ສະຖິຕິເຜີຍ ທຸກໆ 2 ມື້ ຈະມີເຫດການກວາດຍິງ 1 ​ຄັ້ງເກີດຂຶ້ນໃນສະຫະລັດອາເມຣິກາ


ໃນໄລຍະທີ່ຜ່ານມາ ເຮົາມັກຈະເຫັນເຫດການກວາດຍິງເກີດຂຶ້ນຢູ່ເລື້ອຍໆ ໃນສະຫະລັດອາເມຣິກາ. ຫຼ້າສຸດ ເຫດການກວາດຍິງໃນໂຮງຮຽນປະຖົມ ໃນເມືອງ ເນສວິວ ທີ່ເສຍຊີວິດໄປເຖິງ 6 ຄົນ ເຊິ່ງລວມເຖິງເດັກນ້ອຍປະຖົມຢູ່ນຳ ເຮັດໃຫ້ເກີດກະແສການຕັ້ງຄຳຖາມທີ່ວ່າກົດໝາຍຄອບຄອງອາວຸດປືນຂອງອາເມຣິການີ້ ເປັນເສລີພາບທີ່ກຸ້ມຄ່າ ແທ້ຫຼືບໍ່.

ໂດຍສະເພາະເມື່ອເກີດເຫດການກວາດຍິງເທື່ອໃດ ຫຼັງການກວດສອບຂອງເຈົ້າໜ້າທີ່ຕຳຫຼວດ ພົບວ່າປືນທີ່ຄົນຮ້າຍນຳມາກໍ່ເຫດນັ້ນ ສ່ວນໃຫຍ່ແມ່ນປືນທີ່ມີໃບອະນຸຍາດຖືກຕ້ອງຕາມກົດໝາຍເກືອບທັງໝົດ.

ອາວຸດປືນ ຖືເປັນອາວຸດທີ່ອັນຕະລາຍ ແລະ ເປັນວັດຖຸຕ້ອງຫ້າມໃນຫຼາຍໆປະເທດ ເພາະເປັນອັນຕະລາຍທັງ ຜູ້ອື່ນ ແລະ ຜູ້ຖືຄອງເອງ. ແຕ່ສຳລັບປະຊາຊົນ ຊາວອາເມຣິກາແລ້ວ ອາວຸດປືນເບິ່ງຄືຈະເປັນຂອງໃຊ້ທຳມະດາທົ່ວໄປທີ່ໃຊ້ຢູ່ໃນຊີວິດປະຈຳວັນ. ເພາະຕາມລັດຖະທຳມະນູນ ມາດຕາ 2​ (Second Amendment) ປະຊາຊົນອາເມຣິກາ ທີ່ມີອາຍຸ 21 ປີຂຶ້ນໄປ ຫຼື 18 ປີ ໃນບາງລັດ ແມ່ນມີສິດສາມາດຄອບຄອງອາວຸດປືນໄດ້ຢ່າງຖືກຕ້ອງຕາມກົດໝາຍ.
ກົດໝາຍດັ່ງກ່າວໄດ້ກາຍເປັນແນວຄິດ ຝັງເລິກລົງໄປໃນຄວາມຄິດຂອງສັງຄົມ ຊາວອາເມຣິກາທີ່ເບິ່ງວ່າ ສິດທິໃນການຄອບຄອງປືນ ເປັນສິດທິພື້ນຖານທີ່ປະຊາຊົນຄວນມີ ຄືກັນກັບເສລີພາບໃນການສະແດງອອກ ດັ່ງນັ້ນການຫ້າມຫຼືຈຳກັດການຄອບຄອງປືນ ຈຶ່ງຖືເປັນການລະເມີດສິດທິເສລີພາບຂອງປະຊາຊົນ.

ຈາກການສຳຫຼວດຂໍ້ມູນຈາກ Small Arms Survey ເຊິ່ງເປັນອົງກອນທີ່ລວບລວມຂໍ້ມູນກ່ຽວກັບອາວຸດເບົາລະບຸວ່າ ໃນປີ 2018 ຊາວອາເມຣິກາມີປືນໃນຄອບຄອງສະເລ່ຍ 120,5 ກະບອກຕໍ່ປະຊາກອນ 100 ຄົນ ນັບເປັນສັດສ່ວນການຖືຄອງອາວຸດປືນທີ່ຫຼາຍທີ່ສຸດໃນໂລກ. ໂດຍເພີ່ມຂຶ້ນຈາກ ການສຳຫຼວດເມື່ອປີ 2011 ເຊິ່ງຕອນນັ້ນສັດສ່ວນການຖືຄອງອາວຸດປືນຢູ່ທີ່ 88 ກະບອກຕໍ່ປະຊາກອນ 100 ຄົນ.

