ຮ້ານອາຫານຍີ່ປຸ່ນໃນທົ່ວໂລກກາຍເປັນ “ປະຕູ” ສົ່ງອອກສິນຄ້າກະສິກຳຂອງຍີ່ປຸ່ນມູນຄ່າຫຼາຍກວ່າ 2.8 ຕື້ໂດລາ


ຮ້ານອາຫານຍີ່ປຸ່ນກວ່າ 187,000 ແຫ່ງທົ່ວໂລກກາຍເປັນຊ່ອງທາງສຳຄັນໃນການສົ່ງອອກສິນຄ້າກະສິກຳແປຮູບຂອງຍີ່ປຸ່ນ. ໂດຍ 3 ອັນດັບທຳອິດຂອງສິນຄ້າກະສິກຳແປຮູບທີ່ສົ່ງອອກແມ່ນໄດ້ແກ່: ເຄື່ອງດື່ມທີ່ບໍ່ມີແອລກໍຮໍ, ເຄື່ອງດື່ມແອລກໍຮໍ ແລະ ເຄື່ອງປຸງ ເຊິ່ງມີມູນຄ່າການສົ່ງອອກລວມຫຼາຍກວ່າ 2.8 ຕື້ໂດລາ.

ຈຸດ​ຫັນ​ປ່ຽນ​ຂອງ​ກະ​ສິ​ກຳ​ຍີ່​ປຸ່ນ:

  • ຍີ່ປຸ່ນໄດ້ສູນເສຍຈາກສົງຄາມໂລກຄັ້ງທີ 2, ເຊິ່ງກໍ່ໃຫ້ເກີດຄວາມອຶດຢາກ.
  • ນາຍທຶນມີທີ່ດິນຫຼາຍ. ຊາວນາສ່ວນໃຫຍ່ມີທີ່ດິນໜ້ອຍ. ສົ່ງຜົນໃຫ້ການກະສິກໍາບໍ່ກຸ້ມຄ່າ.
  • ລັດຖະບານ​ຍີ່ປຸ່ນ​ອອກ​ກົດໝາຍ​ປະຕິ​ຮູບ​ທີ່​ດິນ: ຫ້າມຖືທີ່ດິນເກີນຂອບເຂດກໍານົດ, ຂາຍທີ່ດິນສ່ວນເກີນໃຫ້ລັດຖະບານ ແລະ ຂາຍດິນຄືນໃຫ້ຊາວກະສິກອນໃນລາຄາຄົງທີ່, ສາມາດຈ່າຍຜ່ອນໄດ້.

ການສົ່ງເສີມການແປຮູບຜະລິດຕະພັນກະສິກຳ:

  • ລັດ​ຖະ​ບານ​ຍີ່​ປຸ່ນ​ຊຸກ​ຍູ້​ການ​ເພີ່ມ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ.
  • ສຸມໃສ່ການແປຮູບເປັນເຄື່ອງດື່ມທີ່ມີແອລກໍຮໍເຊັ່ນ: ສາເກ ແລະ ໂຊຈູ.
  • ຕົວຢ່າງຂອງບໍລິສັດທີ່ປະສົບຜົນສໍາເລັດ:

ບໍລິສັດ Takara Holdings: ຍອດຂາຍຕ່າງປະເທດເພີ່ມຂຶ້ນຈາກປະມານ 111 ລ້ານໂດລາໃນປີ 2014 ເປັນ ປະມານ 930 ລ້ານໂດລາໃນປີ 2023.

ບໍລິສັດ Sapporo Holdings: ລາຍໄດ້ຈາກຕ່າງປະເທດໃນ 9 ເດືອນທໍາອິດຂອງປີ 2023 ເພີ່ມຂຶ້ນ 24% ຈາກປີກ່ອນ.

