“ຊ່າງແປງກ່ອງໃສ່ເກີບ” ອາຊີບໃໝ່ລາຍໄດ້ດີ ກຳລັງເປັນທີ່ຕ້ອງການໃນຈີນ


ສຳລັບຄົນທີ່ມັກຮັກໃນການສະສົມເກີບ ກ່ອງໃສ່ເກີບເອງກໍເປັນທີ່ຫວງແຫນບໍ່ໜ້ອຍ ເພາະວ່າມັນສາມາດບົ່ງບອກເຖິງຄວາມຮັກຫອມທີ່ເຈົ້າຂອງມີຕໍ່ເກີບ ດ້ວຍສະພາບກ່ອງທີ່ຍັງສວຍງາມຢູ່ສະເໝີ.

ຄົນຈີນເອງກໍມີຄວາມນິຍົມໃນແຟຊັນເກີບ ບໍ່ນ້ອຍໜ້າຫຼາຍປະເທດໃນໂລກເລີຍ ຈຶ່ງພາໃຫ້ເກີດອາຊີບໃໝ່ຂຶ້ນມາ ນັ້ນກໍຄື “ຊ່າງແປງກ່ອງໃສ່ເກີບ” ນັ້ນເອງ. ເນື່ອງຈາກມັນຍັງເປັນອາຊີບໃໝ່ ຊ່າງດ້ານນີ້ຍັງບໍ່ຫຼາຍ ເລີຍເຮັດໃຫ້ອາຊີບດັ່ງກ່າວກຳລັງເປັນທີ່ຕ້ອງການຂອງຕະຫຼາດແຟຊັນ.

ຊ່າງແປງກ່ອງເກີບຊື່ດັງ ຈ່ຽງ ຖັງຈູ່ ທີ່ມົນທົນເຈີ້ຈຽງ ໄດ້ປະກອບອາຊີບນີ້ມາແລ້ວ 3 ປີ ໄດ້ແປງກ່ອງເກີບໄປຫຼາຍເຖິງ 4,000 ກ່ອງ,​ ສີມືຂອງລາວເຖິງຂັ້ນໄດ້ສາຍານາມວ່າ “ແພດຜ່າຕັດກ່ອງໃສ່ເກີບ” ເພາະວ່າການແປງກ່ອງເກີບບໍ່ໄດ້ເຮັດໄດ້ງ່າຍໆ ກ່ອງແຕ່ລະກ່ອງທີ່ສົ່ງເຂົ້າມາແປງກໍລະດັບຄວາມຍາກງ່າຍແຕກຕ່າງກັນ ແລະ ວິທີແປງກໍບໍ່ຄືກັນ.

ຈ່ຽງ ຕ້ອງໃຊ້ຄວາມລະອຽດຫຼາຍໃນການລົງມືແປງ ອຸປະກອນຕ່າງໆກໍຕ້ອງມຄົບ ຕາມຊະນິດຂອງກ່ອງ. ໂດຍປົກກະຕິແລ້ວ 1 ກ່ອງຈະໃຊ້ເວລາແປງຢູ່ປະມານ 2 ຊົ່ວໂມງ ແຕ່ມີບາງກ່ອງທີ່ແປງຍາກສຸດໆ ເຊິ່ງເປັນກ່ອງທີ່ເພໝົດກ່ອງ ມີຮອຍແຕກ-ສີແຕກ ແລະ ຂາດ ກິນເວລາໄປເຖິງ 8 ຊົ່ວໂມງເລີຍກໍມີ.

ຈຸດເລີ່ມຕົ້ນຂອງອາຊີບຊ່າງແປງກ່ອງໃສ່ເກີບຂອງຈ່ຽງ ເລີ່ມຕົ້ນຈາກການທີ່ລາວເອງເປັນຄົນຮັກມັກໃນເກີບກິລາ ແລະ ຫວງແຫນກ່ອງໃສ່ເກີບເທົ່າໆກັບເກີບເລີຍ ເມື່ອກ່ອງມີການເສຍຫາຍ ລາວຈຶ່ງລົງມືແປງເອງຕະຫຼອດ ເມື່ອສີມືດີຂຶ້ນກໍເລີ່ມຮັບແປງໃຫ້ລູກຄ້າ ແລະກໍເລີ່ມມີຊື່ສຽງຕາມມາ ຈຶ່ງລົງທຶນຊື້ອຸປະກອນໄປຫຼາຍເຖິງ 10,000 ຢວນ.

ຈ່ຽງ ຖັງຈູ່ ຍັງບອກວ່າ ອາຊີບດັ່ງກ່າວເກີດຂຶ້ນໄດ້ຍ້ອນມີຜູ້ທີ່ຮັກໃນເກີບ ພວກເຂົາສະສົມເກີບ ກໍເລີຍມັກຈະສະສົມກ່ອງໃສ່ເກີບໄປນຳ ຍິ່ງເປັນຮຸ່ນທີ່ມີຈຳນວນຈຳກັດ ກ່ອງກໍຈະຍິ່ງຫາຍາກ ແລະ ສວຍງາມຫຼາຍ, ສະນັ້ນ ເມື່ອເວລາຜ່ານໄປ ຈຶ່ງເຮັດໃຫ້ກ່ອງໃສ່ເກີບມີລາຄາແພງຂຶ້ນເຊັ່ນດຽວກັບເກີບ. ລາວຍັງບອກວ່າ ລູກຄ້າເຖິງ 80% ຈະເປັນຮ້ານຂາຍເກີບມືສອງ ເພາະກ່ອງໃສ່ເກີບທີ່ມີສະພາບດີ ຈະຊ່ວຍໃຫ້ເກີບຂາຍອອກໄດ້ດີຍິ່ງຂຶ້ນ ຖ້າບໍ່ມີກ່ອງເກົ່າທີ່ມາກັບເກີບລາຄາຈະຕົກຫຼາຍເຖິງ 300,000 – 400,000 ກີບ, ແຕ່ຖ້າຫາກວ່າ ຄົນຂາຍລົງທຶນຈ່າຍຄ່າແປງກ່ອງເກີບ 20,000 – 40,000 ກີບ ກໍຈະເຮັດໃຫ້ລາຄາເກີບເພີ່ມຂຶ້ນເຖິງ 450,000 – 650,000 ກີບເລີຍ.

ຖືວ່າເປັນອາຊີບທີ່ແປກໃໝ່ ແລະ ຕ້ອງໃຊ້ສີມືຫຼາຍເລີຍ ຖ້າຢູ່ໃນປະເທດລາວເຮົາມີອາຊີບແບບນີ້ ຄົງຈະຖືກໃຈຜູ້ທີ່ຮັກມັກ ແລະ ສະສົມເກີບ-ກ່ອງໃສ່ເກີບບໍ່ໜ້ອຍເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/