Dean Cain ອະດີດນັກສະແດງ Superman ໄດ້ກ່າວເຖິງ DC Comics ວ່າ “ເຮັດຕາມກະແສ” ຫຼັງຈາກ DC Comics ປະກາດວ່າ Superman ຄົນໃໝ່ເປັນ Bisexual


ໃນວັນທີ 11 ທີ່ຜ່ານມາ ຫຼັງຈາກທີ່ DC Comics ປະກາດວ່າ Superman ຄົນໃໝ່ມີຣົດສະນິຍົມທາງເພດເປັນ Bisexual ກໍໄດ້ສ້າງຄວາມຮືຮາໃຫ້ແຟນໆໄປທົ່ວໂລກ ແລະ ໄດ້ຮັບກະແສຕອບກັບຈາກແຟນຄລັບໄປໃນທາງທີ່ດີ.

ເພາະຫຼາຍຄົນບອກວ່ານີ້ຄືຄວາມກ້າຫານທີ່ຈະສະເໜີ Superhero ໃນຮູບແບບໃໝ່.

ສຳລັບເລື່ອງລາວຂອງ Superman ຄົນໃໝ່ນີ້ຈະຖືກຕີພິມໃນ Comics “Superman: Son of Kal-El” ສະບັບທີ 5 ເຊິ່ງເນື້ອໃນຫຼັກແມ່ນຈະເປັນເລື່ອງລາວລູກຊາຍຂອງ Clark Kent ແລະ Lois Lane ຊື່ວ່າ Jon Kent ທີ່ໄດ້ມີຄວາມສໍາພັນແບບເພດດຽວກັນ ກັບໝູ່ຂອງລາວຊື່ວ່າ Jay Nakamura.

ຫຼ້າສຸດ Dean Cain ຜູ້ທີ່ເຄີຍສະແດງເປັນ Superman ໃນ ຊີຣີ້ “Lois & Clark: The New Adventures of Superman” ທີ່ອອກອາກາດທາງໂທລະພາບໃນປີ 1990 ກໍໄດ້ອອກມາສະແດງຄວາມຄິດເຫັນກັບ Superman ຄົນໃໝ່ນີ້ວ່າ:

“ພວກເຂົາບອກວ່າສິ່ງນີ້ຄືຄວາມກ້າຫານໃນແນວທາງໃໝ່ ແຕ່ຂ້ອຍຂໍບອກວ່ານີ້ເປັນພຽງການເຮັດຕາມຂະບວນກະແສ”

“ຂ້ອຍບໍ່ຄິດວ່ານີ້ແມ່ນຄວາມກ້າຫານ ຫຼື ເປັນແນວທາງທີ່ແປກໃໝ່” Dean Cain ໄດ້ກ່າວ.

ນອກຈາກນີ້ Dean Cain ຍັງບອກອີກວ່າ “ຖ້າພວກເຂົາເຮັດສິ່ງນີ້ເມື່ອ 20 ປີກ່ອນ ບາງເທື່ອນັ້ນອາດຈະເປັນຄວາມອາດຫານ ຫຼື ກ້າຫານ. ແຕ່ຄວາມກ້າຫານໃນປັດຈຸບັນນີ້ແມ່ນຕ້ອງໃຫ້ໄປຕໍ່ສູ້ເພື່ອສິດທິຂອງຊາວ Gay ໃນ ອີຣ່ານ ບ່ອນທີ່ພວກເຂົາຈະຖືກຈັບໂຍນລົງຈາກຕຶກໃນຂໍ້ຫາທີ່ພວກເຂົາເປັນ Gay”

ຂອບໃຈຂໍ້ມູນຈາກ: https://cnn.it/3FTmagv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/