາ​ຄານ (NBFI), ເຊັ່ນ​ເງິນ​ບໍາ​ນານ​ ແລະ ​ກອງ​ທຶນ​ການ​ລົງ​ທຶນ, ໄດ້​ຂະ​ຫຍາຍ​ຕົວ​ນັບ​ຕັ້ງ​ແຕ່​ວິ​ກິດ​ການ​ການ​ເງິນ​ໂລກ​ໃນ​ປີ 2008 ເມື່ອໜ່ວຍງານກຳກັບດູແລມີການເຄື່ອນໄຫວ ເພື່ອ​ເພີ່ມ​ທະ​ວີ​ຄວາມເຂັ້ມງວດ. ໂດບ IMF ເບິ່ງວ່າ NBFI ມີຄວາມເຊື່ອມຕໍ່ຢ່າງແຂງແຮງກັບທະນາຄານແບບດັ້ງເດີມ ແລະ ສາມາດກາຍເປັນຊ່ອງທາງທີ່ສໍາຄັນທີ່ເຮັດໃຫ້ເກີດຄວາມກົດດັນທາງດ້ານການເງິນ.

    ນອກ​ນີ້, ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໃຫ້​ເໝາະ​ສົມ, IMF ກ່າວ​ວ່າ, ຜູ້​ວາງ​ນະ​ໂຍບາຍ​ຕ້ອງ​ໃຊ້​ເຄື່ອງ​ມື. ລວມທັງການເຝົ້າລະວັງ ແລະ ລະບຽບການທີ່ເຂັ້ມງວດ ລວມທັງການບັງຄັບໃຫ້ບໍລິສັດ ແບ່ງປັນຂໍ້ມູນເພີ່ມເຕີມກ່ຽວກັບຄວາມສ່ຽງທີ່ເຂົາເຈົ້າກໍາລັງປະເຊີນຢູ່.

ທະນາຄານກາງຍັງມີບົດບາດສໍາຄັນ, ໂດຍ IMF ແນະນໍາວ່າຄວນຈະສຸມໃສ່ການສະໜັບສະໜູນຊົ່ວຄາວແບບກຳນົດເປົ້າໝາຍສໍາລັບ NBFIs ທີ່ມີຄວາມສ່ຽງຕໍ່ຄວາມໝັ້ຄົງທາງດ້ານການເງິນ ແລະ ສໍາລັບຜູ້ທີ່ຖືໄດ້ວ່າມີຄວາມສຳຄັນຕໍ່ດ້ານລະບົບນິເວດ.

ມື້​ດຽວ​ກັນ, ທ່ານ ເຈມີ່ ໄດມອນ (Jamie Dimon), ຫົວໜ້າປະທານ​ບໍລິຫານ​ຂອງ JPMorgan, ທະນາຄານ​ໃຫຍ່​ສຸດ​ຂອງ​ອາ​ເມ​ຣິ​ກາ. ໄດ້​ອອກ​ຄໍາ​ເຕືອນ​ວ່າ​ວິກິດການໃນຂະແໜງການທະນາຄານຂອງສະຫະລັດຍັງຈະສືບຕໍ່ ແລະ ເຖິງແມ່ນວ່າເວລາຈະສິ້ນສຸດລົງ, ແຕ່ມັນຈະສືບຕໍ່ມີຜົນກະທົບຕໍ່ປີທາງໜ້າ.

ຢ່າງໃດກໍຕາມ, ໃນຂະນະທີ່ຜົນກະທົບຂອງເຫດການນີ້ແມ່ນບໍ່ຄືກັນກັບວິກິດການທາງດ້ານການເງິນ 2008, ມັນຍັງບໍ່ຊັດເຈນວ່າວິກິດການຈະສິ້ນສຸດລົງໃນເວລາໃດ. ໃນຂະນະທີ່ຕະຫຼາດການເງິນເອງກໍຢູ່ໃນສະພາບທີ່ເຄັ່ງຄັດຫຼາຍຂຶ້ນ ເນື່ອງຈາກວ່າທະນາຄານ ແລະ ສະຖາບັນການເງິນຈະໃຊ້ນະໂຍບາຍທີ່ເຂັ້ມງວດຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/