FIFA ຖອດຖອນ ອິນໂດເນເຊຍ ຈາກເຈົ້າພາບບານໂລກ U20 ຫຼັງເກີດຂໍ້ຂັດແຍ້ງກັບອິດສະຣາເອວ


ວັນທີ 29 ມີນາ ສະຫະພັນບານເຕະສາກົນ ຫຼື FIFA ໄດ້ອອກຖະແຫຼງການຖອດຖອນປະເທດອິນໂດເນເຊຍ ອອກຈາກການເປັນເຈົ້າພາບການແຂ່ງຂັນບານໂລກ 2023 ຮຸ່ນອາຍຸບໍ່ເກີນ 20 ປີ ຫຼື U20.

ໂດຍມີລາຍລະອຽດລະບຸວ່າ ຫຼັງຈາກການປະຊຸມຂອງປະທານ FIFA ກໍຄື ຈານນີ ອິນຟາຕິໂນ ແລະ ເອຣິກ ໂທຮີ ປະທານສະມາຄົມບານເຕະ ອິນໂດເນເຊຍ (PSSI) ເຊິ່ງທາງ FIFA ໄດ້ຕັດສິນໃຈຕາມສະຖານະການປັດຈຸບັນທີ່ຈຳເປັນຕ້ອງຖອດຖອນອິນໂດເນເຊຍອອກຈາກການເປັນເຈົ້າພາບຂອງ FIFA U-20 World Cup 2023.

ໂດຍບັນຫາຕົ້ນຕໍສຳຄັນທີ່ເຮັດໃຫ້ ອິນໂດເນເຊຍຕ້ອງຖືກຖອດຖອນອອກຈາກການເປັນເຈົ້າພາບໃນຄັ້ງນີ້ ສືບເນື່ອງມາຈາກອິດສະຣາເອວ ໜຶ່ງໃນທີມທີ່ໄດ້ສິດເຂົ້າໃນການແຂ່ງຂັນ ໄດ້ມີຂໍ້ຂັດແຍ້ງທາງດ້ານການເມືອງ ແລະ ສາສະໜາ ກັບ ປາເລສໄຕ ເຊິ່ງສ່ວນໃຫຍ່ນັບຖື ສາສະໜາ ອິດສະລາມ ແລະ ອິນໂດເນເຊຍທີ່ເປັນລັດ ອິດສະລາມຄືກັນ ແລະ ໄດ້ປະກາດຈຸດຢືນຢູ່ຄຽງຂ້າງກັບປາເລສໄຕ.

ເຮັດໃຫ້ໃນໄລຍະ 1 ຫາ 2 ອາທິດທີ່ຜ່ານມາ ໄດ້ມີປະຊາຊົນອິນໂດເນເຊຍ ຈຳນວນບໍ່ໜ້ອຍ ອອກມາຍ່າງຂະບວນປະທ້ວງໃນນະຄອນຫຼວງຈາກາຕ້າ  ຕໍ່ຕ້ານບໍ່ເຫັນດີໃຫ້ ອິດສະຣາເອວ ເຂົ້າຮ່ວມການແຂ່ງຂັນຄັ້ງນີ້. ດ້ວຍເຫດຜົນນີ້ສົ່ງຜົນໃຫ້ການຈັບສະຫຼາກຮອບແບ່ງກຸ່ມທີ່ກຳລັງຈະມີຂຶ້ນໃນວັນສຸກ ທີ 31 ​ນີ້ ຕ້ອງຖືກເລື່ອນອອກໄປກ່ອນ.

ໃນຖະແຫຼງການລະບຸຕື່ມວ່າ: ທາງ FIFA ຈະມີການປະກາດເຈົ້າພາບລາຍໃໝ່ໃຫ້ໄວທີ່ສຸດ ໂດຍວັນທີຂອງການແຂ່ງຂັນຍັງບໍ່ມີການປ່ຽນແປງ ແລະ ອາດມີການລົງໂທດ PSSI ອີກເທື່ອໜຶ່ງ ເຊິ່ງເຮົາຕ້ອງຖ້າການຕັດສິນໃຈພາຍຫຼັງ.

ໂດຍພາຍຫຼັງການຕັດສິນໃຈຄັ້ງດັ່ງກ່າວຂອງ FIFA ທາງດ້ານຂອງ ເອຣິກ ໂທຮີ ປະທານ ຂອງ PSSI ໄດ້ອອກມາລະບຸວ່າ: “ພວກເຮົາໄດ້ພະຍາຍາມຢ່າງເຕັມທີ່ແລ້ວ ແຕ່ວ່າໃນຖານະເຮົາເປັນສະມາຊິກຂອງ FIFA ສຸດທ້າຍແລ້ວເຮົາກໍຕ້ອງຍອມຮັບ ແລະ ປະຕິບັດຕາມກົດລະບຽບທີ່ເຂົາເຈົ້າໄດ້ລະບຸໄວ້”

“ພວກເຮົາຕ້ອງເຂັ້ມແຂງ ດ່ັງນັ້ນຈຶ່ງຢາກຂໍໃຫ້ທຸກຄົນທີ່ຮັກໃນກິລາບານເຕະ ຍອມຮັບການຕັດສິນໃຈທີ່ຍາກລຳບາກຄັ້ງນີ້ ແລະ ສິ່ງທີ່ເຮົາຕ້ອງເຮັດແມ່ນພິສູດໃຫ້ເຂົາເຫັນເຖິງການເຮັດວຽກໜັກເພື່ອປ່ຽນແປງກິລາບານເຕະໄປໃນທາງທີ່ສະອາດ ແລະ ປະສົບຄວາມສຳເລັດໃນອະນາຄົດ”.

     ໂດຍຕາມກຳນົດເກົ່າຂອງການແຂ່ງຂັນບານໂລກ 2023 ຮຸ່ນອາຍຸບໍ່ເກີນ 20 ປີ ຈະມີຂຶ້ນໃນວັນທີ 20 ພຶດສະພາ ຫາ 11 ມິຖຸນາ 2023 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/