ປີ 2023 ເຊກອງ ດຶງດູດການລົງທຶນພາກເອກະຊົນໄດ້ 10 ໂຄງການ ມູນຄ່າກວ່າ 44 ລ້ານໂດລາ


ປີ 2023 ແຂວງ ເຊກອງ ສາມາດດຶງດູດການລົງທຶນໄດ້ 10 ໂຄງການ ຄາດຄະເນມູນຄ່າການລົງທຶນ 44 ລ້ານໂດລາ. ໃນນີ້, ຂັ້ນແຂວງອະນຸມັດ 6 ໂຄງການ ແລະ ຂັ້ນສູນກາງອະນຸມັດ 4 ໂຄງການ.

ຕາມການລາຍງານຂອງທ່ານ ບົວຈອນ ແກ້ວປະດັບສີ ຮອງຫົວໜ້າແຜນການ ແລະການລົງທຶນແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາແຂວງເຊກອງໄດ້ເອົາໃຈໃສ່ສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເຊິ່ງມາຮອດປັດຈຸບັນ ສາມາດດຶງດູດການລົງທຶນໄດ້ທັງໝົດ 121 ໂຄງການ ຄາດຄະເນມູນຄ່າການລົງທຶນ 4.365 ລ້ານໂດລາ. ໃນນີ້, ການລົງທຶນຂອງເອກະຊົນພາຍໃນ 82 ໂຄງການ ແລະ ຕ່າງປະເທດ 39 ໂຄງການ.

ໃນປີ 2023 ແຂວງເຊກອງ ໄດ້ຮັບເພດານການລົງທຶນຂອງລັດທັງໝົດ 102,13 ຕື້ກີບ (ລວມທັງບ້ວງຈົດຮັບ-ຈົດຈ່າຍ) ແລະ ມາຮອດປັດຈຸບັນ ໄດ້ເຮັດໜັງສືສະເໜີຢັ້ງຢືນການເບີກຖອນ ຫາພະແນກການເງິນແຂວງ 101,32 ຕື້ກີບ ເທົ່າກັບ 99,21% ຂອງແຜນປີ ແລະ ໄດ້ຢັ້ງຢືນໜັງສືສະເໜີເບີກຖອນ ບ້ວງເງິນເກີນແຜນປີ 2022 ຫາພະແນກການເງິນແຂວງຈໍານວນ 16,98 ຕື້ກີບ. ໃນນີ້, ຊຳລະໃຫ້ໂຄງການສະພາຮັບຮອງຈໍານວນ 11,76 ຕື້ກີບ ແລະ ຊໍາລະໃຫ້ໂຄງການບູລິມະສິດຂອງແຂວງ 5,22 ຕື້ກີບ ພ້ອມທັງໄດ້ຮັບແຜນຊໍາລະໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບໜີ້ 3 ແຈ (ບ້ວງ 8.000 ຕື້ກີບ) ຈຳນວນ 52 ໂຄງການ ມູນຄ່າ 762,97 ຕື້ກີບ.

ສໍາລັບແຜນການປີ 2024 ພະແນກແຜນການ ແລະ ການລົງທຶນແຂວງ ຈະສືບຕໍ່ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ ໂດຍສະເພາະບັນດາກິດຈະກຳໂຄງການຕ່າງໆທີ່ໄດ້ມອບໝາຍໃຫ້ບັນດາເມືອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີຜົນສຳເລັດສູງ; ກະກຽມ ເປີດກອງປະຊຸມ ແລະ ເຈລະຈາຮ່າງສັນຍາຮ່ວມ ກັບຂະແໜງການຂ້ອງຂັ້ນແຂວງ, ແຈ້ງບໍລິສັດ ວີນາ ຈຳປາ ຈຳກັດ ເພື່ອເຂົ້າມາເຊັນສັນຍາ (PDA) ໂຄງການເຊົ່າ-ສຳປະທານເນື້ອທີ່ດິນ ເພື່ອປູກພືດກະສິກຳ ແລະ ກາເຟ ຢູ່ເຂດບ້ານດາກເຣີນ ເມືອງດາກຈຶງ ໃນເນື້ອທີ່ 96,66 ເຮັກຕາ (ເນື່ອງຈາກໃບມອບສິດໝົດອາຍຸ), ກະກຽມແຜນການເຄື່ອນໄຫວຕິດຕາມ, ຄຸ້ມຄອງໂຄງການຂົງເຂດກະສິກໍາ, ຂົງເຂດບໍ່ແຮ່, ຂົງເຂດບໍລິການ ທີ່ລົງທຶນຢູ່ແຂວງເຊກອງ.

https://sk-dict.gov.la/activities/24/2024-02-06

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/