ກຽມພ້ອມແລ້ວຫຼືຍັງ? ອີກບໍ່ດົນ ກໍຈະໄດ້ຂີ່ລົດໄຟ EMU ຂະບວນ ”ລ້ານຊ້າງ” ກັນແລ້ວ!!!


ເວລາ 10:00 ໂມງ ຂອງວັນທີ 16 ຕຸລາ 2021 ລົດໄຟ EMU ຂະບວນ ”ລ້ານຊ້າງ” ສົ່ງມອບໃຫ້ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຢ່າງເປັນທາງການ. ພິທີມອບຮັບລົດໄຟ ໄດ້ຈັດຂຶ້ນທີ່ສະຖານີນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານໄຊ ເມືອງໄຊທານີ ຫ່າງຈາກຖະໜົນ 450 ປີ ປະມານ 3 ກິໂລແມັດ, ຕາງໜ້າເຂົ້າຮ່ວມມີ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ, ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຊ່ຽວ ຊຽນເຫວິນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະ.

ຂະບວນລົດໄຟດັ່ງກ່າວນໍາໃຊ້ຫົວຈັກລົດໄຟຟ້າ ເປັນຂະບວນລົດໄຟຟ້າຊະນິດ EMU ຫຼື Electric Multiple Units ເຊິ່ງປະກອບມີຫ້ອງຂັບ ແລະ ຫ້ອງເຄື່ອງຈັກມີຢູ່ 2 ສົ້ນ. ສາມາດຂັບໄປ ແລະ ກັບໄດ້ໃນຂະບວນດຽວ, ສ່ວນຕູ້ສໍາລັບບັນຈຸໂດຍສານມີທັງໝົດ 7 ຕູ້, ໃນນັ້ນມີຕູ້ສໍາລັບບ່ອນນັ່ງ VIP, ມີຕູ້ບ່ອນນັ່ງທໍາມະດາ ແລະ ຍັງມີຕູ້ທີ່ມີບ່ອນນັ່ງກິນເຂົ້າ ແລະ ບ່ອນນັ່ງຜູ້ໂດຍສານນໍາ. ສ່ວນຕູ້ VIP ມີ 56 ບ່ອນນັ່ງ, ຕູ້ທໍາມະດາມີ 662 ບ່ອນນັ່ງ ລວມທັງຄົນຂັບແມ່ນ 720 ບ່ອນນັ່ງ.

ດ້ານການອອກແບບຮູບຊົງຂອງລົດໄຟ ແມ່ນຄະນະຊ່ຽວຊານໄດ້ນຳໃຊ້ສັນຍະລັກຂອງທຸງຊາດລາວເປັນແຮງບັນດານໃຈໃນການອອກແບບ,ປະກອບມີ 3 ສີຄື: ສີແດງ, ສິຟ້າ ແລະ ສີຂາວ. ສີແດງແມ່ນໝາຍເຖິງເລືອດເນື້ອຂອງນັກຮົບປະຕິວັດລາວ, ສີຟ້າໝາຍເຖິງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ແລະ ສີຂາວໝາຍເຖິງຄວາມສາມັກຄີຂອງຄົນລາວພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ຂະບວນລົດໄຟສາຍດ່ວນຂະບວນທຳອິດນີ້ເອີ້ນວ່າ: ຂະບວນລ້ານຊ້າງ, ສ່ວນອີກຂະບວນລົດໄຟສາຍດ່ວນທີ່ບໍລິສັດລົດໄຟລາວ-ຈີນ ມີແຜນຈະຈັດຊື້ໃໝ່ໃນຕໍ່ໜ້າອີກ 1 ຂະບວນນັ້ນມີຊື່ວ່າ: ຂະບວນແຄນລາວ. ຂະບວນລົດໄຟລາວ-ຈີນ ຄາດວ່າຈະເປີດໃນວັນທີ 2 ທັນວາ ເປັນການມອບຂອງຂວັນການສະເຫຼີມສະຫຼອງວັນສະຖາປະນາ.

ສຳລັບຂໍ້ລະມັດລະວັງ ເພື່ອຄວາມປອດໄພໃນການນຳໃຊ້ເສັ້ນທາງລົດໄຟມີຄື: ຫ້າມບໍ່ໃຫ້ໄປນອນຂວາງທາງລົດໄຟ, ຢ່າຂີດຂຽນຂ້າງລົດໄຟ ເພາະມັນອາດເຮັດໃຫ້ບໍ່ງາມຕາ, ຢ່າດຶກເຄື່ອງໃສ່ຂະບວນລົດໄຟເດັດຂາດ, ລະວັງຂະບວນລົດໄຟທີ່ສວນມາ ເວລາຈະຂ້າມທາງລົດໄຟ, ຫ້າມປ່ອຍສັດລ້ຽງຂວາງທາງລົດໄຟ, ໃຫ້ກວດເບິ່ງຊ້າຍ-ຂວາ ກ່ອນຂ້າມທາງລົດໄຟ ແລະ ຂໍ້ລະວັງອື່ນໆອີກຫຼາຍຢ່າງ.

ສ່ວນໃນເລື່ອງລະບຽບແບບແຜນ ບໍ່ວ່າຈະເປັນຄ່າປີ້ໂດຍສານຕ່າງໆ ທາງພາກສ່ວນທີ່ກ່ຽວຂ້ອງແມ່ນຍັງບໍ່ທັນລະບຸໄວ້ຊັດເຈນ ແລະ ຍັງບໍ່ທັນມີຂໍ້ມູນທີ່ແທ້ຈິງ ເນື່ອງຈາກວ່າກຳລັງຢູ່ໃນຂັ້ນຕອນວາງແຜນ ແລະ ຖ້າຫາກສຳເລັດກໍຈະແຈ້ງໃຫ້ປະຊາຊົນລາວທັງປວງໄດ້ຮັບຮູ້ກັນຖ້ວນໜ້າ.

ຖືວ່າເປັນບາດກ້າວໜຶ່ງທີ່ໃກ້ຈະສຳເລັດ ໃກ້ຈະໄດ້ຊົມໃຊ້ ຕະຫຼອດໄລຍະເວລາທີ່ທາງລາວ-ຈີນ ໄດ້ຮ່ວມແຮງຮ່ວມໃຈກັນ ສາມັກຄີ ຜະລິດຜົນປະໂຫຍດ ແລະ ເສີມສ້າງພັດທະນາປະເທດດ້ວຍກັນ ຖືໄດ້ວ່າເປັນສາຍໃຍຮັກອັນໜຶ່ງທີ່ຊ່ວຍເຫຼືອເກື້ອກູນກັນ ແລະ ກັນ.

ຄາດວ່າປີໜ້າ ຫຼື ບ້ານເມືອງປົກກະຕິ ບໍ່ມີພະຍາດໂລຄາ ທຸກຄົນອາດຈະໄດ້ໄປທ່ອງທ່ຽວແບບອິ່ມອົກອິ່ມໃຈໄປກັບກັບລົດໄຟລາວ-ຈີນ ກັນຢ່າງແນ່ນອນ.

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/