​ບົດ​ບາດ​ຂອງ​ຮ້ານ​ອາ​ຫານ​ຍີ່​ປຸ່ນ​:

  • ຮ້ານອາຫານຍີ່ປຸ່ນຫຼາຍກວ່າ 187,000 ແຫ່ງໃນທົ່ວໂລກເປັນຊ່ອງທາງທີ່ສໍາຄັນສໍາລັບການສົ່ງອອກຜະລິດຕະພັນກະສິກໍາແປຮູບ.
  • ອາຫານຍີ່ປຸ່ນສ່ວນໃຫຍ່ຕ້ອງການເຄື່ອງປຸງ ແລະ ເຄື່ອງດື່ມຈາກຍີ່ປຸ່ນ.
  • ຮ້ານອາຫານຍີ່ປຸ່ນປຽບສະເໝືອນປະຕູສູ່ຕະຫຼາດໂລກ. ຊ່ວຍໃຫ້ຜູ້ຄົນໃນທົ່ວ ໂລກໄດ້ລິ້ມລອງຜະລິດຕະພັນກະສິກໍາຍີ່ປຸ່ນ.

ນອກຈາກນີ້, ສໍາລັບບາງຄົນການກິນອາຫານຍີ່ປຸ່ນ ພ້ອມກັບເຄື່ອງດື່ມແອລກໍຮໍ ມັກຈະເປັນສິ່ງທີ່ເກືອບຂາດບໍ່ໄດ້ໃນອາຫານ. ບໍ່ວ່າຈະເປັນເຫຼົ້າຂາວທີ່ເຮັດມາຈາກເຂົ້າຍີ່ປຸ່ນ, ສາເກທີ່ເຮັດຈາກເຂົ້າບາເລ ແລະ Mirin ທີ່ເຮັດມາຈາກເຂົ້າໝັກດອງຍີ່ປຸ່ນ.

ດ້ວຍເຫດນີ້ ມີຮ້ານອາຫານຍີ່ປຸ່ນຫຼາຍກວ່າ 187,000 ແຫ່ງໃນທົ່ວໂລກ, ຈຶ່ງປຽບສະເໝືອນປະຕູໃນ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ​ຍີ່​ປຸ່ນ​ໃຫ້ຄົນທັງ​ໂລກໄດ້ລິ້ມລອງລົດ​ຊາດ​ມັນ​.

ແຕ່ຕ້ອງບອກວ່າ, ຮ້ານອາຫານຍີ່ປຸ່ນບໍ່ແມ່ນພຽງແຕ່ໜຶ່ງໃນຊ່ອງທາງການສົ່ງອອກ ເນື່ອງຈາກວ່າຜະລິດຕະພັນເຫຼົ່ານີ້ ມັນຍັງຖືກຂາຍໃນຫ້າງສັບພະສິນຄ້າ ລວມທັງຮ້ານຂາຍຍ່ອຍອື່ນໆເຊັ່ນກັນ.

​ເມື່ອເວົ້າມາຮອດຈຸດນີ້ແລ້ວ ພວກເຮົາຄົງເຫັນວ່າຍີ່​ປຸ່ນ​ໄດ້​ປະສົບ​ຜົນສຳ​ເລັດຢ່າງຫຼວງຫຼາຍໃນ​ການ​ພັດທະນາ​ຜະລິດ​ຕະພັນ​ກະ​ເສດ​ແປຮູບ​ ແລະ ຖ້າ​ຫາກ​ພວກ​ເຮົາ​ເບິ່ງ​ມູນ​ຄ່າ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ແປຮູບ 3 ​ອັນ​ດັບຂອງ​ຍີ່​ປຸ່ນພວກ​ເຮົາ​ເຫັນ​ວ່າ​ແມ່ນ:

– ເຄື່ອງດື່ມບໍ່ມີແອລກໍຮໍ ປະມານ 1.4 ຕື້ໂດລາ

– ເຄື່ອງດື່ມທີ່ມີແອລກໍຮໍ ປະມານ 940 ລ້ານໂດລາ

– ເຄື່ອງປຸງ ປະມານ 450 ລ້ານໂດລາ

ເຊິ່ງຍີ່ປຸ່ນສົ່ງອອກຜະລິດຕະພັນກະເສດແປຮູບເຫຼົ່ານີ້ ກວມເອົາ 31% ຂອງການສົ່ງອອກກະສິກຳທັງໝົດຂອງຍີ່ປຸ່ນ.

ທີ່ມາ:

longtunman

statista

japantimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/