Apple ເປີດຕົວ iPhone 13 series ທີ່ມາພ້ອມກັບສີສັນຫຼາກຫຼາຍ


ໃນທີ່ສຸດ iPhone 13 series ກໍໄດ້ເປີດຕົວຢ່າງເປັນທາງການໄປແລ້ວ. ໃນ series ນີ້ກໍມາກັນຄົບທັງ 4 ຮຸ່ນປະຈຳ ບໍ່ວ່າຈະເປັນ iPhone 13, iPhone 13 mini, iPhone 13 Pro ແລະ iPhone 13 Pro Max ເຊິ່ງນອກຈາກຈະມາພ້ອມກັບ ຊິບເຊັດຕົວໃໝ່ A15 Bionic ພ້ອມກັບໜ່ວຍຄວາມຈຳທີ່ເລີ່ມຕົ້ນຈາກ 128GB ແລ້ວ ຍັງມີຫຼາກຫຼາຍສີສັນທີ່ໂດດເດັ່ນໃຫ້ສາວົກ iPhone ໄດ້ເລືອກໃຊ້ກັນອີກພ້ອມ.

iPhone 13 ແລະ iPhone 13 mini ການອອກແບບໂດຍລວມຍັງມີຄວາມຄ້າຍຄືກັບ iPhone 12 ທີ່ອອກມາກ່ອນໜ້ານີ້ ຕ່າງກໍພຽງແຕ່ການຈັດວາງກ້ອງດ້ານຫຼັງທີ່ປ່ຽນຈາກລວງຕັ້ງເປັນລວງໄຂວ່ ໂດຍຕົວກ້ອງພິເສດມີຄວາມສາມາດໃນການຖ່າຍວິດີໂອໃນຮູບແບບ Cinematic ຫຼື ຮູບແບບຮູບເງົາທີ່ສາມາດປັບໂຟກັດຈາກວັດຖຸໜຶ່ງໄປຫາອີກວັດຖຸ 1 ໄດ້ໄວ, ເມື່ອເວລາເຮົາກັບມາເບິ່ງຄືນກໍຈະຄືກັບການເບິ່ງຮູບເງົາຄວາມລະອຽດສູງຢູ່. iPhone 13 ແລະ iPhone 13 mini ໄດ້ມີການປັບປຸງໂຄງສ້າງພາຍໃນ ໃຫ້ສາມາດໃສ່ແບັດເຕີຣີ່ໄດ້ຫຼາຍກວ່າເກົ່າ ເຊິ່ງເຮັດໃຫ້ iPhone 13 ກໍໃຊ້ງານໄດ້ດົນກວ່າ iPhone 12 ເປັນເວລາ 2.5 ຊົ່ວໂມງ ແລະ iPhone 13 Mini ກໍໃຊ້ງານໄດ້ດົນກວ່າ iPhone 12 mini ເຖິງ 1.5 ເທົ່າ ພ້ອມຍັງສາມາດກັນນ້ຳ ແລະ ຝຸ່ນໄດ້ດ້ວຍມາດຕະຖານ IP68.

ຂໍ້ມູນສະເປັກຂອງ iPhone 13 ແລະ iPhone 13 mini:

ຈໍສະແດງຜົນ: Super Retina XDR ຂະໜາດ 6.1 ນິ້ວ ; 5.4 ນິ້ວ

– ຄວາມລະອຽດ 2532 x 1170 ພິກເຊລ; 2340 x 1080 ພິກເຊລ

– ຮອງຮັບການສະແດງຜົນ HDR

– ຮອງຮັບເທັກໂນໂລຍີ True Tone

– ຄ່າຄອນທາສເຣໂຊ 2,000,000:1

– ຄວາມແຈ້ງປົກກະຕິ 800 ນິດ

– ຄວາມແຈ້ງສູງສຸດ 1200 ນິດ

ຊິບເຊັດ: Apple A15 Bionic

– CPU 6 ແກນ

– GPU 4 ແກນ

– Neural Engine 16 ແກນ

ໜ່ວຍຄວາມຈຳ: 128, 256, 512GB

ກ້ອງຫຼັງ 2 ຕົວ:

