Elon Musk Effect!  ລາຄາຂອງ Miladys NFT ເພີ່ມຂຶ້ນຢ່າງຮຸນເເຮງ ຫຼັງຈາກ Elon ທະວີດພຽງຄັ້ງດຽວ


ໃນຕອນບ່າຍຂອງວັນພຸດທີ່ຜ່ານມາ ໄດ້ມີລາຍງານວ່າ Elon Musk ໄດ້ໂພສ meme ທີ່ມີໜຶ່ງໃນອະວາຕາຂອງ Miladys NFT, ເຮັດໃຫ້ NFT Miladys collection ມີລາຄາເພີ່ມຂຶ້ນກວ່າ 59% ເເລະ ກ້າວຂຶ້ນຄອງອັນດັບໜຶ່ງໃນ OpenSea ເເຊງໜ້າ collection ອື່ນໆ. ສິ່ງນີ້ສະແດງໃຫ້ເຫັນເຖິງພະລັງຂອງ “Elon Musk Effect” ທີ່ຊຸກຍູ້ໃຫ້ລາຄາສິນຊັບ ຫຼື NFT ທີ່ Elon Musk ໃຫ້ຄວາມສົນໃຈນັ້ນມີລາຄາເພີ່ມສູງຂຶ້ນ.

ຫຼັງຈາກທີ່ Elon Musk ໂພສ gif ທີ່ເປັນ Miladys collection ໄດ້ເຮັດໃຫ້ NFT ດັ່ງກ່າວໄດ້ຮັບຄວາມສົນໃຈຢ່າງໄວວາໃນ OpenSea ເເລະ ລາຄາ Floor ໄດ້ເພິ່ມຂຶ້ນຢ່າງຮຸນເເຮງຈົນເຮັດສະຖິຕິໃໝ່ສູງສຸດຕະຫຼອດການຢູ່ທີ່ 7,3 ETH ຫຼື ປະມານ 13.475 ໂດລາ.

ລາຄາຂອງ Miladys ທີ່ເພີ່ມສູງຂຶ້ນໄດ້ສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ຖືຄອງ ເເລະ ເພີ່ມຄວາມຕ້ອງການໃນການເປັນເຈົ້າຂອງ NFT collection ຕົວນີ້ໄປນຳ.

ຢ່າງໃດກໍຕາມ, ລາຄາທີ່ເພີ່ມຂຶ້ນຂອງ Miladys NFT Collection ເກີດຂຶ້ນພຽງໄລຍະສັ້ນໆເທົ່ານັ້ນ. ປັດຈຸບັນລາຄາຂອງ NFT ດັ່ງກ່າວລົດລົງເຫຼືອ 5,4 ETH , ເເຕ່ວ່າຍອດຂາຍຂອງ NFT ຍັງເພີ່ມຂຶ້ນ 57% ແລະ ມີປະລິມານການຊື້ຂາຍເພີ່ມຂຶ້ນກວ່າ 131% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/