11 ພຶດສະພາ 1811 ຄົບຮອບ 212 ປີ ກຳເນີດແຝດສະຫຍາມ ອິນ-ຈັນ ແຝດຕົວຕິດກັນຄູ່ທຳອິດ ທີ່ສາມາດດຳລົງຊີວິດຢູ່ໄດ້ຕາມປົກກະຕິ


ອິນ ກັບ ຈັນ ເປັນຊື່ຝາແຝດສະຫຍາມ ຫຼື Siamese twins ທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ ໃນຖານະແຝດຄູ່ທຳອິດທີ່ມີອະໄວຍະວະພາຍນອກຕິດກັນ ແລະ ໃຊ້ອະຍະວະພາຍໃນບາງສ່ວນຮ່ວມກັນ ແຕ່ຍັງສາມາດໃຊ້ຊີວິດຢູ່ຄືກັບຄົນປົກກະຕິ ຈົນສຸດທ້າຍຄຳວ່າ ແຝດສະຫຍາມ ໄດ້ກາຍມາເປັນຄຳທີ່ໃຊ້ເອີ້ນ ແຝດທີ່ຕົວຕິດກັນ ຫຼື ທີ່ເອີ້ນວ່າ Conjoined twins.

ທັງສອງ ເກີດໃນວັນທີ 11 ພຶດສະພາ ຄສ 1811 ໃນແຂວງສຸໂຂໄທ ປະເທດໄທ ໂດຍເກີດມາກັບການມີບໍລິເວນໜ້າເອິກຕິດກັນ ແລະ ທັງສອງນັ້ນໃຊ້ຕັບຮ່ວມກັນ. ອິນ ແລະ ຈັນ ໂດ່ງດັງໄປທົ່ວໂລກຈາກການເດີນທາງຮ່ວມໄປກັບຄະນະທູດເພື່ອຈະເລີນສຳພັນໄມຕີກັບປະເທດ ໂຄຊິນໄຊນ່າ ຫຼື ປະເທດຫວຽດນາມໃນປັດຈຸບັນ.

ອີກໜຶ່ງຈຸດທີ່ເຮັດໃຫ້ ອິນ ກັບ ຈັນ ໂດ່ງດັງຂຶ້ນໄປຕື່ມອີກ ກໍຄືການໄດ້ພົບກັບ ໂຣເບີດ ຮັນເຕີ ພໍ່ຄ້າຊາວອັງກິດ ທີ່ເຫັນທັງສອງກຳລັງຫຼິ້ນນໍ້າ ຈຶ່ງເກີດຄວາມສົນໃຈ ແລະ ຄິດເຖິງການກອບໂກຍເງິນ ຈາກການທີ່ຈະພາທັງ 2 ໄປໂຊຕົວຢູ່ປະເທດ ສະຫະລັດອາເມຣິກາ.

ວັນທີ 1 ເມສາ ປີ ຄສ 1829 ອິນ ແລະ ຈັນ ໃນອາຍຸ 18 ປີ ໄດ້ເດີນທາງໄປສູ່ ບອສຕັນ ເພື່ອເຮັດການສະແດງໂຊຕົວ ຈາກນັ້ນຈຶ່ງໄດ້ພາກັນອອກທົວໄປທົ່ວປະເທດ ພາຍໃຕ້ສັນຍາຂອງ ໂຣເບີດ ຮັນເຕີ. ຜ່ານໄປ 2 ປີ ພວກເຂົາອາຍຸຄົບ 20 ປີ ສັນຍາທີ່ມີຕໍ່ ໂຣເບີດ ຮັນເຕີ້ ໄດ້ສິ້ນສຸດລົງ ຈາກນັ້ນພວກເຂົາຈຶ່ງເປີດການສະແດງເອງໄປທົ່ວສະຫະລັດອາເມຣິກາ ແລະ ມີລາຍໄດ້ຫຼາຍພໍສົມຄວນ.

