ການແຂ່ງຂັນບານເຕະລີກສອງ ປະຈຳແຂວງເຊກອງ ຈະເລີ່ມເປີດສະໜາມແຂ່ງຂັນທຳອິດ 17 ກັນຍາ 2021 ນີ້


ການແຂ່ງຂັນບານເຕະລາວລີກສອງປະຈຳແຂວງເຊກອງ ຈະເລີ່ມແຂ່ງຂັນເປີດສະໜາມນັດທຳອິດ ໃນວັນທີ 17 ກັນຍາ 2021ນີ້.

ການແຂ່ງຂັນກິລາບານເຕະຊາຍ ຫຼື ລີກສອງ ຊິງຂັນ ທ່ານເຈົ້າແຂວງເຊກອງ ຄັ້ງທີ II ປະຈຳປີ 2021 ມີທີມເຂົ້າຮ່ວມທັງໝົດ 8 ທີມຄື: ແມັດທິວ ເອັຟຊີ, ເມືອງ ທ່າແຕງ ເອັຟຊີ, ເມືອງ ລະມາມ ເອັບຟຊີ,​ ເມືອງ ດາກຈຶງ ເອັຟຊີ, ເມືອງ ກະລຶມ ເອັຟຊີ, ພອນສະຫວັນ ເອັຟຊີ, ອາຄາເດມີ ເອັຟຊີ ແລະ ສກຂ ເຊກອງ ເອັຟຊີ.

ຮູບແບບການແຂ່ງຂັນ ແຂ່ງຂັນແບບໄປ-ກັບ, ແຂ່ງຂັນຢູ່ສະໜາມກິລາກາງແຂວງເຊກອງ, ຈະເລີ່ມການແຂ່ງຂັນໃນວັນທີ 17 ກັນຍາ 2021. ທີມທີ່ຊະນະເລີດ ຮັບທ່ານເຈົ້າແຂວງເຊກອງ, ຫຼຽນຄຳ ແລະ ຫຼຽນເງິນ ພ້ອມຮາງວັນ 7.000.000 ກີບ, ຮອງຊະນະເລີດ ຮັບຫຼຽນເງິນ ພ້ອມຮາງວັນ 3.000.000 ກີບ, ນອກຈາກນີ້ ຍັງມີຮາງວັນຜູ້ຍິງປະຕູຫຼາຍທີ່ສຸດ (ດາວຊັນໂວ) ຮັບເງິນຮາງວັນ 500.000 ກີບ.

ແຂວງເຊກອງ ການແຜ່ລະບາດຂອງພະຍາດໂຄວິດ-19 ປັດຈຸບັນ ກໍຄ່ອຍໆເບົາບາງລົງພໍສົມຄວນ, ທາງແຂວງຈຶ່ງໄດ້ຈັດການແຂ່ງຂັນຂຶ້ນອີກຄັ້ງ ແຕ່ກໍຕ້ອງໄດ້ປະຕິບັດຕາມມາດຕະການຂອງທາງຄະນະສະເພາະກິດກຳນົດໄວ້.

ເພື່ອຮັບປະກັນຄວາມປອດໄພ ແລະ ປ້ອງກັນເຊື້ອພະຍາດ ທາງຄະນະສະຫະພັນບານເຕະແຂວງເຊກອງ ກໍໄດ້ໃຫ້ນັກກິລາທຸກຄົນແມ່ນຕ້ອງໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ສັກຢາຄົບຈຳນວນ 2 ເຂັມຕາມກຳນົດ ແລະ ກອງເຊຍທຸກຄົນ ຈະຕ້ອງໄດ້ຜ່ານການກວດສະແກນເຊື້ອ, ໃສ່ຜ້າອັດປາກ, ລ້າງມືດ້ວຍເຈວ ແລະ ຮັກສາໄລຍະຫ່າງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/