ວັນທີ 29 ມີນາ ສະຫະພັນບານເຕະສາກົນ ຫຼື FIFA ໄດ້ອອກຖະແຫຼງການຖອດຖອນປະເທດອິນໂດເນເຊຍ ອອກຈາກການເປັນເຈົ້າພາບການແຂ່ງຂັນບານໂລກ 2023 ຮຸ່ນອາຍຸບໍ່ເກີນ 20 ປີ ຫຼື U20.
ໂດຍມີລາຍລະອຽດລະບຸວ່າ ຫຼັງຈາກການປະຊຸມຂອງປະທານ FIFA ກໍຄື ຈານນີ ອິນຟາຕິໂນ ແລະ ເອຣິກ ໂທຮີ ປະທານສະມາຄົມບານເຕະ ອິນໂດເນເຊຍ (PSSI) ເຊິ່ງທາງ FIFA ໄດ້ຕັດສິນໃຈຕາມສະຖານະການປັດຈຸບັນທີ່ຈຳເປັນຕ້ອງຖອດຖອນອິນໂດເນເຊຍອອກຈາກການເປັນເຈົ້າພາບຂອງ FIFA U-20 World Cup 2023.
ໂດຍບັນຫາຕົ້ນຕໍສຳຄັນທີ່ເຮັດໃຫ້ ອິນໂດເນເຊຍຕ້ອງຖືກຖອດຖອນອອກຈາກການເປັນເຈົ້າພາບໃນຄັ້ງນີ້ ສືບເນື່ອງມາຈາກອິດສະຣາເອວ ໜຶ່ງໃນທີມທີ່ໄດ້ສິດເຂົ້າໃນການແຂ່ງຂັນ ໄດ້ມີຂໍ້ຂັດແຍ້ງທາງດ້ານການເມືອງ ແລະ ສາສະໜາ ກັບ ປາເລສໄຕ ເຊິ່ງສ່ວນໃຫຍ່ນັບຖື ສາສະໜາ ອິດສະລາມ ແລະ ອິນໂດເນເຊຍທີ່ເປັນລັດ ອິດສະລາມຄືກັນ ແລະ ໄດ້ປະກາດຈຸດຢືນຢູ່ຄຽງຂ້າງກັບປາເລສໄຕ.

ເຮັດໃຫ້ໃນໄລຍະ 1 ຫາ 2 ອາທິດທີ່ຜ່ານມາ ໄດ້ມີປະຊາຊົນອິນໂດເນເຊຍ ຈຳນວນບໍ່ໜ້ອຍ ອອກມາຍ່າງຂະບວນປະທ້ວງໃນນະຄອນຫຼວງຈາກາຕ້າ ຕໍ່ຕ້ານບໍ່ເຫັນດີໃຫ້ ອິດສະຣາເອວ ເຂົ້າຮ່ວມການແຂ່ງຂັນຄັ້ງນີ້. ດ້ວຍເຫດຜົນນີ້ສົ່ງຜົນໃຫ້ການຈັບສະຫຼາກຮອບແບ່ງກຸ່ມທີ່ກຳລັງຈະມີຂຶ້ນໃນວັນສຸກ ທີ 31 ນີ້ ຕ້ອງຖືກເລື່ອນອອກໄປກ່ອນ.
ໃນຖະແຫຼງການລະບຸຕື່ມວ່າ: ທາງ FIFA ຈະມີການປະກາດເຈົ້າພາບລາຍໃໝ່ໃຫ້ໄວທີ່ສຸດ ໂດຍວັນທີຂອງການແຂ່ງຂັນຍັງບໍ່ມີການປ່ຽນແປງ ແລະ ອາດມີການລົງໂທດ PSSI ອີກເທື່ອໜຶ່ງ ເຊິ່ງເຮົາຕ້ອງຖ້າການຕັດສິນໃຈພາຍຫຼັງ.
ໂດຍພາຍຫຼັງການຕັດສິນໃຈຄັ້ງດັ່ງກ່າວຂອງ FIFA ທາງດ້ານຂອງ ເອຣິກ ໂທຮີ ປະທານ ຂອງ PSSI ໄດ້ອອກມາລະບຸວ່າ: “ພວກເຮົາໄດ້ພະຍາຍາມຢ່າງເຕັມທີ່ແລ້ວ ແຕ່ວ່າໃນຖານະເຮົາເປັນສະມາຊິກຂອງ FIFA ສຸດທ້າຍແລ້ວເຮົາກໍຕ້ອງຍອມຮັບ ແລະ ປະຕິບັດຕາມກົດລະບຽບທີ່ເຂົາເຈົ້າໄດ້ລະບຸໄວ້”

“ພວກເຮົາຕ້ອງເຂັ້ມແຂງ ດ່ັງນັ້ນຈຶ່ງຢາກຂໍໃຫ້ທຸກຄົນທີ່ຮັກໃນກິລາບານເຕະ ຍອມຮັບການຕັດສິນໃຈທີ່ຍາກລຳບາກຄັ້ງນີ້ ແລະ ສິ່ງທີ່ເຮົາຕ້ອງເຮັດແມ່ນພິສູດໃຫ້ເຂົາເຫັນເຖິງການເຮັດວຽກໜັກເພື່ອປ່ຽນແປງກິລາບານເຕະໄປໃນທາງທີ່ສະອາດ ແລະ ປະສົບຄວາມສຳເລັດໃນອະນາຄົດ”.
ໂດຍຕາມກຳນົດເກົ່າຂອງການແຂ່ງຂັນບານໂລກ 2023 ຮຸ່ນອາຍຸບໍ່ເກີນ 20 ປີ ຈະມີຂຶ້ນໃນວັນທີ 20 ພຶດສະພາ ຫາ 11 ມິຖຸນາ 2023 ນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/