ອິນ ແລະ ຈັນ ໄດ້ຮັບສັນຊາດ ອາເມຣິກາ  ແລະ ໄດ້ປ່ຽນຊື່ເປັນ ເອັງ ບັງເກີ ແລະ ຊາງ ບັງເກີ (Chang- Eng Bunker) ທັງສອງນັ້ນມີເມຍ 2 ຄົນ ແລະ ມີລູກຮ່ວມກັນເຖິງ 21 ຄົນ ແບ່ງອອກເປັນລູກຂອງ ອິນ 11 ຄົນ ແລະ ລູກຂອງຈັນອີກ 10 ຄົນ.

ຈົນມາຮອດວັນທີ 17 ມັງກອນ 1874 ທັງ 2 ອາຍຸຄົບ 63 ປີ ຈັນ ຜູ້ເປັນນ້ອງ ເຈັບປ່ວຍຈົນເສຍຊີວິດລົງ ຈາກນັ້ນໄດ້ມີການເອີ້ນໝໍມາເພື່ອຜ່າຕັດ ແຕ່ກໍບໍ່ທັນ ເພາະ 2​ ຊົ່ວໂມງຕໍ່ມາ ອິນ ຜູ້ເປັນອ້າຍກໍເສຍຊີວິດຕາມກັນໄປ ໂດຍສາເຫດທີ່ເສຍຊີວິດຕາມກັນໄປນັ້ນ ການແພດໃນຕອນນັ້ນເຊື່ອວ່າ ທັງສອງມີການໃຊ້ລະບົບໄຫຼວຽນຂອງເລືອດຮ່ວມກັນ.

ໂດຍກໍລະນີຂອງທັງສອງນັ້ນໄດ້ກາຍເປັນ ກໍລະນີສຶກສາ ໃຫ້ກັບແພດໝໍທົ່ວໂລກ ໃນການເຮັດຄວາມເຂົ້າໃຈໃນແຝດຫຼາຍຂຶ້ນ.

ຕາມປົກກະຕິແລ້ວ ການໃຫ້ກຳເນີດລູກແຝດຈະມີ 2 ປະເພດຄື ແຝດແທ້ (Indentical Twins) ແລະ ແຝດທຽມ (Farternal Twins) ໂດຍແຝດທຽມນັ້ນເກີດຈາກການທີ່ມີໄຂ່ຕົກລົງມາຫຼາຍກວ່າ 1 ໜ່ວຍ ແລະ ມີອະສຸຈິຫຼາຍກວ່າໜຶ່ງຕົວເຂົ້າໄປປະຕິສົນທິກັນ ເຮັດໃຫ້ມີການຈະເລີນເຕີບໂຕໄປພ້ອມໆກັນໃນທ້ອງຂອງແມ່ ແຕ່ແຝດແບບນີ້ ໜ້າຕາ ຫຼື ເພດອາດຈະບໍ່ຄືກັນເອີ້ນວ່າແຝດທຽມ.

ສ່ວນແຝດແທ້ ໄຂ່ 1 ໜ່ວຍ ແລະ ອະສຸຈິພຽງ 1 ຕົວປະສົມກັນ ແຕ່ໃນຂະນະທີ່ຈະເລີນເຕີບໂຕໃນທ້ອງຂອງແມ່ນັ້ນ ຕົວອ່ອນມີການແບ່ງຕົວແບ່ງຈຸລັງຕ່າງໆ ຈົນເກີດມາເປັນເດັກນ້ອຍ 2 ຄົນ ແລະ ແຝດປະເພດນີ້ ໜ້າຕາຈະຄ້າຍຄືກັນ ແລະ ມີເພດດຽວກັນນັ້ນເອງ.

ເຊິ່ງ ອິນ ກັບ ຈັນ ນີ້ຖືກຈັດຢູ່ໃນກໍລະນີ ແຝດແທ້ ແຕ່ຂະບວນການແຍກຕົວອອກຈາກກັນໃນທ້ອງແມ່ນັ້ນເກີດຂຶ້ນຊ້າເກີດໄປ ເຮັດໃຫ້ພວກເຂົາ ເກີດມາໃນຂະນະທີ່ຂະບວນການແຍກຕົວນັ້ນຍັງບໍ່ສົມບູນ  ຈຶ່ງມີອະໄວຍະວະບາງສ່ວນຕິດກັນ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/