ChatGPT ຄາດການວ່າ Bitcoin ຈະມີລາຄາສູງເຖິງ 300.000 ໂດລາໃນປີ 2030


ໃນຂະນະທີ່ນັກລົງທຶນສ່ວນໃຫຍ່ຕິດຕາມການເຄື່ອນໄຫວລາຄາຂອງຕະຫຼາດ Crypto ຢ່າງໃກ້ຊິດ, ເເຕ່ກໍມີນັກລົງທຶນບາງສ່ວນໄດ້ຫັນໄປໃຊ້ ChatGPT ເເພລັດຟອມປັນຍາປະດິດໂດຍ OpenAI ເພື່ອຂໍໃຫ້ມັນຄາດການລາຄາຂອງ Bitcoin ໃນອະນາຄົດວ່າຈະເປັນໄປຕາມທີ່ບຸກຄົນໜຶ່ງໄດ້ຄາດການໄວ້ຫຼືບໍ່

ເຊິ່ງກ່ອນໜ້ານີ້ Balaji Srinivasan ອະດີດປະທານເຈົ້າໜ້າທີ່ຝ່າຍເທັກໂນໂລຢີຂອງ Coinbase ໄດ້ວາງເດີມພັນ 2 ລ້ານໂດລາ ເເລະ ຄາດການວ່າລາຄາຂອງ Bitcoin ຈະສາມາດໄປເຖິງລະດັບ 1 ລ້ານໂດລາໄດ້ໃນອີກ 3 ເດືອນ.

ໂດຍ ChatGPT ນັ້ນໄດ້ຄາດການໂດຍສະເລ່ຍໃນເເຕ່ລະໄລຍະ ປີ 2024 – 2030 ເເລະ ຍັງໄດ້ເຕືອນວ່າແບບຈໍາລອງດັ່ງກ່າວບໍ່ສາມາດຄາດການລາຄາໃນອະນາຄົດຂອງ Bitcoin ໄດ້ຢ່າງຖືກຕ້ອງ, ແຕ່ໃນທີ່ສຸດພວກມັນໄດ້ສົ່ງຕົວເລກທີ່ໜ້າສົນໃຈບາງຢ່າງອອກມາ.

ອີງຕາມເຄື່ອງມື AI, Bitcoin ໄດ້ບອກໄວ້ວ່າ Bitcoin ອາດມີລາຄາສູງເຖິງ 150.000 ໂດລາໃນປີ 2024, ໂດຍຈະເພີ່ມຂຶ້ນ 25.000 ໂດລາຕໍ່ປີຈົນກວ່າມັນເຖິງ 300.000 ໂດລາໃນປີ 2030, ອີງຕາມການປະກາດໃນວັນທີ 29 ມີນາ 2023.

ເຖິງເເມ່ນວ່າການຄາດການຂອງ ChatGPT ນີ້ຈະເຮັດໃຫ້ນັກລົງທຶນຮູ້ສຶກດີຫຼາຍທີ່ເຫັນຕົວເລກເພີ່ມຂຶ້ນ ເເລະ ຫຼາຍຄົນກໍເຊື່ອວ່ານີ້ມັນຈະເເມ່ນລາຄາທີ່ອາດຈະເກີດຂຶ້ນຈິງໃນອະນາຄົດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/