ອັດຕາການຖືຄອງອາວຸດປືນທີ່ສູງຂຶ້ນ ຖືກນຳມາເຊື່ອມໂຍງກັບເຫດການຄວາມຮຸນແຮງທີ່ເກີດຈາກອາວຸດປືນ ທີ່ເພີ່ມຂຶ້ນໃນສະຫະລັດ ອາເມຣິກາ. ໂດຍອີງຕາມຂໍ້ມູນຈາກ Gun Violence Archive ເວັບໄຊທີ່ລວບລວມຂໍ້ມູນເຫດຄວາມຮຸນແຮງທີ່ເກີດຈາກອາວຸດປືນ ເຫັນວ່າ ໃນປີ 2023 ນີ້ ເຊິ່ງຍັງບໍ່ທັນຮອດ 3 ເດືອນເຕັມ ໃນສະຫະລັດ ອາເມຣິກາ ໄດ້ມີເຫດການກວາດຍິງ ເຊິ່ງໝາຍເຖິງເຫດການທີ່ມີຄົນເສຍຊີວິດຈາກອາວຸດປືນຢ່າງໜ້ອຍ 4​ ຄົນ ບໍ່ລວມມືປືນ ເກີດຂຶ້ນແລ້ວຢ່າງໜ້ອຍ 130 ຄັ້ງ ລວມເຖິງເຫດການທີ່ຫາກໍເກີດຂຶ້ນທີ່ໂຮງຮຽນ ໃນເມືອງ ເນສວິວ ນີ້ເຊັ່ນກັນ.

ຂະນະທີ່ ສະຖິຕິຕະຫຼອດ 3 ປີທີ່ຜ່ານມາມີເຫດການກວາດຍິງໃນສະຫະລັດອາເມຣິກາມາແລ້ວ ຫຼາຍກວ່າ 600 ຄັ້ງ ເທົ່າກັບວ່າໃນເວລາບໍ່ຮອດ 2 ມື້ ຈະມີເຫດການກວາດຍິງຂຶ້ນໂດຍສະເລ່ຍປະມານ 1 ​ຄັ້ງ ນັບເປັນອັດຕາທີ່ໜ້າຕົກໃຈຢ່າງຍິ່ງ ແລະ ທີ່ໜ້າເສົ້າໄປກວ່ານັ້ນກໍຄື ເຫດການກວາດຍິງຫຼາຍໆຄັ້ງ ຖືກພົບວ່າ ເກີດຂຶ້ນໃນໂຮງຮຽນ ເຊິ່ງຄວນເປັນສະຖານທີ່ປອດໄພສຳລັບເດັກນ້ອຍ.

ແຕ່ຢ່າງໃດກໍຕາມ ເມື່ອປີ 2022 ທີ່ຜ່ານມານີ້ ລັດຖະບານຂອງ ໂຈ ໄບເດັນ ກໍໄດ້ມີການຊຸກຍູ້ໃຫ້ມີການປະຕິຮູບກົດໝາຍຄວບຄຸມອາວຸດປືນຄັ້ງໃຫຍ່ໄດ້ສຳເລັດ. ໂດຍກົດໝາຍດັ່ງກ່າວລະບຸໄວ້ວ່າ ຕ້ອງມີການກວດສອບປະຫວັດຂອງຜູ້ທີ່ຈະຊື້ປືນຢ່າງເຂັ້ມງວດ ແລະ ກຳນົດໃຫ້ບາງລັດໃຊ້ກົດໝາຍທຸງແດງ ເຊິ່ງອະນຸຍາດໃຫ້ເຈົ້າໜ້າທີ່ຢຶດປືນຄືນຈາກບຸກຄົນທີ່ຖືກພິຈາລະນາແລ້ວວ່າ ເປັນອັນຕະລາຍ ແລະ ເປັນໄພຄຸກຄາມຕໍ່ບຸກຄົນອື່ນ. ນັບເປັນການຍົກລະດັບການຄວບຄຸມອາວຸດປືນທີ່ເຂັ້ມງວດທີ່ສຸດໃນຮອບ 28 ປີ ຂອງສະຫະລັດອາເມຣິກາ.

ໂດຍ 3 ອັນດັບປະເທດທີ່ມີອັດຕາການຄອບຄອງປືນສູງທີ່ສຸດໃນໂລກ ອີງຕາມສະຖິຕິປີ 2018 ອັນດັບ 1 ໄດ້ແກ່ ສະຫະລັດອາເມຣິກາ 120,5 ກະບອກ ຕໍ່ປະຊາກອນ 100 ຄົນ, ອັນດັບ 2 ໄດ້ແກ່ປະເທດ ເຢເມນ 52,8 ກະບອກ ຕໍ່ປະຊາກອນ 100 ຄົນ ແລະ ອັນດັບ 3​ ໄດ້ແກ່ ເຊີເບຍ 39,1 ​ກະບອກ ຕໍ່ປະຊາກອນ 100 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/