ອາຈານ ໂທຊິໂອ ຊູຊູກິ ແຈກຮູບຈາກສະຕູດິໂອ Ghibli ແບບຖືກລິຂະສິດໃຫ້ດາວໂຫຼດໄດ້ຟຣີກວ່າ 400 ຮູບ!


ແຟນໆ ກາຕູນຮູບເງົາຂອງສະຕູດິໂອຈິບບລິ (Studio Ghibli) ຕ້ອງດີໃຈກັບຂ່າວນີ້ຢ່າງແນ່ນອນ! ເມື່ອທາງອາຈານໂທຊິໂອ ຊູຊູກິ (Toshio Suzuki) ໜຶ່ງໃນຜູ້ຮ່ວມກໍ່ຕັ້ງ ປະກາດວ່າທາງສະຕູດິໂອຈະອະນຸຍາດໃຫ້ດາວໂຫຼດຮູບພາບຈາກຮູບເງົາຢ່າງຖືກກົດໝາຍ ແຖມຍັງຟຣີອີກກວ່າ 400 ຮູບ!

ປະຕິເສດບໍ່ໄດ້ເລີຍວ່າສະຕູດິໂອຈິບບລິເປັນຄ້າຍທີ່ຜະລິດຮູບເງົາອອກມາໄດ້ປະທັບໃຈຕໍ່ຜູ້ຊົມກັນທົ່ວໂລກ ບໍ່ວ່າຈະເລື່ອງໃດທີ່ອອກມາ, ດ້ວຍລາຍເສັ້ນ, ສີສັນ, ລາຍລະອຽດທຸກຢ່າງໃນພາບ, ທຸກຢ່າງລ້ວນຖືກແຕ້ມດ້ວຍມື ດ້ວຍເຫດນີ້ຈຶ່ງເປັນສິ່ງທີ່ແຟນໆທົ່ວໂລກຕ່າງກໍຍົກໃຫ້ຈິບບລິໄດ້ມີພື້ນທີ່ເປັນໜຶ່ງໃນຄ້າຍຮູບເງົາໃນດວງໃຈຂອງຕົນ.

ບໍ່ພຽງແຕ່ຮູບພາບເທົ່ານັ້ນ, ເນື້ອງເລື່ອງທີ່ເລິກເຊິ່ງຄົບຖ້ວນທາງອາລົມຈາກສະຕູດິໂອຈິບບລິກໍເປັນສິ່ງທີ່ສາມາດເຂົ້າເຖິງໃຫ້ແກ່ຜູ້ຊົມທຸກອາຍຸ ຄວາມເລິກຕື້ນໜາບາງຂອງເນື້ອເລື່ອງ ເມື່ອຕອນຍັງນ້ອຍເບິ່ງແລ້ວຈະປະທັບໃຈໃນແບບໜຶ່ງ ແລະ ໃຫຍ່ຂຶ້ນມາກໍຈະຍິ່ງປະທັບໃຈເພີ່ມຂຶ້ນໄປອີກ ເຮັດໃຫ້ຜູ້ທີ່ໄດ້ເບິ່ງນັ້ນຈື່ຈຳ ແລະ ຢາກເບິ່ງອີກໂດຍບໍ່ມີວັນເບື່ອ.

ທາງສະຕູດິໂອຈະໄດ້ແຈກ 50 ຮູບຈາກຮູບເງົາໜຶ່ງ ລວມເປັນ 400 ຮູບຕໍ່ຮູບເງົາດັງ 8 ເລື່ອງຈາກສະຕູດີໂອຈິບບລິມີຄື: When Marnie Was There, Ponyo, The Secret World of Arrietty, From Up On Poppy Hill, The Tale of The Princess Kaguya, The Wind Rises, Tales From Earthsea, Spirited Away.

ໂດຍແຟນໆສາມາດເຂົ້າໄປດາວໂຫຼດຮູບພາບຈາກເວັບໄຊທາງການຂອງສະຕູດິໂອໄດ້ເລີຍ https://cutt.ly/OW2SVbh

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/