ຮ້ານອາຫານຍີ່ປຸ່ນກວ່າ 187,000 ແຫ່ງທົ່ວໂລກກາຍເປັນຊ່ອງທາງສຳຄັນໃນການສົ່ງອອກສິນຄ້າກະສິກຳແປຮູບຂອງຍີ່ປຸ່ນ. ໂດຍ 3 ອັນດັບທຳອິດຂອງສິນຄ້າກະສິກຳແປຮູບທີ່ສົ່ງອອກແມ່ນໄດ້ແກ່: ເຄື່ອງດື່ມທີ່ບໍ່ມີແອລກໍຮໍ, ເຄື່ອງດື່ມແອລກໍຮໍ ແລະ ເຄື່ອງປຸງ ເຊິ່ງມີມູນຄ່າການສົ່ງອອກລວມຫຼາຍກວ່າ 2.8 ຕື້ໂດລາ.
ຈຸດຫັນປ່ຽນຂອງກະສິກຳຍີ່ປຸ່ນ:
- ຍີ່ປຸ່ນໄດ້ສູນເສຍຈາກສົງຄາມໂລກຄັ້ງທີ 2, ເຊິ່ງກໍ່ໃຫ້ເກີດຄວາມອຶດຢາກ.
- ນາຍທຶນມີທີ່ດິນຫຼາຍ. ຊາວນາສ່ວນໃຫຍ່ມີທີ່ດິນໜ້ອຍ. ສົ່ງຜົນໃຫ້ການກະສິກໍາບໍ່ກຸ້ມຄ່າ.
- ລັດຖະບານຍີ່ປຸ່ນອອກກົດໝາຍປະຕິຮູບທີ່ດິນ: ຫ້າມຖືທີ່ດິນເກີນຂອບເຂດກໍານົດ, ຂາຍທີ່ດິນສ່ວນເກີນໃຫ້ລັດຖະບານ ແລະ ຂາຍດິນຄືນໃຫ້ຊາວກະສິກອນໃນລາຄາຄົງທີ່, ສາມາດຈ່າຍຜ່ອນໄດ້.
ການສົ່ງເສີມການແປຮູບຜະລິດຕະພັນກະສິກຳ:
- ລັດຖະບານຍີ່ປຸ່ນຊຸກຍູ້ການເພີ່ມມູນຄ່າຜະລິດຕະພັນກະສິກຳ.
- ສຸມໃສ່ການແປຮູບເປັນເຄື່ອງດື່ມທີ່ມີແອລກໍຮໍເຊັ່ນ: ສາເກ ແລະ ໂຊຈູ.
- ຕົວຢ່າງຂອງບໍລິສັດທີ່ປະສົບຜົນສໍາເລັດ:
ບໍລິສັດ Takara Holdings: ຍອດຂາຍຕ່າງປະເທດເພີ່ມຂຶ້ນຈາກປະມານ 111 ລ້ານໂດລາໃນປີ 2014 ເປັນ ປະມານ 930 ລ້ານໂດລາໃນປີ 2023.
ບໍລິສັດ Sapporo Holdings: ລາຍໄດ້ຈາກຕ່າງປະເທດໃນ 9 ເດືອນທໍາອິດຂອງປີ 2023 ເພີ່ມຂຶ້ນ 24% ຈາກປີກ່ອນ.
ບົດບາດຂອງຮ້ານອາຫານຍີ່ປຸ່ນ:
- ຮ້ານອາຫານຍີ່ປຸ່ນຫຼາຍກວ່າ 187,000 ແຫ່ງໃນທົ່ວໂລກເປັນຊ່ອງທາງທີ່ສໍາຄັນສໍາລັບການສົ່ງອອກຜະລິດຕະພັນກະສິກໍາແປຮູບ.
- ອາຫານຍີ່ປຸ່ນສ່ວນໃຫຍ່ຕ້ອງການເຄື່ອງປຸງ ແລະ ເຄື່ອງດື່ມຈາກຍີ່ປຸ່ນ.
- ຮ້ານອາຫານຍີ່ປຸ່ນປຽບສະເໝືອນປະຕູສູ່ຕະຫຼາດໂລກ. ຊ່ວຍໃຫ້ຜູ້ຄົນໃນທົ່ວ ໂລກໄດ້ລິ້ມລອງຜະລິດຕະພັນກະສິກໍາຍີ່ປຸ່ນ.
ນອກຈາກນີ້, ສໍາລັບບາງຄົນການກິນອາຫານຍີ່ປຸ່ນ ພ້ອມກັບເຄື່ອງດື່ມແອລກໍຮໍ ມັກຈະເປັນສິ່ງທີ່ເກືອບຂາດບໍ່ໄດ້ໃນອາຫານ. ບໍ່ວ່າຈະເປັນເຫຼົ້າຂາວທີ່ເຮັດມາຈາກເຂົ້າຍີ່ປຸ່ນ, ສາເກທີ່ເຮັດຈາກເຂົ້າບາເລ ແລະ Mirin ທີ່ເຮັດມາຈາກເຂົ້າໝັກດອງຍີ່ປຸ່ນ.
ດ້ວຍເຫດນີ້ ມີຮ້ານອາຫານຍີ່ປຸ່ນຫຼາຍກວ່າ 187,000 ແຫ່ງໃນທົ່ວໂລກ, ຈຶ່ງປຽບສະເໝືອນປະຕູໃນການສົ່ງອອກຜະລິດຕະພັນກະສິກໍາຍີ່ປຸ່ນໃຫ້ຄົນທັງໂລກໄດ້ລິ້ມລອງລົດຊາດມັນ.
ແຕ່ຕ້ອງບອກວ່າ, ຮ້ານອາຫານຍີ່ປຸ່ນບໍ່ແມ່ນພຽງແຕ່ໜຶ່ງໃນຊ່ອງທາງການສົ່ງອອກ ເນື່ອງຈາກວ່າຜະລິດຕະພັນເຫຼົ່ານີ້ ມັນຍັງຖືກຂາຍໃນຫ້າງສັບພະສິນຄ້າ ລວມທັງຮ້ານຂາຍຍ່ອຍອື່ນໆເຊັ່ນກັນ.
ເມື່ອເວົ້າມາຮອດຈຸດນີ້ແລ້ວ ພວກເຮົາຄົງເຫັນວ່າຍີ່ປຸ່ນໄດ້ປະສົບຜົນສຳເລັດຢ່າງຫຼວງຫຼາຍໃນການພັດທະນາຜະລິດຕະພັນກະເສດແປຮູບ ແລະ ຖ້າຫາກພວກເຮົາເບິ່ງມູນຄ່າການສົ່ງອອກຜະລິດຕະພັນກະເສດແປຮູບ 3 ອັນດັບຂອງຍີ່ປຸ່ນພວກເຮົາເຫັນວ່າແມ່ນ:
– ເຄື່ອງດື່ມບໍ່ມີແອລກໍຮໍ ປະມານ 1.4 ຕື້ໂດລາ
– ເຄື່ອງດື່ມທີ່ມີແອລກໍຮໍ ປະມານ 940 ລ້ານໂດລາ
– ເຄື່ອງປຸງ ປະມານ 450 ລ້ານໂດລາ
ເຊິ່ງຍີ່ປຸ່ນສົ່ງອອກຜະລິດຕະພັນກະເສດແປຮູບເຫຼົ່ານີ້ ກວມເອົາ 31% ຂອງການສົ່ງອອກກະສິກຳທັງໝົດຂອງຍີ່ປຸ່ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/