ລາຄາໂກໂກ້ຂຶ້ນສູງເປັນປະຫວັດສາດ ເຫດມາຈາກວິກິດ El Niño


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ສະຫະຣາຊະອານຈັກ ວ່າດ້ວຍສັນຍາຊື້ຂາຍລ່ວງໜ້າໂກໂກ້ໃນຕະຫຼາດລອນດອນ ເຮັດສະຖິຕິສູງເປັນປະຫວັດສາດ ໂດຍລາຄາຈະຕົກຢູ່ປະມານໂຕນລະ 4,248 ປອນ ຫຼື ຕົກເປັນເງິນກີບປະມານ 120 ລ້ານກີບຕໍ່ໂຕນ ແລະ ເມື່ອວັນອັງຄານທີ່ຜ່ານມາ ສັນຍາຊື້ຂາຍລ່ວງໜ້າໂກໂກ້ໃນຕະຫຼາດສະຫະລັດອາເມຣິກາ ມີລາຄາຢູ່ທີ່ 5,288 ໂດລາຕໍ່ໂຕນ ຖືເປັນສະຖິຕິສູງທີ່ສຸດໃນຮອບ 46 ປີ.

ຄາດການສາເຫດມາຈາກຄວາມຜັນຜວນຈາກສະພາບອາກາດໂລກ ເຊິ່ງເປັນຜົນມາຈາກປາກົດການ El Niño ທີ່ສ້າງຄວາມປັ່ນປ່ວນໃຫ້ກັບການປູກໂກໂກ້ໃນເຂດຕາເວັນຕົກຂອງທະວີບອາຟຣິກາ ທີ່ເປັນພື້ນທີ່ປູກໂກໂກ້ແຫ່ງສຳຄັນຂອງໂລກ.

ຂອບໃຈຂໍ້ມູນຈາກ:

Dailynews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/