ອົງການ FDA ອະນຸມັດຢາສູບໄຟຟ້າໃນສະຫະລັດອາເມຣິກາແລ້ວ


ອົງການການບໍລິຫານອາຫານ ແລະ ຢາ ຫຼື Food and Drug Administration (FDA) ທີ່ເປັນຜູ້ຄວບຄຸມສິນຄ້າທາງການຢາໃນສະຫະລັດອາເມຣິກາ ໄດ້ອະນຸມັດໃຫ້ມີການຊື້ຂາຍ ຢາສູບໄຟຟ້າ (E-Cigarette) ເປັນຄັ້ງທຳອິດ.

ເມື່ອທົດສະວັດທີ່ຜ່ານມານັ້ນ, ຢາສູບໄຟຟ້າໄດ້ເປັນທີ່ນິຍົມ ແລະ ຖືກຊື້ຂາຍໄປທົ່ວປະເທດ. ບໍລິສັດຜູ້ຜະລິດຕ່າງກໍລໍຖ້າໃຫ້ມີການອະນຸມັດຢ່າງເປັນທາງການ ແຕ່ກໍຍັງບໍ່ໄດ້ຮັບອະນຸມັດເນື່ອງຈາກວ່າພວກເຂົາຍັງກັງວົນຕໍ່ຜູ້ບໍລິໂພກກຸ່ມໄວໜຸ່ມ. ຈົນຜ່ານໄປອີກປີ ທີ່ອົງການ FDA ກວດສອບຄຸນສົມບັດ, ຜົນດີ ແລະ ຜົນຮ້າຍຕໍ່ສຸຂະພາບ. ເຊິ່ງຜົນການສຶກສາໄດ້ສະຫຼຸບອອກໃນເດືອນທີ່ຜ່ານມາໂດຍ FDA ແລະ ສູນຄວບຄຸມໂຣກ Centers for Disease Control (CDC) ວ່າມີນັກຮຽນປະມານ 2 ລ້ານຄົນ ໄດ້ນຳໃຊ້ຢາສູບໄຟຟ້າພາຍໃນປີນີ້ ໂດຍທີ່ 80% ແມ່ນນຳໃຊ້ສິນຄ້າແບບມີກິ່ນ ທີ່ບໍ່ມີໂທບັກໂກ (Tobacco) ແລະ ມີຄວາມເປັນໄປໄດ້ໜ້ອຍທີ່ຈະບໍລິໂພກກິ່ນໂທບັກໂກ ຫຼື ຢາສູບແບບທົ່ວໄປ. ພວກເຂົາຈຶ່ງໄດ້ຕັດສິນໃຈອະນຸມັດການໃຊ້ຢາສູບໄຟຟ້າກິ່ນໂທບັກໂກ ເພື່ອສົ່ງເສີມໃຫ້ຜູ້ໃຫຍ່ທີ່ພະຍາຍາມຢຸດສູບຢາ ແລະ ປ້ອງກັນບໍ່ໃຫ້ໄວໜຸ່ມເສບຕິດ.

Mitch Zeller ຜູ້ກຳນວຍການສຳລັບສິນຄ້າທີ່ກ່ຽວກັບໂທບັກໂກ (Tobacco) ໄດ້ອະທິບາຍເຖິງເຫດຜົນການອະນຸມັດຄັ້ງນີ້ວ່າ ຂໍ້ມູນຈາກບໍລິສັດຜູ້ຜະລິດໄດ້ສະແດງໃຫ້ເຫັນເຖິງການທີ່ສິນຄ້າມີກິ່ນເຊັ່ນ: ກິ່ນໂທບັກໂກ ກໍຈະມີຜົນຊ່ວຍໃຫ້ຜູ້ທີ່ເສບຕິດຢາສູບປ່ຽນມານຳໃຊ້ຢາສູບໄຟຟ້າແທນໄດ້. ບໍ່ວ່າຈະເປັນການຫັນມານຳໃຊ້ຢາສູບໄຟຟ້າເລີຍ ຫຼື ພຽງແຕ່ລົດການໃຊ້ຢາສູບ ກໍສາມາດຊ່ວຍໃຫ້ພວກເຂົາໄດ້ຫຼຸດຜ່ອນການຮັບເອົາສານເຄມີທີ່ອັນຕະລາຍຈາກຢາສູບໄດ້. ທັງນີ້ທັງນັ້ນ, ການອະນຸມັດຄັ້ງນີ້ກໍສາມາດຍົກເລີກໄດ້ຕະຫຼອດເວລາຖ້າພົບວ່າຜູ້ທີ່ໃຊ້ສິນຄ້າແມ່ນຜູ້ທີ່ບໍ່ເຄີຍສູບໂທບັກໂກມາກ່ອນ,​ ລວມໄປເຖິງໄວໜຸ່ມ.

ສຳລັບຍີ່ຫໍ້ຜູ້ຜະລິດຢາສູບໄຟຟ້າທີ່ທາງ FDA ໄດ້ອະນຸມັດໃຫ້ແກ່ບໍລິສັດ RJ Reynolds ຈະຕ້ອງຜະລິດສິນຄ້າອອກມາພຽງ 3 ຢ່າງ ເຊິ່ງຈະຕ້ອງເປັນກິ່ນໂທບັກໂກເທົ່ານັ້ນ.

ການອະນຸມັດດັ່ງກ່າວບໍ່ແມ່ນການອະນຸມັດເຖິງຄວາມປອດໄພຂອງສິນຄ້າ ເນື່ອງຈາກວ່າຜະລິດຕະພັນທີ່ກ່ຽວກັບໂທບັກໂກຕ່າງກໍມີຜົນເສຍທີ່ອັນຕະລາຍແຖມຍັງເຮັດໃຫ້ຜູ້ໃຊ້ເສບຕິດມັນ. ສະນັ້ນຜູ້ທີ່ບໍ່ໄດ້ສູບຢາບໍ່ຄວນລອງໃຊ້ເດັດຂາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/