ບໍ່ຈັບຢູ່ຝາແລ້ວ ເພາະກັບແກ້ຈະບິນ!


ກັບແກ້ບິນ (Ptychozoon kuhli) ເປັນໜຶ່ງສາຍພັນຂອງກັບແກ້ ທີ່ມີລັກສະນະທີ່ໂດດເດັ່ນ ແລະ ບໍ່ສາມາດພົບເຫັນໄດ້ທົ່ວໄປ. ຮູບຮ່າງ ແລະ ສີຂອງກັບແກ້ບິນຈະເຕັມໄປດ້ວຍຮອຍດ່າງສີນ້ຳຕານ, ສີດຳ. ເມື່ອເບິ່ງຈາກໄກໆ ຈະຖືກເຂົ້າໃຈຜິດວ່າເປັນສ່ວນໜຶ່ງໃນຕົ້ນໄມ້ ນັ້ນກໍເພື່ອການປະປົນເຂົ້າກັບທຳມະຊາດໃຫ້ຢູ່ນອກຄວາມສົນໃຈຈາກນັກລ່າ ແລະ ເຫຍື້ອ. ຂະໜາດຂອງມັນເມື່ອໃຫຍ່ເຕັມທີ່ຈະຢູ່ທີ່ 20 ຊັງຕີແມັດ, ທັງຫາງ ແລະ ຂະໜາດກໍບໍ່ໃຫຍ່ ຫຼືຍາວເທົ່າສາຍພັນກັບແກ້ອື່ນໆ ທີ່ເຮົາພົບເຫັນ. ໂດຍທົ່ວໄປອາຍຸຂອງມັນຈະຢູ່ໄດ້ປະມານ 5–8 ປີ ເມື່ອຖືກລ້ຽງຢູ່ໃນກົງ.

ເຖິງແມ່ນວ່າຈະເອີ້ນວ່າກັບແກ້ບິນ ແຕ່ມັນບໍ່ສາມາດບິນໄດ້ແທ້ໆ ໃນຄວາມເປັນຈິງແລ້ວ ມັນສາມາດໂດດໄດ້ໃນໄລຍະທີ່ໄກ ຈາກຕົ້ນໄມ້ໜຶ່ງໄປຫາອີກຕົ້ນໜຶ່ງ ທັງໝົດນີ້ແມ່ນຍ້ອນຂາທັງສີ່ ແລະ ໂຕຂອງມັນມີໜັງອອກມາຄືກັບປີກ. ເມື່ອກັບແກ້ໂດດ ມັນຈະເໜັງໂຕໄປມາເພື່ອຊ່ວຍຄວບຄຸມຮ່າງກາຍໃຫ້ມີສົມດຸນ ແລະ ລົງໄປຈັບອີກບ່ອນໜຶ່ງໄດ້ຢ່າງປອດໄພ.

ກັບແກ້ບິນນັ້ນມີຖິ່ນຖານໃນປ່າຂອງກຸ່ມປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແຕ່ການພົບເຫັນມັນນັ້ນບໍ່ແມ່ນເລື່ອງງ່າຍ ນອກຈາກຈະມີຄວາມສາມາດໃນການລີ້ຕົນເອງໃຫ້ກົມກືນກັບທຳມະຊາດແລ້ວ ໃນເວລາທີ່ຕາເວັນຍັງບໍ່ຕົກດິນ ພວກມັນຈະບໍ່ຍອມອອກມາຈາກຮັງ ຫຼື ບ່ອນທີ່ກຳລັງເຊື່ອງຢູ່ ແລະ ເມື່ອຟ້າມືດແລ້ວ, ກັບແກ້ບິນຈະເປັນໜຶ່ງໃນສັດທີ່ຫ້າວຫັນທີ່ສຸດ. ພວກມັນຈະໂດດໄປຕາມກິ່ງໄມ້ຕ່າງໆ ເພື່ອຈັບເຫຍື່ອ. ນອກຈາກນີ້ມັນຍັງສາມາດອາໄສຢູ່ນຳກັນເປັນກຸ່ມໄດ້ຖ້າໃນກຸ່ມນັ້ນມີແຕ່ໂຕແມ່ທັງໝົດ ຫຼື ຫຼາຍກວ່າໂຕຜູ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/