Erik Felix ຫຼື Lil Falung ຈາກຄ້າຍເພງ BXS ຮ້ອງເພງດີ ຖ່າຍແບບໄດ້ ສະແດງກໍເກັ່ງ!


ນ້ອງ Erik Felix (AKA: Lil Falung) ຫຼື ເອີ້ນຝຣັ່ງນ້ອຍກໍໄດ້ ເຊິ່ງສັງກັດຢູ່ຄ້າຍເພງ BXS ເຊິ່ງເປັນອີກໜຶ່ງຄົນທີ່ມີຜົນງານຫຼາຍຢ່າງ ບໍ່ວ່າຈະເປັນການສະແດງ, ເປັນພະເອກເອັມວີອີກພ້ອມ. ລວມໄປເຖິງການຖ່າຍແບບໃຫ້ກັບແບຣນດັງຕ່າງໆ. ພິເສດສຸດກໍມີຜົນງານເພງເປັນຂອງຕົນເອງ ແລະ ກໍກຳລັງຈະມີຜົນງານຕາມມາເລື້ອຍໆຂອງທາງຄ້າຍ BXS, ເຊິ່ງມື້ນີ້ທາງທີມຂ່າວ LaoX ຈະມານຳສະເໜີຜົນງານ ແລະ ຄວາມສາມາດຂອງນ້ອງໃນສ່ວນໜຶ່ງ.

ປັດຈຸບັນ Erik Felix ອາຍຸໄດ້ 18 ປີແລ້ວ, ຄວາມສາມາຂອງນ້ອງນັ້ນເປັນທີ່ໜ້າສົນໃຈ ແລະ ໜ້າຕິດຕາມ ໃນການຮ້ອງເພງທີ່ມີສຽງເປັນເອກະລັກ, ການແຣັບກໍດີບໍ່ຕ່າງຈາກການຮ້ອງເພງເລີຍ ມີຜົນງານເພງທີ່ມີຄວາມນິຍົມຈົນໄດ້ໂຊສະແດງຜ່ານຫຼາຍເວທີມາແລ້ວ.

Erik ເລີ່ມເຮັດເພງປະມານ 3 ປີກ່ອນ, ໃນການຮ້ອງເພງແມ່ນຈະເປັນການຝຶກຮ້ອງດ້ວຍຕົນເອງ ຟັງເພງຕະຫຼອດແລ້ວກໍເອົາມາຫັດຮ້ອງເອງ, ຖືວ່າເປັນອີກຄົນໜຶ່ງທີ່ມີຄວາມສາມາດຮ້ອງເພງໄດ້ ໂດຍການຝຶກຝົນຫຼໍ່ຫຼອມຈາກຄວາມມັກທີ່ມີ ຈົນສາມາດເຮັດເປັນເພງຂອງຕົນເອງໄດ້.

ຜົນງານ: ເປັນພະເອກເອັມວີເພງ ຢາກປ້ອນໄຂ່ໃຫ້ອ້າຍ ເປັນບົດເພງທີ່ປ່ອຍໃຫ້ຟັງເມື່ອບໍ່ດົນມານີ້ ເອັມວີເບິ່ງງ່າຍ ເພງກໍຟັງແບບສະບາຍໆ ພາບຕ່າງໆກໍເຂົ້າກັບບົດເພງເປັນຢ່າງດີ, ສ່ວນຜົນງານເພງຂອງ Erik ເອງຈະມີຫຼາຍເພງທີ່ເດັ່ນໆເປັນຕົ້ນແມ່ນເພງ ເວລາທີ່ມີຄວາມໝາຍ ເຊິ່ງກໍໄດ້ອອກສະແດງຜ່ານມາຫຼາຍເວທີແລ້ວ ແລະ ເພງອື່ນໆອີກຫຼາຍເພງ. ໃນການສະແດງກໍໂດດເດັ່ນເຊັ່ນກັນ ນ້ອງເຄີຍໄດ້ໄປຮ່ວມງານກັບ ReeRiew ຫລີລຽວ ທ່ຽວລາວ ລາຍການທີ່ມີແຕ່ຄວາມມ່ວນຊື່ນໃຫ້ປະໂຫຍດຫຼາຍຢ່າງ ແລະ ກໍເປັນທີ່ນິຍົມ ນ້ອງກໍໄດ້ໄປຮ່ວມງານອີກພ້ອມ. ນອກຈາກນີ້ ຍັງໄດ້ເປັນນາຍແບບໃຫ້ກັບແບຣນເຄື່ອງດື່ມຊື່ດັງຢ່າງ Pepsi ແລະ ກໍຍັງໄດ້ຮ່ວມຖ່າຍແບບໃຫ້ກັບແບຣນເສື້ອຜ້າຕ່າງໆ.

