ປະເທດກຳປູເຈຍ ໜີ້ສິນພາຍໃນປະເທດຍັງຕ່ຳ ໝັ້ນໃຈວ່າບໍ່ມີບັນຫາເລື່ອງໜີ້


ໜີ້ສິນສາທາລະນະຂອງປະເທດກຳປູເຈຍ ຖືໄດ້ວ່າບໍ່ໜ້າເປັນຫ່ວງ ເນື່ອງຈາກໜີ້ສິນຍັງຢູ່ໃນລະດັບຕ່ຳ ສາມາດແກ້ໄຂ ຫຼື ທົດແທນໜີ້ສິນໄດ້. ສາມາດເວົ້າໄດ້ວ່າ ຄວາມສ່ຽງຕໍ່ການບໍ່ສາມາດຊຳລະໜີ້ຢູ່ໃນລະດັບຕ່ຳ ເຖິງວ່າເສດຖະກິດຂອງປະເທດ ຈະໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ປັດໄຈພາຍນອກອື່ນໆ.

ທ້າຍປີ 2022 ລັດຖະບານກຳປູເຈຍມີໜີ້ສິນສາທາລະນະ 9,99 ພັນລ້ານໂດລາສະຫະລັດ ໂດຍ 99,82% ເປັນໜີ້ສາທາລະນະຕ່າງປະເທດ ຈາກຄູ່ແຂ່ງການຄ້າແບບບົດທະວິພາຄີ ແລະ ພະຫຸພາຄີ ສ່ວນທີ່ເຫຼືອເປັນໜີ້ໃນປະເທດ. ຖະແຫຼງການ ຈາກກະຊວງເສດຖະກິດ ແລະ ການຄັງເປີດເຜີຍວ່າ ປະເທດກຳປູເຈຍໄດ້ລົງນາມໃນການກູ້ຢືມມູນຄ່າ 4.001 ລ້ານໂດລາສະຫະລັດ ຈາກປະເທດຈີນ 1.077 ລ້ານໂດລາສະຫະລັດ ຈາກຍີ່ປຸ່ນ 482 ລ້ານໂດລາສະຫະລັດ ຈາກເກົາຫຼີໃຕ້ 473 ລ້ານໂດລາສະຫະລັດ ຈາກຝຣັ່ງ ແລະ ໄທ 28 ລ້ານໂດລາສະຫະລັດ.

ນອກຈາກນີ້ ຍັງມີການກູ້ຢືມມູນຄ່າ 2.050 ລ້ານໂດລາສະຫະລັດ; ​ຈາກທະນາຄານພັດທະນາເອເຊຍ 933 ລ້ານໂດລາສະຫະລັດ; ຈາກທະນາຄານໂລກ 129 ລ້ານໂດລາສະຫະລັດ; ຈາກກອງທຶນລະຫວ່າງປະເທດ ເພື່ອພັດທະນາເສດຕະກອນ 84 ລ້ານໂດລາ; ຈາກທະນາຄານເພື່ອການລົງທຶນຂອງຢູໂຣບ 2 ​ລ້ານໂດລາ; ຈາກກອງທຶນໂອເປັກ ເພື່ອການພັດທະນາລະຫວ່າງປະເທດ 7,9 ລ້ານໂດລາ; ​ຈາກກອງທຶນເພື່ອການພັດທະນານໍດິດ ແລະ 6,6 ລ້ານໂດລາ ຈາກທະນາຄານ ເພື່ອການລົງທຶນໂຄງສ້າງພື້ນຖານແຫ່ງເອເຊຍ.

ໂດຍໜີ້ສິນທັງໝົດຢູ່ໃນຮູບແບບຂອງເງິນຊ່ວຍເຫຼືອ ທີ່ປະມານ 41% ແລະ ມີວັດຖຸປະສົງ ເພື່ອເປັນເງິນລົງທຶນສຳລັບໂຄງການລົງທຶນ ສາທາລະນະໃນພາກອຸດສາຫະກຳສຳຄັນ ທີ່ຈະໄດ້ມີສ່ວນຊ່ວຍສະໜັບສະໜູນການເຕີບໂຕທາງເສດຖະກິດແບບຍືນຍົງໃນອະນາຄົດໄລຍະຍາວ ແລະ ຊ່ວຍເພີ່ມຜະລິດພາບຂອງກຳປູເຈຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/