ເດັກຊາຍອັດສະລິຍະ! ອາຍຸພຽງ 12 ປີ ແຕ່ຈົບມໍປາຍ ແລະ ວິທະຍາໄລໃນອາທິດດຽວກັນ!!!


ນ້ອງ Mike Wimmer ເປັນເດັກນ້ອຍອາຍຸພຽງ 12 ປີ ເກີດທີ່ເມືອງ Salisbury ລັດ North Carolina ອາເມຣິກາ ໄດ້ເຂົ້າພິທີຈົບການສຶກສາຈາກວິທະຍາໄລຊຸມຊົນ Rowan-Cabarrus ໃນວັນທີ 21 ພຶດສະພາທີ່ຜ່ານມາ ແລະ ໂຮງຮຽນມັດທະຍົມປາຍ Concord Academy ໃນວັນທີ 28 ພຶດສະພາທີ່ຜ່ານມານີ້ ຫຼັງຈາກໃຊ້ເວລາຮຽນ 2 ຫຼັກສູດພາຍໃນໄລຍະເວລາ 1 ປີເທົ່ານັ້ນ.

ນ້ອງ Wimmer ມີຜົນການຮຽນທີ່ດີ ເພາະລາວໄດ້ເກຣດ 4.0 ຈາກວິທະຍາໄລຊຸມຊົນ ສ່ວນເກຣດຂອງໂຮງຮຽນມັດທະຍົມປາຍແມ່ນ 5.45. ເຖິງວ່າລາວຈະອາຍຸນ້ອຍກວ່າຄົນອື່ນໆໃນຊັ້ນຮຽນ ແຕ່ລາວບອກວ່າລາວເຂົ້າກັບຄົນອື່ນໆໄດ້ດີ ແລະ ຍັງຖືກໂຫວດໃຫ້ເປັນຕົວແທນຂອງຮຸ່ນໃນງານລວມຮຸ່ນໃນປີກ່ອນອີກພ້ອມ.

ນອກຈາກນີ້ ນ້ອງ Wimmer ຍັງເຜີຍກັບສໍານັກຂ່າວ CNN ວ່າ ລາວບໍ່ພຽງແຕ່ສົນໃຈໃນເລື່ອງຫຸ່ນຍົນເທົ່ານັ້ນ ແຕ່ລາວຍັງເປັນຄົນທີ່ມັກວິຊາ ຄະນິດສາດ, ວິທະຍາສາດ ແລະ ຍັງມັກໃນດ້ານເທັກໂນໂລຍີເປັນພິເສດ. Wimmer ຍັງບອກອີກວ່າ ລາວມີໄອແພດໜ່ວຍທຳອິດຕອນອາຍຸ 18 ເດືອນ ແລະ ຕອນນັ້ນລາວກໍສົງໄສວ່າມັນເຮັດວຽກແນວໃດ. ຜ່ານມາລາວຍັງຮຽນຮູ້ການຂຽນໂປຣແກຣມຄອມພິວເຕີ້ການປະດິດຫຸ່ນຍົນ ດ້ວຍການລອງຜິດລອງຖືກ ແລະ ສຶກສາຈາກວິດີໂອໃນອິນເຕີເນັດ.

Mike Wimmer 12 ປີຄົນນີ້ມີ start up ເປັນຂອງຕົນເອງຊື່ວ່າ Reflect Social ທີ່ນໍາເອົາບໍລິການຂອງໂຊຊຽວມີເດຍດັງໆ ມາປະສານເຂົ້າກັບການເຮັດວຽກຂອງອຸປະກອນທີ່ສື່ສານກັນເອງຜ່ານອິນເຕີເນັດໄດ້ ຫຼື ອຸປະກອນ Internet of Things (IoT) ເພື່ອເຮັດໃຫ້ເທັກໂນໂລຍີເຮືອນອັດສະລິຍະທີ່ກຳລັງເປັນກະແສສາມາດໃຊ້ງານໄດ້ງ່າຍຂຶ້ນໃນອະນາຄົດ.

ສ່ວນພໍ່ແມ່ຂອງນ້ອງ ບອກວ່າພວກເຂົາຮູ້ສືກພູມໃຈໃນຕົວລູກຊາຍຫຼາຍ ແລະ ລູກຊາຍເປັນຄົນທີ່ຈົດຈໍ່ກັບການຫາວິທີເຮັດໃຫ້ເປົ້າໝາຍສຳເລັດສະເໝີ.

ໃນໄລຍະທີ່ລາວກຳລັງລໍຖ້າເຂົ້າພິທີຈົບການສຶກສາຈາກທັງ 2 ແຫ່ງ ລາວໄດ້ກໍາລັງພິຈາລະນາວ່າຕົນເອງຈະດໍາເນີນຊີວິດໄປໃນທິດທາງໃດດີ ເພາະມີຄົນຍື່ນຂໍ້ສະເໜີໃຫ້ລາວ ເຂົ້າເຮັດວຽກທັງໃນແລະນອກອາເມຣິກາ ຫຼື ລາວອາດຈະຮຽນຕໍ່ ຫຼື ຂໍລະດົມທຶຶນເພື່ອເພີ່ມການເຕີບໃຫຍ່ຂອງ start up ຂອງລາວເອງ.

ຢ່າງໃດກໍຕາມ Wimmer ລາວຍັງຢາກໃຫ້ຄົນອື່ນໆ ເຫັນວ່າລາວຍັງເປັນເດັກນ້ອຍຢູ່ ດ້ວຍການໃຊ້ເວລາສ່ວນໜຶ່ງກັບກິດຈະກຳທີ່ເດັກນ້ອຍທົ່ວໄປເຮັດຄື ຫຼິ້ນບາສບ້ວງ ຫຼື ຕໍ່ເລໂກ້.

“ຫຼາຍຄົນຄິດວ່າຂ້ອຍບໍ່ໄດ້ໃຊ້ຊີວິດໃນໄວເດັກ ຫຼື ສູນເສຍໄວເດັກໄປ”

“ແລະຂ້ອຍຢາກຈະບອກວ່າ ຄວາມຈິງແລ້ວຂ້ອຍກໍກຳລັງມ່ວນກັບຊີວິດຂອງການເປັນເດັກ” ນ້ອງ Wimmer ບອກ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/