ອາຫານທີ່ມັກກິນ: ຝຣັ່ງນ້ອຍຄົນນີ້ຈະເປັນຄົນງ່າຍໆ ກິນກໍງ່າຍ ໃນສ່ວນຕົວນ້ອງຈະມັກອາຫານລາວມີຫຼາຍພໍສົມຄວນ ແຕ່ມັກແຮງກໍຈະເປັນລາບເປັດ ເຊິ່ງ Erik ກໍໄດ້ກ່າວວ່າເຄີຍກິນມາແຕ່ນ້ອຍເລີຍ, ຕໍ່ມາກໍຈະເປັນຕຳໝາກຫຸ່ງ ແລະ ອີກຫຼາຍຢ່າງ. ນອກຈາກຈະເປັນຄົນກິນງ່າຍແລ້ວ ນິໄສໃຈຄໍກໍຍັງໜ້າຮັກອີກ ຈາກການສຳພາດຮູ້ສຶກໄດ້ເລີຍວ່າ ນ້ອງເປັນກັນເອງ ລົມມ່ວນເຂົ້າໃຈງ່າຍ ຄວາມມີຕະຫຼົກນຳພ້ອມ.

ໃນອະນາຄົດ: ນ້ອງຢາກເຮັດໃຫ້ໜ້າທີ່ ແລະ ວຽກດ້ານດົນຕີນີ້ ປະສົບຜົນສຳເລັດ ຈົນສາມາດລ້ຽງດູຄອບຄົວຕົນເອງໄດ້ ແລະ ຈະພັດທະນາຕົນເອງ ບໍ່ຢຸດທີ່ຈະພະຍາຍາມໃນສິ່ງທີ່ເຮົາຮັກ.

ສຸດທ້າຍນີ້ ກໍຝາກໄປຕິດຕາມນ້ອງກັນໄດ້ ແລະ ຈະມີຜົນງານໃຫ້ໄດ້ຮັບຊົມອີກໃນໄວໆນີ້. ໃນສ່ວນຂອງ ທາງຄ້າຍເພງ BXS ກໍມີນ້ອງໆຫຼາຍຄົນທີ່ມີຄວາມສາມາດຫຼາຍດ້ານ ພ້ອມທັງມີຜົນງານຈາກການແຂ່ງຂັນຊະນະການປະກວດມາແລ້ວ ເຊິ່ງທາງທີມງານເຮົາຈະໄດ້ເອົາມານຳສະເໜີໃນອີກບໍ່ດົນນີ້.

ສ່ວນຊ່ອງທາງຕິດຕາມຂອງນ້ອງ ຝຣັ່ງ ຄົນນີ້ສາມາດຕິດຕາມໄດ້ທີ່ຊ່ອງທາງຢູທູບ: Lil Falung ຈະມີຫຼາຍໆຜົນງານເພງຂອງນ້ອງທີ່ໄດ້ປ່ອຍໃຫ້ຟັງນຳກັນ.

ອີກຊ່ອງທາງໜຶ່ງແມ່ນຕິດຕາມໄດ້ທີ່ເຟສບຸກ Page: BXS
ເຟສບຸກ Page: BXS (https://web.facebook.com/officialBXS)

ຂອບໃຈບົດສຳພາດຈາກ: Erik Felix (Lil Falung) ແລະ BXS
ສຳພາດວັນທີ 11 ກັນຍາ 2021
ຮຽບຮຽງໂດຍ: Cat-Meo-ManU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/