Sour & Sweet ຜົນງານເພງໃໝ່ ຂອງ BamBam ຕິດອັນດັບ iTunes ໃນ 15 ປະເທດ


ຫາກໍປ່ອຍຜົນງານ MV ເພງໃໝ່ Sour & Sweet ໃນວັນທີ 28 ມີນາ 2023 ທີ່ຜ່ານມາ ໄດ້ຜົນຕອບຮັບເປັນຢ່າງດີ ພ້ອມກັບສ້າງຄວາມປະທັບໃຈໃຫ້ແກ່ແຟນໆ ໂດຍ BamBam ກໍມີສ່ວນຮ່ວມໃນການສ້າງຜົນງານໃນຄັ້ງນີ້.

ຫຼ້າສຸດອາລະບຳ Sour & Sweet ຂອງ BamBam ກໍສາມາດໄຕ່ຂຶ້ນ Chart iTunes ໃນ 15 ປະເທດ ໄດ້ຢ່າງວ່ອງໄວ ໄດ້ຄືປະເທດ: ລາວ, ບຣາຊິວ, ກຳປູເຈຍ, ໂຄລອມເບຍ, ເອຊັລວາດໍ, ຟິຈິ, ເປຣູ, ຟິລິບປິນ, ໄທ, ຫວຽດນາມ ແລະ ອີກຫຼາກຫຼາຍປະເທດ.

ສຳລັບອາລະບ້ຳເຕັມຊຸດທຳອິດ Sour & Sweet ຈະຖ່າຍທອດປະສົບການທີ່ກ່ຽວຂ້ອງກັບ BamBam ເອງ ໂດຍທີ່ BamBam ມີສ່ວນຮ່ວມໃນການແຕ່ງ ແລະ ຂຽນເນື້ອເພງສຳລັບ Sour & Sweet ເກີດມາຈາກການຕັ້ງຄຳຖາມກ່ຽວກັບຄວາມເປັນມະນຸດທີ່ມີສອງດ້ານ ປົກກະຕິແລ້ວພາຍນອກທີ່ເບິ່ງຄືຫວານບໍລິສຸດ ແຕ່ກໍຍັງມີອີກດ້ານທີ່ຍັງບໍ່ໄດ້ສະແດງນັ້ນກໍຄືເປັນຣົດແຊບນັ້ນເອງ. ໂດຍສຳລັບອາລະບ້ຳ Sour & Sweet ຈະປະກອບໄປດ້ວຍ 8 ເພງ ໄດ້ແກ່: Feather, Take It Easy, Sour & Sweet, Let’s Dance, about YOU, TIPPY TOE ແລະ Wings.

ແຟນໆແບມ ແລະ ນົກນ້ອຍສີຂຽວທັງຫຼາຍຢ່າພາດໄປຟັງຜົນງານຂອງ BamBam ໄດ້ເລີຍ!

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/