– ກ້ອງຫຼັກ 12MP, ຮູຮັບແສງ f/1.6, ການຊູມແບບອອບຕິຄອລ 2 ເທົ່າ, ຊູມແບບດິຈິຕອລ 5 ເທົ່າ, ລະບົບກັນສັ່ນໃນເຊັນເຊີ (sensor‑shift OIS)

– ກ້ອງ Ultra-wide 12MP, ຮູຮັບແສງ f/2.4, ມຸມກວ້າງ 120 ອົງສາ

– ກ້ອງໜ້າ: 12MP

ມີ 5 ສີໃຫ້ເລືອກ : ບົວ, ຟ້າ, ດຳ, ຂາວ, ແດງ

iPhone 13 Pro ແລະ iPhone 13 Pro Max ຈະມາພ້ອມກັບໜ້າຈໍ Super Retina XDR ທີ່ປະສານເຂົ້າກັບເທັກໂນໂລຢີ ProMotion 120Hz ທີ່ສາມາດສະແດງຜົນໄດ້ແບບບໍ່ຄ້າງ, ຍັງຄົງໃຊ້ຊິບເຊັດ A15 Bionic ເຊັ່ນດຽວກັບ iPhone 13 ແລະ 13 mini ແຕ່ມີການເພີ່ມແກນຂອງ GPU ເຂົ້າມາອີກ 1 ແກນເປັນ 5 ແກນ ເພື່ອເພີ່ມປະສິດທິພາບໃນການປະມວນຜົນ.

ຂໍ້ມູນສະເປັກຂອງ iPhone 13 Pro ແລະ iPhone 13 Pro Max

ຈໍສະແດງຜົນ: Super Retina XDR ຂະໜາດ 6.1 ນິ້ວ ; 6.7 ນິ້ວ

– ເທັກໂນໂລຢີ ProMotion ອັດຕາ Refresh Dynamic 10 – 120Hz

– ຄວາມລະອຽດ 2532 x 1170 ພິກເຊລ; 2778 x 1284 ພິກເຊລ

– ຮອງຮັບການສະແດງຜົນ HDR

– ຮອງຮັບເທັກໂນໂລຢີ True Tone

– ຄ່າຄອນທາສເຣໂຊ 2,000,000:1

– ຄວາມແຈ້ງປົກກະຕິ 1000 ນິດ

– ຄວາມແຈ້ງສູງສຸດ 1200 ນິດ

ຊິບເຊັດ: Apple A15 Biomic

– CPU 6 ແກນ

– GPU 5 ແກນ

– Neural Engine 16 ແກນ

ໜ່ວຍຄວາມຈຳ: 128, 256, 512GB, 1TB

ກ້ອງຫຼັງ 3 ຕົວ:

– ກ້ອງຫຼັກ 12MP, ຮູຮັບແສງ f/1.5, ລະບົບກັນສັ່ນເຊັນເຊີ (sensor‑shift OIS)

– ກ້ອງ Ultra-Wide 12MP, ຮູຮັບແສງ f/1.8, ມຸມກວ້າງ 120 ອົງສາ, ໄລຍະໂຟກັສໃກ້ສຸດ 2 cm.

– ກ້ອງ Telephoto 12MP, ຮູຮັບແສງ f/2.8 , ທາງຍາວໂຟກັສ 77 ມມ , ຊູມແບບອອບຕິຄອລ 3 ເທົ່າ

– ເຊັນເຊີ LiDAR

ກ້ອງໜ້າ : 12MP

ມີ 4 ສີໃຫ້ເລືອກ : ດຳ, ທອງ, ເງິນ, ຟ້າ.

ລາຄາເລີ່ມຕົ້ນຂອງ iPhone 13 series:

  • iPhone 13 mini – $699
  • iPhone 13 – $799
  • iPhone 13 Pro – $999
  • iPhone 13 Pro Max – $ 1.099

ທີ່ມາ: https://bit.ly/3lpGYCV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/