ໂມຈິມາຣຸ ໄດ້ຮັບການບັນທຶກໃນ Guinness World Records ວ່າເປັນແມວທີ່ມີຍອດເຂົ້າເບິ່ງໃນ YouTube ຫຼາຍທີ່ສຸດໃນໂລກ!!!


ນ້ອງແມວ “ໂມຈິມາຣຸ” ເປັນແມວພັນ Scottish Fold ອາຍຸ 1 ປີ ທີ່ຕອນນີ້ກຳລັງມາແຮງ ຈົນກາຍເປັນ YouTuber ທີ່ໄດ້ຮາງວັນ ຈາກ  YouTube ແລະ ໄດ້ຖືກບັນທຶກລົງ Guinness World Records ວ່າເປັນແມວທີ່ມີຍອດເຂົ້າເບິ່ງໃນ YouTube ສູງທີ່ສຸດໃນໂລກ, ເຊິ່ງຍອດເຂົ້າເຖິງສູງກວ່າ 700 ລ້ານວິວແລ້ວ!!!

ຊ່ອງຂອງໂມຈິມາຣຸຊື່ວ່າ: もちまる日記(https://cutt.ly/KW24BwV) ວິດີໂອທຳອິດຂອງໂມຈິມາຣຸ ແມ່ນວິດີໂອທີ່ເຈົ້າຂອງອຸ້ມນ້ອງມາລ້ຽງ ເຊິ່ງຕອນນັ້ນ ນ້ອງມີອາຍຸພຽງ 50 ມື້ເທົ່ານັ້ນ. ໃນຊ່ອງຂອງນ້ອງ ຈະເຜີຍໃຫ້ເຫັນເຖິງວິວັດທະນາການຂອງແມວນ້ອຍທີ່ຄ່ອຍໆຮຽນຮູ້ ແລະ ເຕີບໃຫຍ່ຂຶ້ນມາຢ່າງສະຫຼາດ. ຫຼັງຈາກນັ້ນ ເຈົ້າຂອງກໍໄດ້ຖ່າຍອັບເດດຊີວິດປະຈຳວັນຂອງໂມຈິມາຣຸລົງ ແລະ ຍອດຜູ້ເຂົ້າເບິ່ງແຕ່ລະວິດີໂອຂອງນ້ອງກໍບໍ່ໜ້ອຍເລີຍ.

ໂມຈິມາຣຸ ມີຈຸດເດັ່ນບ່ອນທີ່ ສາມາດສະແດງອອກທາງສີໜ້າ ແລະ ແວວຕາໄດ້ດີ. ອາລະບ້ຳພາບຂອງນ້ອງໄດ້ຖືກວາງຂາຍ ແລະ ກາຍເປັນສິນຄ້າຂາຍດີໃນເວບ Amazon ປະເທດຍີ່ປຸ່ນ. ນອກຈາກນັ້ນ ໂມຈິມາຣຸ ຍັງໂດ່ງດັງຢູ່ໃນ Twitter ອີກ, ຍັງເຄີຍເຮັດສະຖິຕິການກົດຫົວໃຈໃນໜຶ່ງໂພສໄດ້ຫຼາຍເຖິງ 320,000 ຄັ້ງ.

ສາມາດຕິດຕາມໂມຈິມາຣຸໄດ້ທີ່:

Twitter: https://cutt.ly/WW26GKg

YouTube: https://cutt.ly/KW24BwV

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/